Ad

Ad

3 May 2013

ເປີດບັ້ນສຳຫລວດເສດຖະກິດທົ່ວປະເທດຄັ້ງທີ II



       ພິທີປະກາດ​​ເປີດບັ້ນການ​ສຳ​ຫລວດ​ເສດຖະກິດ​ທົ່ວ​ປະ​ເທດ​ຄັ້ງ ທີ II ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ພຶດສະ ພາ 2013 ຢູ່​ສູນ​ການ​ຄ້າ​ລາວ​-ໄອ​ເຕັກ, ນະຄອນຫລວງ​ວຽງ​ຈັນ​ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າ ການ​ກະຊວງ​ແຜນການ ແລະ ການ​ລົງທຶນ ຫົວໜ້າ​ຄະນະ​ຊີ້ນຳ ການ​ສຳ​ຫລວດ​ເສດຖະກິດ​ທົ່ວ ປະເທດ​,ມີ​ບັນດາ​ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ,ບັນດາ​ຄະນະ​ຊີ້ນຳ​ການ​ສຳ​ຫລວດ​ຂັ້ນສູນ​ກາງ ​ແລະ ​ບັນດາ​ແຂວງ ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ​ທີ່ກ່ຽວຂ້ອງ​ຈຳນວນ​ໜຶ່ງ.
         ທ່ານ ສົມ​ດີ ດວງ​ດີ ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ຄວາມ​ສຳ ຄັນ​ຂອງ​ການ​ເປີດ​ບັ້ນການສຳ​ຫລວດ​ເສດຖະກິດທົ່ວ​ປະ​ເທດ​ຄັ້ງ ທີ II ນີ້ວ່າ: ການ​ປະກາດ​ບັ້ນສຳ​ຫລວດ​ເສດຖະກິດ​ທົ່ວ​ປະ​ເທດ​ໃນ​ຄັ້ງນີ້ແມ່ນ​ໜຶ່ງ​ໃນ​ການ​ສຳ​ຫລວດ ສະຖິຕິ​ທີ່​ສຳຄັນ​ ນອນ​ໃນ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ລະບົບ​ສະຖິຕິ​ແຫ່ງ​ຊາດ​ຂອງ​ລັດຖະບານ ​ທີ່​ໄດ້​ບັນ​ຢັດ​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍ​ສະຖິຕິ ເຊິ່ງຈະ​ປະຕິບັດ​ໃນ​ທຸກໆ 5 ປີ​ໂດຍ​ນຳ​ໃຊ້​ເຕັກນິກ​ດ້ານ​ວິຊາ​ການ​ທີ່​ສາມາດ​ສົມ​ທຽບ​ກັບ​ສາ ກົນ. ການ​ສຳ​ຫລວດ​ເສດຖະກິດ​ຄັ້ງນີ້​ແມ່ນ​ຄັ້ງທີ່​ສອງ​ຂອງ​ປະ​ເທດ​ເຮົາ​ເຊິ່ງຄັ້ງທຳ​ອິດ​ແມ່ນ​ໄດ້​ດຳ​ເນີນ​ການ​ສຳ​ຫລວດ​ໃນ​ປີ 2006 , ການ​ສຳຫລວດ​ໃນ​ຄັ້ງນີ້​ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ເພາະ​ເປັນ​ແຫ​ລ່ງຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ດຳ​ເນີນ ແລະ ​ການ​ເຄື່ອນ​ໄຫວ​ຂອງ​ຫົວ ໜ່ວຍ​ທຸລະ​ກິດ​ເປັນຕົ້ນ​ແມ່ນ ການ ຜະລິດ, ການ​ລົງທຶນ, ລາຍ​ຮັບ​-ລາຍ​ຈ່າຍ, ລະບົບ​ການ​ນຳ​ໃຊ້​ເຕັກນິກ ​ແລະ ສະພາບ​ການ​ຈ້າງ​ງານ​ຂອງ​ຜູ້​ປະກອບ​ການ, ​ເຊິ່ງ ຜົນ​ຂອງ​ການ​ສຳ​ຫລວດ​ດັ່ງກ່າວ​ຈະ​ເປັນ​ຂໍ້​ມູນ​ທີ່​ສຳຄັນ​ເພື່ອ​ຕີ​ລາ ຄາ​ແລະວັດ​ແທກ​ຜົນ​ສຳ​ເລັດ​ຂອງ​ການຈັດຕັ້ງປະຕິບັດ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ- ສັງ ຄົມ ​ແລະ ​ເປັນ​ໄມ້​ຫລາ​ວັດ​ແທກ​ສຳລັບ​ການ​ຫລຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020 ກໍ​ຄື ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຕາມ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ຂອງ​
ລັດຖະບານ​ແຫ່ງ ສປປ.ລາວ ທີ່​ໄດ້​ວາງ​ໄວ້​ໃນ​ປີ 2015 ເວົ້າ​ລວມ, ​ເວົ້າ​ສະ​ເພາະ ​ແມ່ນ​ຈະ​ເປັນ​ຂໍ້​ມູນ​ສະຖິຕິ​ພື້ນຖານ​ໃຫ້​ແກ່​ການຈັດຕັ້ງປະຕິ ບັດ​ທິດ​ນຳ​ສ້າງ​ແຂວງ​ເປັນ​ຫົວ ໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ໃຫ້​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບ ດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວ ໜ່ວຍ​ພັດທະນາ, ການ​ສຳ​ຫລວດ​ຄັ້ງນີ້ຈະ​ເປັນ​ຂໍ້​ມູນ​ສະຖິຕິ​ທາງ​ການ​ທີ່​ເປັນ​ບ່ອນ​ອີງ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ພັກ, ​ໃຫ້ເ​ເກ່ລັດຖະບານ ແລະ ບັນດາ​ອົງການ​ຈັດຕັ້ງສາ ກົນ​ໃນ​ການ​ຕີ​ລາຄາ​ຜົນ​ສຳ​ເລັດ ​ແລະ ປະ​ເມີນ​ຄວາມ​ຄືບ​ໜ້າການ​ຈັດຕັ້ງຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ, ​ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ​ແຫ່ງ​ຊາດ, ການ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ໃນ​ປີ 2015 ແລະ ການ​ຫລຸດ​ພົ້ນ​ອອກ​ຈາກ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020 ພ້ອມ​ນີ້ ທ່ານ​ຍັງ​ໄດ້ກ່າວ​ຕື່ມ​ອີກ​ວ່າ: ການ​ສຳ​ຫລວດ​ຄັ້ງນີ້ຈະ​ບໍ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຖ້າຫາກ​ຂາດ​ການ​ຮ່ວມ​ມື ແລະ ​ເປັນ​ເຈົ້າ​ການ​ຂອງ​ບັນດາ​ການ​ນຳ​  ອຳ ນາດ​ການ​ປົກຄອງ​ທຸກຂັ້ນ ໂດ​ຍສະ​ເພາະ​ແມ່ນ​ບັນດາ​ຄະນະ​ຊີ້ນຳ​ຂັ້ນນະ ຄອນຫລວງ, ຂັ້ນ​ແຂວງ, ຂັ້ນ​ເມືອງ ​ແລະ ບຸກຄະລາ​ກອນ​ທີ່​ເຂົ້າ​ຮ່ວມ​ດຳ​ເນີນ​ການ​ສຳ​ຫລວດ​ນີ້​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ​ແລະ ບໍ່​ສາມາດ​ເກີດ​ຂຶ້ນ​ໄດ້​ຖ້າ​ປາ​ສະ​ຈາກ​ການ​ໃຫ້ການ​ຮ່ວມ​ມື​ຂອງ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ​ແລະ ຫ້າງ​ຮ້ານ​ໃນ​ການ​ອຳນວຍ​ຄວາມ​ສະດວກ ​ແລະ ຕອບ​ສະ ໜອງ​ຂໍ້​ມູນ​ດ້ວຍ​ຄວາມ​ຈິງ​ໃຈ.
          ​​ໃນ​ເຊົ້າ​ຂອງ​ວັນ​ດຽວ​ກັນ ນີ້ກໍ​ໄດ້​ມີກອງ​ປະຊຸມ​ຄະນະ​ຊີ້ນຳ​ສຳ​ຫລວດ​ທົ່ວ​ປະ​ເທດ​ຄັ້ງທີ II  ​ເພື່ອ​ປຶກສາ​ຫາລື, ປະກອບ​ຄຳ​ຄິດ​ເຫັນ​ ​ແລະ ຮັບ​ຟັງ​ບົດ​ລາຍ​ງານ ຄວາມ​ຄືບ​ໜ້າ ​ຂອງ​ການ​ກະກຽມ​ການ​ສຳ​ຫລວດ​ເສດ​ຖະກິດ ​ເປັນ ຕົ້ນ​ແມ່ນ ສະພາບ​ການຈັດ​ແບ່ງ​ເຂດ​ສຳ​ຫລວດ,ສະພາບ​ຫົວໜ່ວຍ ​ເສດຖະກິດ​ຕ່າງປ​ເທດ, ຄວາມ​ພ້ອມ​ດ້ານ​ບຸກຄະລາ​ກອນ ແລະ ວຽກ​ງານ​ໂຄ ສະນາ, ວຽກ​ງານ​ໂຄສະນາ ​ແລະ ວຽກ​ງານ ປກຊ- ປກສ, ຂັ້ນຕອນ ແລະ ການຈັດ​ແບ່ງ​ເຂດ​ສຳ​ຫລວດ, ສະພາບ​ຈັດ​ແບ່ງ​ເຂດ​ສຳ​ຫລວດ​ກ່ຽວ​ກັບ​ເຂດ​ເສດຖະກິດ​ພິ​ເສດ, ຄວາມ​ເປັນ​ມາ  ​ແລະ ຄວາມ​ຄືບ​ໜ້າ​ຂອງ​ການ​ສຳ​ຫລວດ​ເສດຖະກິດ, ການ​ກະ ກຽມ ​ແລະ ຄວາມ​ພ້ອມ​ໃຫ້​ແກ່​ການ​ສຳ​ຫລວດ​ຂອງ​ນະຄອນຫລວງ ​ແລະ ອື່ນໆ.

No comments:

Post a Comment