Ad

Ad

2 May 2013

ຟາ​ມລ້ຽງໝູ​ແສງ​ເດືອນ​ເລີ່​ມພັດທະນາ​ທຸລະ​ກິດໃຫ້​ກາຍ​​ເປັນຕົວ​ແບບ



          ຟາ​ມ​ແສງ​ເດືອນ ເປັນ​ຫົວ ໜ່ວຍທຸລະ​ກິດໜຶ່ງ ທີ່​ເຈົ້າ​ຂອງ​ຜູ້​ປະກອບ​ການ​ໄດ້​ໃຊ້​ທຶນ ຮອນ​ສ່ວນໂ​ຕຂອງ​ຕົນ​ຈາກ​ການ​ເຮັດ​ທຸລະ​ກິດ​ລ້ຽງໝູ​ເພື່ອ​ສ້າງ​ເສດຖະກິດ​ຄອບຄົວ​ຂະໜາດ ນ້ອຍ​ຈົນ​ມາ​ເປັນ​ຫົວໜ່ວຍທຸລະ​ກິດ​ທີ່​ຈະ​ເລີ​ນ​ເຕີບ​ໃຫຍ່ສາມາດ​ກຸ້ມ​ຕົນ​ເອງ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຄົບ​ວົງ​ຈອນ ເປັນຕົ້ນ​ແມ່ນການ​ລ້ຽງດູ, ການ​ຂະຫຍາຍ​ພໍ່-​ແມ່​ພັນ, ການ​ຜະລິດ​ຊີ້ນ, ການ​ປຸງ​ແຕ່ງ​ຜະລິດ​ຕະພັນ​ຊີ້ນໝູສົ່ງ​ຈຳໜ່າຍ​ໃຫ້​ແກ່​ທ້ອງ​ຕະຫຼາດ ຢູ່​ແຂວງວຽງຈັນ, ນະຄອນ ຫຼວງວຽງຈັນ ແລະ ຫົວໜ່ວຍທຸລະ​ກິດ​ອຸດສາຫະກຳຂະໜາດ​ໃຫຍ່ຢູ່ລາວ​ເປັນຕົ້ນໂຄງການ ບໍ່ຄຳ​ເຊ​ໂປ​ນ ແລະ ຂະ​ແໜງ ການ​ອື່ນໆຂອງ​ລັດຖະບານ.
           ຟາ​ມລ້ຽງໝູ​ແສງ​ເດືອນ ຕັ້ງຢູ່​ບ້ານ ນາ​ນົກ​ຂຸ້ມ ​ເມືອງ ທຸ ລະຄົມ ​ແຂວງວຽງຈັນ ໄດ້​ເລີ່​ມ ກິດຈະ​ການ​ລ້ຽງໝູມາ​ແຕ່​ປີ 2007 ໂດຍ​ທ່ານນາງ ​ແສງ​ເດືອນ ເທດ​ສົມບັນດິດ ​ເຈົ້າຂອງ​ຟາ​ມຜູ້ປະ ກອບ​ການທຸລະ​ກິດ​ໄດ້​ຕັດສິນ​ໃຈ​ສະລະອາຊີບ​ຈາກ​ເປັນ​ພະນັກ ງານ​ຢູ່ກະຊວງສຶກສາ​ທິການ ແລະ ກິລາ ໃນ​ເມື່ອ​ກ່ອນ ໄດ້​ພ້ອມ​ກັບ​ຄອບຄົວລູກ​ເຕົ້າທ້ອນໂຮມ​ຊັບ​ທີ່​ຕົນເອງ​ມີ​ຈຳນວນໜຶ່ງ ຫັນ​ມາ​ສ້າງ​ເສ​ດຖະກິດ​ຄອບຄົວ​ໃໝ່​ໃຫ້​ພໍ​ຢູ່​ພໍ​ກິນ ໂດຍ​ຖື​ເອົາ​ອາຊີບການ​ລ້ຽງໝູ​ເປັນຫຼັກຈາກ​ການລົງທຶນ​ຊື້ໝູ​ແມ່​ພັນຈຳນວນໜຶ່ງມາ​ລ້ຽງ​ເອົາ​ເປັນໝູ​ແມ່​ພັນ ແລະ ໝູພັນ ຊີ້ນສົ່ງ​ຈຳໜ່າຍຂາຍ​ໃຫ້​ລູກ​ຄ້າ​ຕາມ​ສັ່ງ.ເຖິງຢ່າງ​ໃດ​ກໍ​ດີຍ້ອນ​ການ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ບຸກບືນ ດຸ​ໝັ່ນຂະຫຍັນ​ພຽນບວກ​ກັບ ການສູ້​ຊົນ​ໃນ​ການ​ລ້ຽງສັດ​ທັງ​ເຮັດຕົວ​ຈິງ​ທັງ​ຖອດ​ຖອນ​ບົດ ຮຽນ​ໄປ​ພ້ອມ ຕົກ​ມາ​ໃນ​ປີ 2009 ການ​ດຳ​ເນີນ​ທຸລະ​ກິດ​ລ້ຽງໝູ
ຂອງນາງ ​ແສງ​ເດືອນ ຈຶ່ງ​ໄດ້​ມີ​ການ​ລົງທຶນ​ໂດຍການ​ຂະຫຍາຍ​ມາ​ເປັນ​ຟາ​ມລ້ຽງໝູ ທີ່​ໄດ້​ມາດ ຕະຖານໝັ້ນຄົງໂດຍ​ໃນ​ປີ​ດັ່ງ ກ່າວ​ເຈົ້າ​ຂອງ​ຜູ້​ປະກອບ​ການ​ໄດ້​ມີໝູ​ແມ່​ພັນ​ທັງໝົດ 1.500 ແມ່ ຄິດ​ສະ​ເລ່່ຍ​ແຕ່ລະ​ແມ່​ສາມາດ​ຜະລິດ​ລູກໝູ​ໄດ້​ບໍ່ໜ້ອຍ​ກວ່າ 10 ໂຕຕໍ່​ແມ່​ພັນ ຊຶ່ງ​ຜູ້​ປະກອບ​ການ​ໄດ້​ລ້ຽງ ໝູນ້ອຍໃຫ້​ໃຫຍ່​ເຕັມ​ກຳນົດ​ແລ້ວ​ສົ່ງ​ຂາຍ​ໃຫ້​ລູກ​ຄ້າ ​ແລະ ອີກ​ຈຳ​ນວນໜຶ່ງລ້ຽງເປັນໝູພັນ​ຊີ້ນຄົບ​ກຳນົດ​ສາມ​ເດືອນ​ແລ້ວ​ສົ່ງ​ຂາຍ​ໃຫ້​ທ້ອງ​ຕະຫຼາດ. ມາ​ຮອດ​ດຽວນີ້, ຟາ​ມລ້ຽງໝູ​ແສງ​ເດືອນ​ນັບ​ວ່າ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະ​ຫຍາ​ຍ​ໂຕ​ທີ່​ສາມາດ​ເພິ່ງ​ກຳລັງ​ຕົນ​ເອງ​ໄດ້ ແລະ ຮັບປະ ກັນ​ໃນ​ການ​ລ້ຽງ​​ຄົບ​ວົງ​ຈອນ ເປັນຕົ້ນ ຟາ​ມດັ່ງກ່າວ ສາມາດ​ສ້າງ​ໂຮງງານ​ຜະລິດ​ຫົວ​ອາຫານ​ເພື່ອ​ຮອງ​ຮັບ​ການ​ລ້ຽງ ໝູຂອງ​ຕົນ​ຢ່າງ​ພຽງພໍ​,ຂະນະ​ທີ່​​ເຈົ້າຂອງ​ຜູ້​ປະກອບ​ການ​ໄດ້​ເສີມ​ຂະ​ຫາຍ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ລ້ຽງດູ​ສັດ,ຊອກ​ຕະຫຼາດ ຈຳໜ່າຍຜະ ລິດ​ຕະພັນ​ຊີ້ນໝູ​ໃຫ້​ກວ້າງຂວາງ​ກ່ວາ​ເກົ່າຈາ​ກການ ສະໜອງຊີ້ນ ແລະ ໝູພັນ​ໃຫ້​ທ້ອງ​ຕະຫຼາດຢູ່​ແຂວງວຽງຈັນ ໃນ​ເມື່ອ​ກ່ອນ ຮອດ​ປັດຈຸ​ບັນ​ສາມາດ​ສົ່ງ​ຜະລິດ​ຕະພັນ​ຊີ້ນ​ໃຫ້​ແກ່​ທ້ອງ​ຕະຫຼາດຢູ່ນະຄອນຫຼວງ, ບັນດາ​ຂະ​ແໜງການ​ອ້ອມ​ຂ້າງ​ລັດຖະ ບານ ຕະຫຼອດ​ເຖິງຫົວ ໜ່ວຍທຸລະ​ກິດ​ໂຮງ​ຈັກ​ໂຮງງານລວມ​ໄປ​ເຖີງບໍລິສັດ​ບໍ່ທອງຄຳ​ເຊ​​ໂປ​ນ ກໍ​ໄດ້​ກາຍ​ເປັນໜຶ່ງ​ໃນ​ຈຳນວນ​ລູກ​ຄ້າ​ຂອງ​ຟາ​ມລ້ຽງໝູ​ແສງ​ເດືອນ.
        ທ່ານ ນາງ ​ແສງ​ເດືອນ ເທດ​ສົມ​ບັນດິດ ​ໄດ້​ເວົ້າ​ສູ່​ຟັງ​ວ່າ: ຈາກ​ການ​ເຮັດ​ທຸລະ​ກິດ​ຟາ​ມ​ແບບ​ຄົບ​ວົງ​ຈອນ ແລະ ການ​ສົ່ງ​ເສີມ ນະ​ໂຍບາຍ​ພັກ-ລັດຖະບານ​ທີ່​ໃຫ້ ການ​ສົ່ງ​ເສີມ​ຜະລິດ​ກະສິກຳ​ໃຫ້​ສາມາດ ຕອບ​ສະໜອງການ​ບໍລິ​ໂພ​ກພາຍ​ໃນ​ເທື່ອ​ລະ​ກ້າວ ຈຶ່ງ​ໄດ້​ຫັນ​ມາ​ສ້າງ​ໂຮງງານຜະລິດ​ຫົວ ອາຫານ​ເພື່ອ​ເຮັດ​ໃຫ້ການ​ຕອບ​ສະໜອງຫົວຫານໝູພາຍ​ໃນ​ຟາ​ມ​, ສະ​ເລ່ຍມື້ໜຶ່ງສາ ມາດ​ຜະລິດ​ຫົວ ອາຫານ​ໄດ້ 10-15 ໂຕນຊຶ່ງ​ຊ່ວຍ​ເຮັດ​ໃຫ້ການ​ຜະລິດ​ຊີ້ນໝູ​ເພີ່ມ​ຂື້ນ ທັງຫຼຸດຜ່ອນ​ການ​ນຳ​ເຂົ້າ​ຫົວອາຫານ​ຈາກ​ຕ່າງປະ​ເທດ ​ແລະ ​ເປັນ​ການ​ສົ່ງ​ເສີມ​ຜະລິດ​ຕະພັນ​ພາຍ​ໃນ​ທີ່​ມີ​ຄຸນ​ນະພາ​ບຂອງ​ລາວ​ເຮົາ. ພ້ອມ​ດຽວກັນນີ້ກໍ​ໄດ້​ຮັບ​ການ​ຊີ້ນຳ​ຢ່າງ​ໃກ້​ຊິດ​ຈາກ​ກະຊວງ ກະສິກຳ ​ແລະ ປ່າ​ໄມ້​ໃນ​ດ​້ານວິ ຊາ​ການເຮັດ​ໃຫ້​ຟາ​ມມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວຊຶ່ງ​ມາ​ຮອດ​ປັດ ຈຸ​ບັນຟາ​ມດັ່ງກ່າວ​ມີ​ພໍ່-​ແມ່ໝູ ພັນ​ນັບຫຼາຍກ່ວາ 1 ພັນ​ໂຕ​ທີ່​ສາ ມາດ​ຕອບ​ສະໜອງຊີ້ນໝູສູ່​ທ້ອງ​ຕະຫຼາດ​ໄດ້ຢ່າງ​ພຽງພໍ ໂດຍ​ສະ​ເພາະການ​ສົ່ງ​ອອກ​ຂາຍ​ຊີ້ນໝູຫຸ້ມຫໍ່ ຊຶ່ງ​ເຫັນ​ວ່າ​ສັງຄົມ​ພວມ​ນິຍົມ​ບໍລິ​ໂພ​ກ.ນອກຈາກ​ຄວາມ​ສະອາດ​ແລ້ວ​,​ຟາ​ມຍັງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ສ້າງ​ສູນ​ຈຳໜ່າຍຂຶ້ນ ຢູ່ບ້ານສະພັງ​ເມິກ ​ເມືອງ ​ໄຊ​ທານີ ນະຄອນຫຼວງວຽງຈັນ​ເພື່ອ​ເປັນ​ບ່ອນ​ຈຳໜ່າຍຊີ້ນໝູ ແລະ ອາ ຫານ​ແຫ້ງ​ຕ່າງໆ.ທັງ​ນີ້ກໍ​ເພື່ອ​ຮອງ​ຮັບ​ກັບ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ ​ແລະ ການ​ເຂົ້າ​ຮ່ວມ​ເປັນ​ປະຊາ​ຄົມ​ອາ ຊຽນ​ໃນ​ປີ 2015 ໂດຍ​ຟາ​ມຕັ້ງ​ເປົ້າ​ຈະ​ຂະ ຫຍາຍໝູພໍ່-​ແມ່​ພັນ​ໃນ​ໄດ້ 2 ຫາ 3 ພັນ​ໂຕ ເພື່ອ​ຕອບ​ສະໜອງຕະ ຫຼາດທັງ​ພາຍ​ໃນ ແລະ ມີ​ແຜນ​ສົ່ງ​ຂາຍ​ໄປ​ຍັງ​ຕ່າງປະ​ເທດ​ອີກ​ດ້ວຍ.
        ນາງ ​ແສງ​ເດືອນ ເທດ​ສົມ​ບັນດິດ ກ່າວ​ວ່າ: ຈາກ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຟາ​ມ​ແສງ​ເດືອນ ຍັງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ ບ້ານພ້ອມ​ທັງ​ເອົາ​ໃຈ​ໃສ່​ໃນ​ການ​ຄຸ້ມ​ຄອງ​ດູ​ແລພະນັກງານ​ຂອງ​ຟາ​ມໂດຍ​ການ​ຍົກ​ສູງ​ສະຫວັດດີ​ການ​ພະນັກງານ,ສົ່ງ​ເສີມ​ວິຊາ​ຊີບ​ການ​ລ້ຽງໝູ ແລະ ປະກອບສ່ວນ ພັດທະນາ​ເສດຖະກິດ​ສັງຄົມ​, ພັດທະນາ​ຊາວບ້ານ​ຢູ່່ເຂດ​ດັ່ງ ກ່າວຊຶ່ງ​ປັດຈຸບັນ​ຟາ​ມມີ​ພະນັກງານ​ກຳມະກອນຫຼາຍກ່ວາ 60 ຄົນທີ່​ມາ​ຈາກ​ຕ່າງ​ແຂວງ ​ແລະ ພາຍ​ໃນ​ເມືອງ ທຸລະຄົມ​ເອງ ​ໂດຍ​ໄດ້​ຈ່າຍ​ເງິນ​ເດືອນໃຫ້​ແກ່​ພະນັກ ງານ​ຂັ້ນຕ່ຳ 6 ແສນ​ກີບ ​ແລະ ຕາມ​ລຳດັບ​ຄວາມ​ຮູ້ ຊຶ່ງ​ເຮັດ​ໃຫ້​ເປັນ​ການ​ປະກອບ​ວຽກ​ເຮັດ​ງານ​ທຳ​ໃຫ້​ສັງຄົມ.

No comments:

Post a Comment