Ad

Ad

2 May 2013

ສະເຫລີມສະຫລອງວັນກຳມະກອນສາກົນຄົບຮອບ 127 ປີ



           ສູນ​ກາງສະຫະພັນ​ກຳມະບານ​ລາວ ໄດ້​ຈັດ​ພິທີ​ໂຮມ​ຊຸມນຸມສະ​ເຫລີ​ມ ສະຫລອງ ວັນກຳມະກອນ​ສາກົນຄົບຮອບ 127 ປີ ​(1/5/ 1886​ 1/5/2013) ໃນ​ວັນ​ທີ 30 ​ເມສາ 2013 ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໂດຍ​ມີ ທ່ານ ບຸນ​ຍັງ​ ວໍລະ​ຈິດ ກຳມະ ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຜູ້​ປະ​ຈຳ​ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ,ຮອງ​ປະທານ​ປະ​ເທດ, ທ່ານ ຄຳ​ຫລ້າ ລໍ​ລອນ​ສີ ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ມີ​ບັນດາ​ລັດຖະມົນຕີ​ວ່າການ-ຊ່ວຍ​ວ່າການ,ຮອງ​ປະທານ​ສູນ​ກາງ​ແນວ​ລາວ​າງ ຊາດ, ປະທານ, ຮອງ​ປະທານອົງການ​ຈັດ​ຕັ້ງມະຫາຊົນ​ຂັ້ນ​ສູນ​ກາງ ແລະ ມວນ​ຊົນ ​ເຂົ້າ​ຮ່ວມ 1.000 ກວ່າ​ຄົນ.
     ທ່ານ ຄຳ​ຫລ້າ ລໍ​ລອນ​ສີ ​​ໄດ້​ຂຶ້ນກ່າວປະຫວັດ​ຄວາມ​ເປັນ​ມາ​ຂອງ​ວັນ​ທີ 1 ພຶດສະພາປີ​ນີ້ ຊຶ່ງ​ເປັນຂີດໝາຍ​ອັນ​ສຳຄັນ​ຂອງ​​ກຳມະກອນ​ໃນ​ທົ່ວ​ໂລກ​ກໍ​ຄື​ຊົນ​ຊັ້ນ​ກຳມະກອນ ​ແລະ ​ຜູ້​ອອກ​ແຮງ​ງານ​ລາວ​ບັນດາ​ເຜົ່າ ​ຈາກ​ການ​ຕໍ່​ສູ້​ອັນ​ດຸ​ເດືອດ​ຂອງກຳມະ ກອນ​​ໃນ​ເມື່ອ​ກ່ອນ​ຊົນ​ຊັ້ນ​ກຳ ມະກອນແມ່ນ​ຕົກ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພວກ​ນາຍທຶນ, ຖືກ​ກົດ​ຂີ່​ຂູດ​ຮີດ​ຢ່າງ​ໜັກໜ່ວງ, ກຳ ມະກອນ​ໄດ້​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໃນ​ມື້ໜຶ່ງ 14-15 ຊົ່ວ​ໂມງ ການ​ອອກ​ແຮງ​ງານ​ສຸດ​ທີ່​ລຳບາກ ​ແລະ ມີ​ຄວາມ​ສ່ຽງ​ຕໍ່​ຊິວິດ, ສະ​ນັ້ນ​ມາ​ຮອດ​ປີ 1764 ກຳມະກອນ​ຢູ່​ປະ​ເທດ​ອັງກິດ 1.000 ກວ່າ​ຄົນ ​ໄດ້​ເຂົ້າ​ຮ່ວມ​​ເດີນຂະ​ບວນ​ເພື່ອ​ທວງ​ເອົາ​ສິດ ຜົນປະ​ໂຫຍ​ດຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ແຕ່​ບໍ່​ໄດ້​ຮັບ​​ໄຊຊະນະ, ຮອດ​ປີ 1884 ຢູ່​ເມືອງ​ຊິກ​າ​ໂກ ຊາວ​ກຳມະກອນ​ກໍໄດ້​ຮຽກ
ຮ້ອງ​ໃຫ້​ພວກ​ນາຍທຶນ​ຕ້ອງ​ຫລຸດຜ່ອນ​ໂມງ​ເຮັດ​ວຽກ​ລົງມື້ໜຶ່ງ​ໃຫ້​ເຮັດ​ວຽກພຽງ​ແຕ່ 8 ຊົ່ວ​ໂມງ, ທວງ​​ໃຫ້ພວກ​ນາຍທຶນ​ຕ້ອງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ທາງ​ດ້ານ​ສະ ຫວັດດີ​ການ​ສັງຄົມ​ໃຫ້​ດີກ​ວ່າ​ເກົ່າ, ມາ​ຮອດ​ວັນ​ທີ 1/5/ 1886 ​ຢູ່​​ເມືອງ​ຊິ​ກາ​ໂກໄດ້​ມີ​ຂະ​ບວນການ​ຕໍ່​ສູ້​ຂຶ້ນ​ອີກ​ເປັນ​ຄັ້ງ​ທີ່​ຍິ່ງ​ໃຫຍ່​ກວ່າ​ທຸກ​ຄັ້ງ ມີ​ກຳມະກອນ​ເຂົ້າ​ຮ່ວມ 3 ​ແສນ 4 ໝື່ນ​ຄົນ,ນັດ​ຢຸດ​ງານ 5.000 ​ແຫ່ງ. ຊາວ​ກຳມະກອນ​ໄດ້​ສະ​ເໜີ​ໃຫ້​ພວກ​ນາຍທຶນຕ້ອງ​ອະນຸ ຍາດ​ໃຫ້​ກຳມະກອນ​​ເຮັດ​ວຽກ 8 ຊົ່ວ​ໂມງ​ຕໍ່​ມື້, 8 ຊົ່ວ​ໂມງ​ໃຫ້​ໄດ້​ຜັກ​ຜ່ອນ, ອີກ 8 ຊົ່ວ​ໂມງ​ໃຫ້​ໄດ້​ມີ​ໂອ ກາດ​ຮໍ່​າຮຽນ ຈາກ​ການ​ຕໍ່​ສູ້​ອັນ​ດຸ​ເດືອດ​ຂອງ​ກຳມະກອນ​ດັ່ງກ່າວ​ນັ້ນ​ມາ​ຮອດ​ປີ 1889 ຈຶ່ງ​ໄດ້​ມີ​ກອງ​ປະຊຸມ​ພັກ​ກອມ​ມູນິດ​ສາກົນ​ຄັ້ງ​ທີ II ​ໄຂ​ຂຶ້ນ​ຢູ່​ປາຣີ ປະ​ເທດ​ຝລັ່ງ ​ແລະ ໄດ້​ຕົກລົງ​ຮັບຮອງ​ເອົາ​ວັນ​ທີ 1/5/1886 ​ເປັນ​ວັນ​ກຳມະກອນ​ສາກົນ.
         ໃນ​ໂອກາດນີ້ ທ່ານ ບຸນ​ຍັງ ວໍລະ​ຈິດ​ ກໍ​ໄດ້​​ໃຫ້​ກຽດ​ໂອ້​ລົມ ​ແລະ ​ໄດ້ຮຽກ​ຮ້ອງ​ມາຍ​ັງບັນດາ​ຄະນະ​ພັກ,ສະຫະພັນ​ກຳມະບານ ​ແຕ່ລະ​ຂັ້ນ​ ຕະຫລອດ​ເຖິງ​ພະນັງ​ງານ​ຫລັກ​ແຫ​ລ່ງ, ພະນັກງານ ​ແລະ ສະມາຊິກ​ກຳມະບານ​ທຸກ​ຄົນ ​ໃຫ້​ສຶບຕໍ່​ເອົາ​ໃຈ​ໃສ່ວຽກ​ງານ​ສຶກສາ​ອົບຮົມ​ກໍ່ສ້າງ​ແນວ​ຄິດ ​ແລະ ທັດສະນະ​ຊົນ​ຊັ້ນ​ໃຫ້​ແກ່​ຊົນ​ຊັ້ນ​ກຳມະກອນ​ລາວ ສະຫະພັນ​ກຳມະບານ​ລາວ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ເຈົ້າ​ການ​ຄົ້ນ​ຄ້ວາ​ຫັນ​ເອົາ​ແນວທາງ​ຂອງ​ພັກ,ນະ​ໂຍບາຍ​ຂອງ​ລັດ​ເຂົ້າ​ສູ່​ການຈັດ​ຕັ້ງ​ປະຕິ ບັດ​ຢູ່​ໃນ​ຂົງ​ຂອງ​ຕົນເຂດຢ່າງ​ຈິງ​ຈັງ ​ແລະ ​ເປັນ​ຮູບ​ປະ​ທຳ,​ ເອົາ​ໃຈ​ໃສ່​ໂຄສະນາ​ຂົນຂວາຍ, ສ້າງ​ເນື້ອ​ໃນ, ສ້າງ​ເງື່ອນ​ໄຂ​ໃຫ້​ກຳມະ ກອນ​ໄດ້​ຮັບ​ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ເຕັກ ນິກ​ວິຊາ​ການ, ຍົກ​ລະດັບ​ສີມື​ແຮງ​ງານ​ຂອງ​ຕົນ​ຢູ່​ເລື້ອຍໆ​ເພື່ອ​ຮອງ​ຮັບ​ກັບ​ການ​ພັດທະນາ​ເສດ ຖະກິດ,ການ​ຫັນ​ເປັນ​ອຸດ​ສະຫະ​ກຳ ​ແລະ ທັນສະ​ໄໝຂອງ​ປະ​ເທດ, ​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດ ຂອງ​ກຳມະກອນ, ຊາວ​ຜູ້​ອອກ​ແຮງ​ງານ​ລາວ, ສະຫະພັນ​ກຳມະ ບານ​ແຕ່ລະ​ຂັ້ນ​ຕ້ອງ​ໄດ້​ສຸມ​ໃສ່​ປັບ ປຸງ​ກໍ່ສ້າງ​ການຈັດ​ຕັ້ງ​ຂອງ​ຕົນ​ໃຫ້​ເຕີບ​ໃຫຍ່​ມີ​ຄວາມ​ເຂັ້ມ​ແຂງ​ທັງ​ດ້ານ​ຈຳນວນ ​ແລະ ຄຸນ​ນະ ພາ​ບຕິດ​ພັນ​ກັບ​ຂະ​ບວນການ 3 ສ້າງ​ຂອງ​ພັກ-ລັດ, ​ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ​ການ​ລ່ວງ​ລະ​ເມີດ​ຂໍ້​ກຳນົດ, ກົດໝາຍ​ຂອງ​ລັດ, ສືບຕໍ່​ພົວພັນ​ກັບ​ອົງການ​ກຳມະ ບານ​ປະ​ເທດ​ເພື່ອນ​ມິດ ​ເພື່ອ​ຍາດ​ແຍ່ງ​ເອົາ​ບົດ​ຮຽນ​, ປະສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ວຽກງານ, ດຶງ​ດູດ​ການ​ຊ່ວຍ​ເຫລືອ​ດ້ານ​ທຶນ ຮອນ​ເພື່ອ​ມາ​ພັດ ທະນາ​ກຳມະ ບານ​ລາວ ​ແລະ ຜູ້​ອອກ​ແຮງ​ງານ​ລາວ​ໃຫ້​ສອດຄ່ອງ​ກັບ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ.
           ໃນ​ໂອ​ກາດ​ສະ​ເຫລີ​ມສະ ຫລອງ​ວັນ​ກຳມະກອນ​ສາກົນປີ​ນີ້ ສະຫະພັນ​ກຳມະບານ​ລາວ​ກໍ​ໄດ້​​ຈັດ​ກິດຈະ​ກຳ​ຂະ​ບວນຍ່າງ​ເພື່ອ​ສຸຂະພາບ​​ຂຶ້ນ​ທີ່ປະຕູ​ໄຊ ​ໃນ​ເວລາ 5:30 ​ໂມງຂອງ1/5/ 2013.

No comments:

Post a Comment