Ad

Ad

3 May 2013

ພຽງ 6 ເດືອນສົກປີ 2012-13 GDP ສະຫວັນນະເຂດບັນລຸ 65%



     ເປັນໄປໃນທິດທາງດີພໍສົມ ຄວນສຳລັບການພັດທະນາເສດ ຖະກິດ-ສັງຄົມຂອງແຂວງສະ ຫວັນນະເຂດ ເຊິ່ງໃນ 6 ເດືອນ ສົກປີ 2012-2013 ນີ້ ລວມຍອດ ຜະລິດຕະພັນພາຍໃນ (GDP) ທົ່ວ ແຂວງບັນລຸໄດ້ກາຍເຄິ່ງຂອງ ແຜນການ ຄິດເປັນເງິນປະມານ 6 ພັນຕື້ກວ່າກີບ. ຂະນະທີ່ການຈັດ ຕັ້ງວຽກງານຫລາຍດ້ານມີ ຄວາມຄືບໜ້າ ກາຍເປັນແຮງຊຸກ ຍູ້ສຳຄັນຕໍ່ການພັດທະນາພາຍໃນ ແຂວງໃຫ້ເປັນໄປຢ່າງຕໍ່ເນື່ອງ.
    ຕາມການເປີດເຜີຍຂໍ້ມູນໃນ ກອງປະຊຸມຄົບຄະນະບໍລິຫານ ງານພັກແຂວງເປີດກວ້າງ ຄັ້ງທີ 7 ສະໄໝທີ VII ທີ່ມີຂຶ້ນໃນ ລະຫວ່າງວັນທີ 29-30 ເມສາແລ້ວນີ້ ຢູ່ສະໂມສອນຫ້ອງວ່າການປົກ ຄອງແຂວງ ພາຍໃຕ້ການເປັນປະ ທານຂອງທ່ານ ດຣ. ສຸພັນ ແກ້ວ ມີໄຊ ເລຂາພັກແຂວງ, ເຈົ້າ ແຂວງສະຫວັນນະເຂດ, ມີຄະນະ ປະຈຳພັກແຂວງ, ກຳມະການພັກ ແຂວງ, ຫົວ ໜ້າພະແນກການ ອ້ອມຂ້າງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ ໄດ້ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນສົກປີ 2012-2013 ຜ່ານ ມາ, ສະພາບການລວມທົ່ວແຂວງ ຍັງສືບຕໍ່ມີຄວາມໜັກແໜ້ນ ແລະ ສະຖຽນລະພາບທາງການເມືອງ ມີຄວາມໝັ້ນທ່ຽງ, ສັງຄົມມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງ ຄົມຂອງແຂວງຍັງສືບ ຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ພື້ນຖານ ໂຄງລ່າງຢູ່ເທສະບານແຂວງ ແລະ ບັນດາເມືອງຈຳນວນໜຶ່ງໄດ້ຮັບການປັບປຸງສ້ອມ ແປງ ແລະ ກໍ່ສ້າງຂຶ້ນໃໝ່, GDP ຂອງ ແຂວງປະຕິບັດໄດ້ 6.528 ຕື້ກີບ ເທົ່າກັບ 65,73% ຂອງແຜນການປີ, ສະເລ່ຍລາຍ ຮັບຕໍ່ຄົນໄດ້ 858 ໂດລາສະຫະລັດ, ໃນນັ້ນ ຂະ ແໜງກະສິກຳປະຕິບັດໄດ້ 7,61%, ຂະແໜງອຸດສາຫະກຳປະຕິບັດ ໄດ້
17,89% ແລະ ການບໍລິການ ປະຕິບັດໄດ້ 17,40%. ຄຽງຄູ່ກັນ ນັ້ນ ດ້ານວັດທະນະທຳ-ສັງຄົມກໍ ໄດ້ຮັບການພັດທະນາ, ຊຸກຍູ້ສົ່ງເສີມດີຂຶ້ນເປັນກ້າວໆ ແລະ ໄດ້ ເນັ້ນໜັກສຸມໃສ່ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ ໂດຍຍູ້ແຮງ ການສ້າງບ້ານ- ກຸ່ມບ້ານພັດທະນາຕາມ 4 ເນື້ອ ໃນ 4 ຄາດໝາຍ ພ້ອມທັງການ ເຮັດທົດລອງ 3 ສ້າງ ກໍພວມດຳ ເນີນໂດຍ ຄວາມຮັບຜິດຊອບສູງ. ໃນ 6 ເດືອນຕົ້ນສົກປີນີ້, ການຈັດ ເກັບລາຍຮັບເຂົ້າງົບປະມານໄດ້ ທັງໝົດ 424 ຕື້ກວ່າກີບ ເທົ່າກັບ 40,43% ຂອງແຜນການປີ, ດ້ານ ການລົງທຶນຂອງລັດສາມາດຈັດ ຕັ້ງໄດ້ແລ້ວ 159 ໂຄງການ ໃນ ມູນຄ່າ 30 ຕື້ກວ່າກີບ ເທົ່າກັບ 31,29% ຂອງທຶນທັງໝົດ ໃນນີ້ ໄດ້ລົງທຶນໃສ່ຂົງເຂດເສດຖະກິດ ປະຕິບັດໄດ້ 29 ໂຄງການ ມູນຄ່າ 7,96 ຕື້ກີບ ເທົ່າກັບ 63,37% ຂອງແຜນການປີ, ຂົງເຂດວັດທະ ນະທຳ-ສັງຄົມໄດ້ 64 ໂຄງການ ມີຈຳນວນທຶນ 11,12 ຕື້ກີບ ເທົ່າ ກັບ 42,53% ແລະ ການພັດທະນາ ພື້ນຖານໂຄງລ່າງບັນລຸໄດ້ແລ້ວ 66 ໂຄງການ ໃນມູນຄ່າການລົງ ທຶນ 11,88 ຕື້ກີບ.
    ສຳລັບການສົ່ງເສີມດ້ານການ ລົງທຶນໃນໄລຍະຜ່ານມາ ບັນຍາ ກາດການລົງທຶນພາຍໃນ ແລະ ຕ່າງປະເທດຟົດຟື້ນສົມ ຄວນ, ປັດຈຸບັນມີການລົງທຶນທັງໝົດ 147 ໂຄງການ ລວມມູນຄ່າການລົງ ທຶນ 1,76 ຕື້ໂດລາສະຫະລັດ ໃນນີ້ ລົງທຶນໃນ ເຂດທົ່ວໄປ 118 ໂຄງ ການ, ເຂດເສດຖະກິດພິເສດສະ ຫວັນ-ເຊໂນ 23 ໂຄງການ ແລະ ເຂດການຄ້າຊາຍແດນບ້ານແດນ ສະຫວັນ 6 ໂຄງການ.

No comments:

Post a Comment