Ad

Ad

2 May 2013

ພິທີມອບຮັບເຮືອບິນ MA600 ຈໍານວນ 2 ລໍາຈາກຈີນໃຫ້ແກ່ລາວ



       ວັນທີ 29 ເມສານີ້, ພິທີມອບ ຮັບຍົນ MA600 ຈໍານວນ 2 ລໍາ ທີ່ກະຊວງ ປ້ອງກັນປະເທດ ລາວ ຊື້ນຳບໍລິສັດຊີອານ ຜະລິດເຮືອບິນສາກົນຈີນຈໍາກັດໄດ້ຈັດຂຶ້ນ ຢູ່ນະຄອນຫລວງວຽງຈັນຢ່າງ ເປັນ ທາງການ.    
          ໃນພິທີດັ່ງກ່າວ, ທ່ານ ພັນ ເອກ ຄຳພັດ ພິມມະຫາໄຊ ຫົວ ໜ້າກົມທະຫານ ອາກາດຂອງ ກະຊວງປ້ອງກັນປະເທດ ລາວ ກ່າວວ່າ, ນີ້ແມ່ນຄັ້ງທີສອງທີ່ກະຊວງ ປ້ອງກັນປະເທດລາວຊື້ຍົນ ຈາກບໍລິສັດ ຊີອານຜະລິດເຮືອບິນສາກົນຈີນ, ຍົນ MA600 ສອງ ລຳທີ່ຊື້ມາຄັ້ງທຳອິດໄດ້ສ້າງພື້ນຖານການຮ່ວມມືທີ່ດີໃຫ້ແກ່ທັງສອງ ຝ່າຍ, ເຊື່ອວ່າ, ຍົນMA600 ສອງລຳນີ້ ຈະປະກອບສ່ວນເຂົ້າໃນການສ້າງສາພັດທະ ນາເສດຖະກິດສັງຄົມລາວອີກເທື່ອໜຶ່ງ.        
       ທ່ານຈ່າງສຽວຫົງ, ຮອງຜູ້ ອຳນວຍການໃຫຍ່ຂອງບໍລິສັດ ຊີອານຜະລິດເຮືອບິນສາກົນ ຈີນ ກ່າວວ່າ, ແຕ່ຊຸມປີ 1990 ເປັນຕົ້ນ ມາ, ຍົນY7ແລະMA60 ຂອງບໍລິ ສັດຊີອານໄດ້ປະກອບສ່ວນເຂົ້າໃນວຽກງານຂອງບໍລິສັດການ ບິນລາວແລະກົມ ທະຫານອາ ກາດລາວ, ຊຶ່ງໄດ້ກາຍເປັນການຮ່ວມມືທີ່ສຳເລັດຜົນໃນຂົງເຂດເຕັກນິກການບິນລະຫວ່າງສອງປະເທດຈີນ-ລາວ,  ຍົນ MA600 ເຂົ້າສູ່ນະຄອນຫຼວງວຽງຈັນຢ່າງສະດວກແລະຈະປະກອບສ່ວນເຂົ້າໃນວຽກງານຂອງທະຫານອາກາດຂອງ ລາວຈະເປັນການຮ່ວມມືທີ່ສຳເລັດຜົນອີກຄັ້ງໜຶ່ງໃນປະຫວັດການບິນຈີນ- ລາວ.  
   
        ຍົນ MA600 ແມ່ນຜະລິດ ຕະພັນລຸ້ນໃໝ່ຂອງ ຍົນລະບົບ MA ຂອງບໍລິສັດຊີ່ອ່ານ ຜະລິດ ເຮືອບິນສາກົນຈຳກັດ, ເລີ່ມຄົ້ນຄວ້າຜະລິດແຕ່ປີ 2005, ແລະ ທົດລອງບິນຢ່າງສຳເລັດຜົນໃນເດືອນຕຸລາ 2008. ຖ້າທຽບໃສ່ຍົນ MA60ແລ້ວ, ຍົນ MA600 ຈະສະບາຍກວ່າ, ປອດໄພກວ່າ, ປະຢັດກວ່າແລະເປັນມິດສິ່ງແວດລ້ອມຫຼາຍກວ່າ.

No comments:

Post a Comment