Ad

Ad

2 May 2013

ຄະນະຜູ້ແທນລາວສຳ ເລັດການເຂົ້າຮ່ວມກອງປະຊຸມສຳມະນາອາເຊັມ ( ASEM SYmpo sium ) ວ່າດ້ວຍກ້າວໄປສູ່ສັນຕິພາບ ແລະ ຄວາມສົມ ບູນພູນສຸກໃນອາຊີ ແລະ ເອີຣົບ: ຄວາມຈຳເປັນໃນການສ້າງຄວາມເຂັ້ມແຂງໃຫ້ອາເຊັມ



         ໃນວັນທີ 25-26 ເມສາ 2013, ຄະນະຜູ້ ແທນລາວ ນໍາໂດຍ ທ່ານ ບຸນ ເກີດ ສັງສົມສັກ ລັດຖະມົນຕີຊ່ວຍວ່າການ ກະຊວງການ ຕ່າງປະເທດ, ຫົວໜ້າ ເຈົ້າ ໜ້າທີ່ອາວຸໂສອາ ເຊັມ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາອາເຊັມ (ASEM Symposium) ວ່າດ້ວຍ “ກ້າວໄປສູ່ສັນ ຕິພາບ ແລະ ຄວາມສົມ ບູນ ພູນສຸກໃນອາຊີແລະ ເອີຣົບ: ຄວາມຈໍາເປັນ ໃນການສ້າງຄວາມເຂັ້ມແຂງໃຫ້ອາ ເຊັມ” ແລະ ມີຄະນະຜູ້ແທນ ຫລາຍກວ່າ 100 ທ່ານຈາກປະເທດສະມາຊິກອາເຊັມ 39 ຄະນະ, ກອງທຶນອາຊີ-ເອີຣົບ ແລະ ກອງເລຂາຮ່ວມມື 3 ຝ່າຍ ຈີນ, ເກົາຫຼີ ແລະ ຍີ່ປຸ່ນ ເຂົ້າຮ່ວມ. ກອງປະຊຸມ ASEM Symposium ນີ້ແມ່ນເປັນຂໍ້ລິເລີ່ມ ຮ່ວມ ລະ ຫວ່າງ ສປ ຈີນ, ສປປ ລາວ, ອິນເດັຽ, ໂປໂລຍ ແລະ ກອງທຶນ ອາຊີ-ເອີຣົບ, ຊຶ່ງໄດ້ຖືກຮັບຮອງຢູ່ ກອງປະຊຸມສຸດຍອດອາເຊັມ ຄັ້ງ ທີ 9 ໃນເດືອນພະຈິກ 2012.           
        ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ: ກາລະໂອກາດ ແລະ ສີ່ງທ້າທາຍຂອງການເຄື່ອນໄຫວ ວຽກງານອາເຊັມ ໃນໄລ ຍະ 17 ປີ ຜ່ານມາ, ຜົນສໍາເລັດ ແລະ ສີ່ງ ທ້າທາຍ ໃນການດໍາເນີນງານ ຂອງກອງທຶນອາຊີ-ເອີຣົບ ແລະ ແລກປ່ຽນປະສົບ ການ, ບົດຮຽນ ທີ່ຖອດຖອນໄດ້ ຂອງບັນດາກົນ ໄກການຮ່ວມມື ຂອງສາກົນ ແລະ ພາກພື້ນ ທີ່ມີລັກສະນະໃກ້ຄຽງ ກັນ,
ແລະ ທິດທາງການພັດທະ ນາ ແລະ ອະນາຄົດຂອງອາເຊັມ. ກອງປະຊຸມໄດ້ ທົບທວນຄືນຜົນ ສໍາເລັດ ແລະ ສີ່ງທ້າທາຍຂອງ ອາເຊັມໃນໄລຍະ 17 ປີຜ່ານມາ ໂດຍໄດ້ຕີ ລາຄາວ່າ ອາເຊັມໄດ້ມີ ຄວາມຄືບໜ້າໃນຫລາຍດ້ານ ທັງ ທາງດ້ານເນື້ອໃນ ແລະ ການຂະຫຍາຍສະມາຊິກ ຈາກ 26 ສະມາ ຊິກຄູ່ຮ່ວມມື ໃນປີ 1996 ມາເປັນ 51 ສະມາຊິກ ຄູ່ຮ່ວມມືໃນປັດຈຸບັນ. ຄຽງ ຄູ່ກັບຜົນສໍາເລັດດັ່ງກ່າວຜູ້ເຂົ້າຮ່ວມເຫັນວ່າ ອາເຊັມຕ້ອງໄດ້ມີການປັບປຸງໃນຫລາຍດ້ານເພື່ອເຮັດໃຫ້ອາເຊັມກາຍເປັນ ເວທີທີ່ ມີປະສິດທິຜົນ ແລະ ມີການຮ່ວມມືທີ່ເປັນຮູບ ປະທໍາ. ໃນນີ້, ລວມທັງການປັບ ປຸງແບບແຜນວິທີເຮັດວຽກ ແລະ ກົນໄກ ປະສານງານເພື່ອຕິດຕາມການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງກອງປະຊຸມສຸດຍອດ ແລະ ກອງປະຊຸມລັດຖະມົນຕີຕ່າງໆ. ນອກນີ້, ຜູ້ເຂົ້າຮ່ວມຍັງສະເໜີໃຫ້ອາເຊັມຈັດພິທີສະເຫລີມສະຫລອງຄົບຮອບ 20 ປີແຫ່ງການຮ່ວມມື ໃນປີ 2016.   
      ໃນໂອກາດ ເຂົ້າຮ່ວມກອງ ປະຊຸມຄັ້ງນີ້, ສປປ ລາວ ໃນຖາ ນະເປັນປະເທດໃຫ້ການສະໜັບ ສະໜູນຮ່ວມ (Co-Sponsor) ໄດ້ ປະກອບສ່ວນຢ່າງຕັ້ງໜ້າຢູ່ ກອງ ປະຊຸມ, ລວມທັງ ທ່ານ ບຸນເກີດ ສັງສົມສັກ ໄດ້ໃຫ້ກຽດກ່າວເປີດ ຮ່ວມ ກັບຄະນະຜູ້ແທນຂັ້ນສູງ ຂອງ ສປ ຈີນ ແລະ ສະຫະພາບເອີຣົບ ແລະ ຄະນະຂອງ ສປປ ລາວ ກໍໄດ້ເປັນຜູ້ນໍາພາກອງປະ ຊຸມ (Moderator) ໃນພາກທີ 3 ກ່ຽວກັບທິດທາງການພັດທະນາ ແລະ ອະນາຄົດຂອງອາເຊັມ. ຜົນຂອງກອງປະຊຸມ ASEM Symposium ຄັ້ງນີ້ ຈະໄດ້ນໍາໄປລາຍງານຢູ່ກອງປະຊຸມຫົວໜ້າເຈົ້າໜ້າທີ່ອາວຸໂສອາເຊັມໃນເດືອນກັນຍາ 2013 ທີ່ ນິວເດັນ ລີ, ປະເທດອິນເດຍ ເພື່ອພິຈາລະນາຕໍ່ໄປ.

No comments:

Post a Comment