Ad

Ad

2 May 2013

ລາຍງານຜົນການຈັດຕັ້ງປະຕິບັດໂຄງການສາທິດການຜະລິດ ແລະ ນຳໃຊ້ນ້ຳມັນກາຊວນຊີວະພາບ



         ບໍລິສັດ​ໂຄລາວຟາມ ແລະ ໄບໂອເອັນເນີຈີ ຈຳກັດ ຮ່ວມ​ກັບສະຖາບັນ ສົ່ງເສີມພະລັງງານທົດແທນ, ກະຊວງພະລັງ ງານ ແລະ ບໍ່ແຮ່ ໄດ້ຈັດ​ກອງປະຊຸມ​ລາຍ​ງານ​ຜົນ​ການຈັດຕັ້ງປະຕິບັດ ໂຄງການສາທິດການຜະລິດ ແລະ ການນຳໃຊ້ ນ້ຳມັນກາ ຊວນຊີວະພາບທີ່ມີຈຸດປະສົງເພື່ອສ່ົງເສີມການຜະລິດ, ການປຸງແຕ່ງ, ການບໍລິການ ແລະ ນຳໃຊ້ນ້ຳມັນ ກາຊວນຊີວະພາບຢູ່​ ສປປ ລາວ ເພື່ອຫຼຸດຜ່ອນ ການນຳເຂົ້າເຊື້ອໄຟຈາກຕ່າງປະເທດ ​ແລ​ະ ​ເປັນ​ການ​ປູ​ທາງ​ໄປ​ສູ່​ການ​ພັດ​ທະ​ນາ​ພະລັງງານ​ທົດ​ແທນ​ໃນ​ອະນາ ຄົດ.
        ກອງປະຊຸມດັ່ງກ່າວໄດ້ມີ ຂຶ້ນໃນຕອນເຊົ້າຂອງວັນທີ 30 ເມສາ 2013 ຢູ່ກະຊວງພະລັງ ງານ ແລະ ບໍ່ແຮ່ ໂດຍການ ເປັນປະທານຂອງທ່ານຫັດສະດີ ສີສຸ ລາດ ຫົວໜ້າສະຖາບັນສົ່ງເສີມ ພະລັງງານທົດແທນ ກະຊວງພະ ລັງງານ ແລະ ບໍ່ແຮ່, ມີ ທ່ານ ດຣ. ຄຳຂັນ ນະພາວົງ ປະທານບໍລິ ຫານບໍລິສັດໂຄລາວກຣຸບ,  ທ່ານ  LEE HAE CHUL ປະທານບໍລິສັດໂຄລາວ ຟາມ ແລະ ໄບໂອ ເອັນເນີຈີ ຳກັດ, ພ້ອມດ້ວຍແຂກ ທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
       ທ່ານ ວຽງມະຫາ ມະນີສີ  ໄດ້ກ່າວໃນທີ່ປະຊຸມວ່າ: ປະຕິບັດ ຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍໂຄງການຮ່ວມມື ການສາທິດ ແລະ ການນຳໃຊ້ນຳມັນກາຊວນຊີວະພາບ ລະຫວ່າງ ກະຊວງພະລັງງານ ແລະ ບ່ໍແຮ່ ກັບບໍລິສັດໂຄລາວຟາມ
ແລະ ໄບໂອເອັນເນີຈີ ຈຳກັດ  ​ໃນ​ການສ່ົງເສີມການຜະລິດ, ການປຸງແຕ່ງ, ການບໍລິການ ແລະ ນຳໃຊ້ນ້ຳມັນເຊື້ອໄຟກາຊວນຊີ ວະພາບ ເພື່ອຫຼຸດຜ່ອນການນຳເຂົ້າເຊື້ອ ໄຟຈາກຕ່າງປະເທດນັ້ນ​ໃນ​ໄລຍະ​ຜ່ານ​ມາ,​ບໍລິສັດ​ໄດ້ສົ່ງ​ເສີມ​ໃຫ້​ປະຊາຊົນຢູ່​​ເຂດ​ຕ່າງໆ ຂອງ​ແຂວງ​ໄຊ​ຍະ​ບູລີ ແລະ ນະຄອນຫຼວງວຽງຈັນ  ປູກ​ພືດ​ໃຫ້​ນ້ຳມັນ​ເປັນຕົ້ນ​ແມ່ນໝາກ​ເຍົາ​ໃນ​ການສະໜອງ​ໃຫ້​ແກ່​ທາງ​ບໍລິ ສັດນຳ​ມາ​ຜະລິດ​ເປັນ​ນ້ຳມັນ​ຊີວະ​ພາບ ຈາກການຈັ​ດຕັ້ງປະ​ຕິ​ບັດ​ໂຄງ ການດັ່ງກ່າວ​ໃນ​ໄລຍະ 11 ເດືອນ ​ຜ່ານ​ມາເຊິ່ງ​​ເລີ່ມ​ແຕ່ ເດືອນເມສາ 2012  ຫາ ​ເດືອນກຸມພາ  2013 ​ເຫັນ​ວ່າ:ສາມາດ​ຈຳໜ່າຍນ້ຳມັນ BD5 ໄດ້​ທັງໝົດ 2 ລ້ານກວ່າລີດ ມີ​ມູນ​ຄ່າ 2 ລ້ານກວ່າໂດ​ລາ​ສະຫະລັດ.
        ທ່ານຍັງກ່າວອີກວ່າ:  ເພື່ອ ໃຫ້ໂຄງການດັ່ງກ່າວບັນລຸຕາມ ເປົ້າໝາຍທີ່ຕັ້ງໄວ້ນັ້ນໃນສົກປີ 2012​-2013 ນີ້, ບໍລິສັດ ໄດ້ມີແຜນການຜະລິດ ແລະ ຈຳໜ່າຍນ້ຳມັນກາ​ຊວນ​ຊີວະ​ພາບຜ່ານພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊຍະບູລີ ເຊິ່ງມີມູນຄ່າ 9 ລ້ານກວ່າໂດລາສະຫະລັດ, ຈາກຄວາມຕ້ອງການທັງໝົດ​ 7 ລ້ານກວ່າໂດລາສະຫະລັດ, ສືບຕໍ່ຮ່ວມມືກັບ ກົມສ່ົງເສີມພະລັງງານ ທົດແທນ ແລະ ຊຽວຊານນ້ຳມັນໄອໂອດີເຊວຂອງປະເທດໄທ ເພື່ອ ສ້າງບຸກຄະລາກອນໃຫ້ມີຄວາມ ສາມາດໃນລະດັບທີ່ແນ່ນອນເຂົ້າໃນການດຳເນີນຜະລິດນ້ຳມັນຊີວະ​ພາບ ​ແລະ ຈະຂະຫຍາຍສູນສາທິດການຜະລິດນ້ຳມັນ ຊີວະພາບຢູ່ແຂວງຫຼວງພະບາງ ແລະ ແຂວງ ສະຫວັນນະເຂດ ໂດຍຜ່ານການສົ່ງເສີມ  ແລະ ເກັບຊື້ ຜົນຜະລິດແກ່ນໝາກ ເຍົາທີ່​ປະຊາຊົນ​ປູກ. ພ້ອມ​ດຽວກັນນັ້ນ ຍັງ​ຈະຮ່ວມມືກັບພະແນກພະລັງ ານ ແລະ ບໍ່ແຮ່ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມ​ໃຫ້ປະຊາຊົນຢູ່ເຂດບ້ານສາມສ້າງຂອງເມືອງສັງທອງປູກ​ພືດ​ພະ​ລັງ​ງານ​ໃຫ້​ແກ່​ບໍລິສັດ. ນອກຈາກຜະລິດນ້ຳມັນກາຊວນຊີວະ​ພາບ​ແລ້ວ,ບໍລິສັດຍັງຈະດຳເນີນ ໂຄງການພະລັງງານຊີວະມວນ ຕື່ມອີກ ເຊິ່ງປັດຈຸບັນໄດ້ເລີ່ມທົດລອງປູກພືດໃຫຍ່ໄວ້ຈຳ ນວນໜຶ່ງຢູ່ບ້ານຫາດກ້ຽງເມືອງໄຊທານີ ນະຄອນຫຼວງວຽງຈັນ ​ເພື່ອ​ສະໜອງ​ໃຫ້​ແກ່​ໂຮງງານ​ໃນ​ອະນາຄົດ.

No comments:

Post a Comment