Ad

Ad

3 May 2013

ນັກທ່ອງທ່ຽວນິຍົມຂີ່ຊ້າງເພີ່ມຂຶ້ນ



       ຊ້າງເປັນສັດທີມີຄຸນຄ່າ ແລະ ມີຄວາມຜູກພັນກັບຊາວລາວເຮົາ ມາໄດ້ຫຼາຍ ຍຸກ,ຫຼາຍສະໄໝແລ້ວ, ປະຈຸບັນນີ້ປະຊາ ກອນຊ້າງ, ນັບທັງຊ້າງລ້ຽງແລະຊ້າງປ່າເຫັນ ວ່ານັບມື້ຫຼຸດໜ້ອຍຖອຍລົງເນື່ອງ ຈາກຫຼາຍສາເຫດເປັນຕົ້ນແມ່ນ ການຂະຫຍາຍ ພັນຂອງຊ້າງລ້ຽງ ແມ່ນມີໜ້ອຍກ່ວາສັດປະເພດອື່ນ, ສ່ວນຊ້າງປ່າແມ່ນຫຼຸດ​ລົງຍ້ອນ ການຖືກລ່າແລະຖືກທຳລາຍທີ່ຢູ່ອາໄສ ຈາກຄົນເຮົາຈົນເຮັດໃຫ້ຜູ້ລ້ຽງຊ້າງ ແລະ ຫຼາຍພາກສ່ວນທີ່ກ່ຽວຂ້ອງເປັນຫຼວງເລື່ອງອະນາຄົດຂອງມັນ.
          ບ້ານກຽດໂງ້ງເມືອງປະທຸມ ພອນແຂວງຈຳປາສັກແມ່ນ ບ້ານໜຶ່ງທີ່ມີຊ້າງ ຫຼົງເຫຼືອຢູ່ ເຊິ່ງ ໄດ້ມີການສ້າງຕັ້ງເປັນສະ ມາຄົມ ຊ້າງ ແລະນຳໃຊ້ ຊ້າງເຂົ້າໃນການບໍລິການນັກທ່ອງທ່ຽວທັງ ພາຍໃນແລະຕ່າງ ປະເທດ, ເປັນຕົ້ນແມ່ນກິດຈະກຳຂ່ີຊ້າງ ຊົມບຶງ, ຊົມທັດສະນິຍະພາບປ່າສະຫງວນແຫ່ງຊາດເຊປຽນ ແລະ ຊົມທຳມະຊາດ ເທິງພູອາສາຕາມ ໂຄງການທ່ອງທ່ຽວອະນຸ ລັກທຳ ມະຊາດແບບຍືນຍົງໂດຍປະຊາຊົນມີສ່ວນຮ່ວມ, ພໍ່ເຖົ້າສີກາແສງພະຈັນ, ຮອງປະທານສະມາຄົມຊ້າງບ້ານກຽດໂງ້ງໃຫ້ຮູ້ວ່າ:ປັດຈຸບັນພາຍໃນບ້ານກໍຄືພາຍໃນສະມາຄົມມີຊ້າງ13ໂຕສຳລັບການບໍລິການໃຫ້ນັກທ່ອງທ່ຽວໄດ້ຂ່ີໃນແຕ່ລະມື້, ໄດ້ ຈັດຖ່ຽວຜັດປ່ຽນກັນ ຕາມຈຳນວນນັກ​ທ່ອງ​ທ່ຽວ, ສ່ວນ​ຄ່າ​ບໍ​ລິການ​ຂີ່ຊ້າງ​ຂື້ນ​ພູ​ອາ ສາ​ແມ່ນ120.000​ກີບ/ຖ​້ຽວ,​ໃນ​ນັ້ນ​ແບ່ງປັນ​ໃຫ້​ເຈົ້າ​ຂອງ​ຊ້າງ90​ພັນ​ກີບ,​ແບ່ງປັນ​ໃຫ້​ບ້ານ,​ເມືອງ​ແລະ​ສະມາຄົມ​ບ່ອນລະ10​ ພັນ​ກີບ, ​ແຕ່​ຖ້າ​ຂີ່​ຊ້າງ​ທ່ຽວ​ປ່າ​ຊົມ​
ບຶງ​ຄ່າ​ບໍລິການ​ແມ່ນ 360.000​ ກີບ/ ຖ້ຽວ​ເພາະ​ໃຊ້​ເວລາ​ໝົດ​ມື້,ສິ່ງ​ໜຶ່ງ​ທີ​ສະມາຄົມຊ້າງຂອງ​ພວກ​ເຮົາ​ເປັນ​ຫ່ວງ​ແລະ​ວິຕົກ​ກາງ​ວົນ​ແມ່ນ​ຈຳນວນ​ຊ້າງ​ລ້ຽງ​ທີ​ຢູ່​ໃນ​ການ​ຄອບ​ຄອງຂອງ​ປະຊາຊົນ​ນັບ​ມື້​ຫຼຸດ​ໜ້ອຍ​ຖອຍ​ລົງ​ແລະ​ກໍ່​ມີ​ທ່າອ່ຽງ​ວ່າ​ຈະ​ສູນພັນ​ໄປ,ສະ​ເພາະ​ຢູ້ບ້ານ​ກຽດ​ໂງ້ງ​ກໍ​ເປັນ​ເວ ລາ 20 ​ກ່ວາປີ​ແລ້ວ​ທີ່​ບໍມີ​ຊ້າງ​ໃໝ່​ເກີດ​ມາ​ແລະ​ບ້ານ​ອື່ນ​ໆ​ທີ​ມີ​ຊ້າງ​ກໍ​ຄື​ກັນ,ການ​ລ້ຽງ​ຊ້າງ​ຢູ່​ບ້ານ​ດັ່ງ ກ່າວ​ແມ່ນ​ລ້ຽງ​ແບບ​ທຳ​ມະ​ຊາດ​ແຫຼ່ງອາຫານ​ກໍ​ມີ​ຄວາມ​ສະດວກ​ເພາະ​ຊ້າງ​ກິນ​ຫຍ້າ,​ໃບ​ໄມ້,ພຸ້ມ​ໄມ້,​ເປືອກ​ໄມ້​ແລະ​ໝາກ​ໄມ້​ເປັນ​ອາຫານ,ຍາມ​ແລ້ງ​ຖ້າ​ຫາກ​ມື​ໃດ​ບ່ໍ​ຖືກ​ຖ້ຽວ​ບໍລິການ​ແມ່ນ​ຈະ​ປ່ອຍ​ຊ້າງ​ລົງ​ບຶງ​ໂລດ​ຮອດ​ຕອນ​ຄ່ຳ​ຈຶງ​ໄປ​ນຳ​ມາ​ແຫຼ່ງ​ໄວ,້​ສ່ວນ​ຍາມ​ຝົນ​ຫຍຸ້ງຍາກ​ແດ່​ໜ້ອຍ​ໜຶງ​ເພາະ​ຢູ່​ອ້ອມ​ຮອບ​ບຶງ​ມີ​ແຕ່​ນາ​ຂອງ​ປະ ຊາຊົນ,​ຕາມ​ທຳ​ມະ​ຊາດ​ຂອງ​ຊ້າງ​ນັ້ນ​ບໍ່​ແມ່ນ​ມັນ​ຈະ​ປະສົມ​ພັນ​ກັນ​ໄດ້​ທຸກ​ເວລາ​ແຕ່​ມັນ​ມີ​ໄລຍະ​ຂອງການ​ປະສົມ​ພັນ​ກັນ​ຄັກ​ແນ່, ປົກກະຕິ​ແມ່ນ​ປະມານ​ກາງ​ເດືອນ ຕຸລາ-​ເດືອນ​ທັນວາ​ຂອງ​ທຸກ​ໆ​ປີ​ແລະ​ໄລຍະ​ການ​ຖື​ພາ​ຂອງ​ຊ້າງ​ນັ້ນດົນ​ເຖິງ36​ເດືອນ​ຈິງ​ຈະ​ໃຫ້​ກຳ​ເນີ​ດລູກ​ໄດ້.ສ່ວນ​ການ​ປະສົມ​ພັນ​ຂອງ​ຊ້າງ​ຢູ່​ບ້ານ​ກຽດ​ໂງ້ງ​ໃນ​ອະດີດ​ນັ້ນ​ພໍ​ຮອດ​ຍາມ​ເຈົ້າ​ຂອງ​ກໍ​ຈະ​ປ່ອຍ​ໃຫ້​ຊ້າ​ງ​ໄປ​ປະສ​ົມພັນ​ກັນ​ຢູ່​ບຶງ​​ໂລດ​​,​ແຕ່​ໄລຍະ20​-30ປີ​ມາ​ນີ້​ໄດ້​ມີ​ການ​ປ່ຽນ​ແປງ, ຊ້າງ​​ເຖິກ    (​ໂຕຜູ້​)ກໍ່​ມີ​ໜ້ອຍ​ເມືອຮອດ​ລະ​ດູ​ການ​ຊ້າງ​ປະສົມ​ພັນ​ເຈົ້າ​ຂອງ​ຊ້າງ​ກໍບໍ່​ປ່ອຍ​ໃຫ້​ຊ້າງ​​ໄປປະສ​ົມ ພັນ​ກັນຄື​ແຕ່​ກ່ອນ.ບັນຫາ​ດັ່ງກ່າວ​ນີ້​ກໍ່​ເປັນ​ສາ​ເຫດ​ໜຶ່ງ​ທີ​ເຮັດ​ໃຫ້​ຊ້າງ​ບໍ່​ມີ​ການ​ອອກ​ແມ່​ແພ່​ລູ​ກ​ແ​ລະ​ກໍ​ມີ​ໂອກາດ​ສູນພັນ​ສູງ​ທີ່​ສຸດ.
         ນັກ​ທ່ອງ​ທ່ຽວ​ຫຼາຍທ່ານ ​ເວົ​້າວ່າ:​ເມື່ອ​ມາ​ເຖິງ​ບ້ານ​ກຽດ​ໂງ້ງ​ແລ້ວ​ບໍ່​ໄດ້​ຂີ່​ຊ້າງ​ກໍ່​ສ່ຳ​ກັບ​ວ່າ​ບໍ່​ໄດ້​ມາ​ບ້ານ​ແຫ່ງ​ນີ້​ເພາະສະ​ນັ້ນ​ຜູ້​ທ່ີ​ຈະ​ມາ​ຂີ້​ຊ້າງ​ກໍ​ຕ້ອງ​ໄດ້​ປະ ສານ​ງານ​ກັບ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ຫຼື​ບໍລິສັດ​ທ່ອງ​ທ່ຽວ​​ເພື່ອ​ຈອງ​ຄິວ​​ເພື່ອ​ບ່ໍ​ໃຫ້ເສຍ​ເວລາ​ໃນ​ການ​ລໍ້​ຖ້າ​ເພາະ​ຊ້າງ​ບ່ໍ​ມີພຽງພໍ​ໃຫ້​ຂີ່ແຕ່​ນັກ​ທ່ອງທ່ຽວ​ພັດ​ນິຍົມ​ຂ່ີ​ຊ້າງ​ເພື່ມຂື້ນເລື້ອຍໆ.

No comments:

Post a Comment