Ad

Ad

3 May 2013

ພັດທະນາເຂື່ອນໄຟຟ້າຕ້ອງໄປຄຽງຄູ່ກັບຄວາມຍືນຍົງ



    ປັດຈຸບັນ ຄວາມຕ້ອງການ ຂອງ ການຊົມໃຊ້ໄຟຟ້າແມ່ນມີສູງຂຶ້ນເລື້ອຍໆ ເຊິ່ງປະເທດລາວ ກໍພວມສຸມໃສ່ການພັດທະນາ ເຂື້ອນໄຟຟ້າໃຫ້ຫລາຍຂຶ້ນ ເພື່ອ ຕອບສະໜອງກັບຄວາມຕ້ອງການດັ່ງກ່າວ ແລະ ໄປຄຽງຄູ່ກັບ ການຮັກສາສະພາບແວດ ລ້ອມ ແລະ ຄວາມຍືນຍົງ.
    ແນ່ນອນ ການອານຸລັກຮັກສາ ທຳມະຊາດປ່າໄມ້ໃຫ້ມີຄວາມອຸ ດົມສົມບູນນັ້ນ ເປັນຜົນດີໃຫ້ແກ່ການສ້າງແຫລ່ງນ້ຳທຳມະ ຊາດ ໃຫ້ອຸດົມສົມບູນ ເຊິ່ງຈະເປັນປັດ ໃຈສຳຄັນໃນການສະໜອງນ້ຳ ໃຫ້ມີຢ່າງພຽງພໍສຳລັບການຜະລິດກະແສໄຟຟ້າໃນຕໍ່ ໜ້າ.
    ທ່ານ ສຸລິນທອນ ເລືອງຄຳສິງ ນັກເສດຖະສາດປະຈຳທະນາຄານພັດທະນາອາຊີປະຈຳລາວ ກ່າວວ່າ: ສ ປປ ລາວ ມີ ຄວາມອາດສາມາດສູງຫລາຍໃນການ ພັດທະນາພະລັງງານໄຟຟ້າໂດຍສະເພາະແມ່ນການສ້າງເຂື່ອນໄຟຟ້າ ແລະ ມັນເປັນ ສິ່ງຈຳເປັນຫລາຍທີ່ຈະພັດທະນາໃຫ້ມີຄວາມຍືນຍົງ.
          ທ່ານ ສາສະດາຈານ ດຣ ພູເພັດ ແກ້ວພິລາວົງ ຈາກຄະນະ ເສດຖະສາດບໍລິຫານທຸລະກິດມະຫາວິທະຍາໄລແຫ່ງ ຊາດ ກ່າວວ່າ: ການໃຊ້ພະລັງງານໄຟ ຟ້າໃນທະວີບອາຊີ ຈະເພີ່ມຂຶ້ນ ໃນທົດສະວັດທີ່ຈະມາເຖິງນີ້ຍ້ອນການພັດທະນາທາງ ດ້ານເສດຖະກິດມີການເພີ່ມຂຶ້ນຫລາຍໃນພູມິພາກ.

        ທະນາຄານພັດທະນາອາຊີ ປະເມີນວ່າ:ໃນປີ 2015 ການນຳ ໃຊ້ພະລັງງານໄຟຟ້າໃນພູມີພາກອາຊີຈະເພີ່ມຂຶ້ນປະມານ 50% ຂອງພະລັງງານໄຟຟ້າໃນທົ່ວ ໂລກ ແລະ ສ ປປ ລາວ ເປັນປະ ເທດໜຶ່ງທີ່ມີທ່າແຮງໃນການພັດທະນາເຂື່ອນໄຟຟ້າ ເນື່ອງຈາກ ວ່າມີແຫລ່ງຊັບພະຍາກອນນ້ຳ, ພູຜາປ່າໄມ້ທີ່ອຸດົມສົມບູນໂດຍສິ່ງນີ້ ຈະເປັນປັດໃຈສຳຄັນໃນການດຶງດູດນັກລົງ ທຶນຈາກຕ່າງປະເທດເຂົ້າມາພັດທະນາໃນຂະ ແໜງການພະລັງງານໃຫ້ຫລາຍຂຶ້ນ.
       ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ປະເທດລາວ ມີ ຄວາມສາມາດສ້າງເຂື່ອນໄຟຟ້າ ໄດ້ເຖິງ 100 ແຫ່ງ, ມີກຳລັງ ການ ຜະລິດກະແສໄຟຟ້າໄດ້ 28 ພັນເມ ກາວັດ,ແຕ່ມາຮອດປັດຈຸບັນ ມີ ເຂື່ອນທີ່ສາມາດຜະລິດກະແສໄຟ ແລະ ພວມກໍ່ສ້າງ ປະມານ 20 ແຫ່ງ ແລະ ມິກຳລັງການຕິດຕັ້ງ ພຽງແຕ່ 3000 ເມກາວັດ. ນອກຈາກນີ້ ລັດຖະບານກໍໄດ້ໃຫ້ຄຳ ໝັ້ນສັນຍາວ່າ ຈະພັດທະນາພະລັງງານໄຟຟ້າໃຫ້ມີຄວາມຍືນຍົງ.

No comments:

Post a Comment