Ad

Ad

3 May 2013

ຈັດງານລ້ຽງອຳລາຂອງທ່ານນາງປູ້ຈ້ຽນກົວເອກອັກຄະລັດຖະທູດຈີນປະຈຳລາວ



     ວັນທີ 30 ເມສາແລ້ວນີ້ ຢູ່ນະ ຄອນຫລວງວຽງຈັນ, ໄດ້ຈັດງານລ້ຽງອຳລາ ຂອງ ທ່ານນາງ ປູ້ຈ້ຽນກົວ ເອກອັກຄະລັດຖະ ທູດ ຈີນປະຈຳລາວ, ໂດຍມີທ່ານ ສິນລະ ວົງ ຄຸດໄພທູນ, ກຳມະການ ສູນກາງພັກ, ຫົວຫນ້າຫ້ອງວ່າ ການລັດຖະບານ, ປະ ທານສະມາຄົມມິດຕະພາບລາວ-ຈີນ ພ້ອມ ພັນລະຍາ, ລັດຖະມົນຕີວ່າການ, ທຸຕາ ນຸທູດ ແລະ ຜູ້ຕາງຫນ້າອົງການຈັດຕັ້ງ ປະຈຳລາວ, ຊາວ ຈີນຕ່າງດ້າວ, ວິສາຫະກິດ ຈີນ, ຄູອາຈານ ແລະ ນັກສຶກສາຄົນ ຈີນ ລວມ 300 ກວ່າທ່ານ ໄດ້ເຂົ້າຮ່ວມງານ ລ້ຽງເທື່ອນີ້.
     ໃນງານລ້ຽງ, ທ່ານນາງປູ້ ຈ້ຽນກົວ ກ່າວວ່າ : ສປປ ຈີນ ແລະ ສປປ ລາວ ເປັນບ້ານໃກ້ ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ສອງຝ່າຍໄດ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເສັ້ນທາງສັງຄົມນິ ຍົມ, ໃນເວລາ 3 ປີ ທີ່ດຳ ລົງຕຳ ແຫນ່ງ ທ່ານໄດ້ເປັນສັກຂີພະຍານ ໃຫ້ແກ່ການຂະຫຍາຍໂຕລົງສູ່ ລວງເລິກຂອງສາຍພົວພັນຄູ່ຮ່ວມມືຍຸດທະຍາດ ຮອບດ້ານລະຫວ່າງສອງປະເທດຈີນ-ລາວ, ເຊິ່ງການພົວພັນດ່ັງກ່າວແມ່ນ ສ້າງຂຶ້ນບົນພື້ນຖານຄວາມໄວ້ ເນື້ອເຊື່ອໃຈ ເຄົາລົບ ເຊິ່ງກັນ ແລະ ກັນ, ແລະ ຕ່າງຝ່າຍຕ່າງມີ ຜົນປະໂຫຍດ, ສອດຄ່ອງກັບຜົນ ປະໂຫຍດຮ່ວມຂອງສອງປະ ເທດ, ທ່ານເຊື່ອ ຫມັ້ນວ່າ, ມິດຕະ ພາບຈີນ-ລາວ ຈະທົນທານຕໍ່ ການທົດສອບຫລາຍຢ່າງ, ແລະ ຈີມີອະນາຄົດທີ່ສວຍງາມຢ່າງ ແນ່ນອນ.
       ສະແດງຄວາມຂອບອົກ ຂອບໃຈຕໍ່ພັກ ແລະ ລັດຖະບານລາວ ກໍຄືອົງການຕ່າງໆທີ່ໄດ ເອົາໃຈໃສ່ ແລະ ສະຫນັບສະ ຫນູນການຂະຫຍາຍສາຍພົວພັນ ຈີນ-ລາວ ໃຫ້ນັບມື້ເຕີບໃຫຍ່ຂຶ້ນເລື້ອຍໆ.

No comments:

Post a Comment