Ad

Ad

3 May 2013

ໂຮງຫມໍແຂວງຈຳປາສັກເປີດນຳໃຊ້ຫ້ອງມໍລະສຸມຫົວໃຈ



      ພິທີເປີດການນຳໃຊ້ຫ້ອງມໍລະສຸມຫົວໃຈ ໂຮງຫມໍແຂວງຈຳ ປາສັກ ໂດຍການ ຊ່ວຍເຫລືອຈາກໂຄງການເພື່ອພັດທະນາ ສາທາລະນະສຸກ (ADS)  ປະເທດ ລຸກ ຊຳບວກ  ໄດ້ມີຂຶ້ນໃນວັນທີ 26 ເມສາຜ່ານມານີ້, ຢູ່ໂຮງຫມໍ ດັ່ງກ່າວ ໂດຍການເຂົ້າ ຮ່ວມຂອງທ່ານ ດຣ ຄຳໂພ ຈະເລີນວົງ ຫົວຫນ້າພະແນກສາທາລະສຸກ ແຂວງຈຳປາ ສັກ, ທ່ານ ສຈ.ດຣ ຣີຊາດ ສະນາຍເດີ ຜູ້ ຕາງຫນ້າໂຄງການ ADS  ຈາກປະເທດ ລຸກຊຳບວກພ້ອມດ້ວຍຄະນະພະແນກການຕ່າງປະເທດ, ຜູ້ອຳນວຍການໂຮງຫມໍ ແຂວງຈຳປາສັກ ແລະ ພະນັກງານແພດຫມໍເຂົ້າຮ່ວມເປັນຈຳນວນຫຼວງຫລາຍ.
       ທ່ານ ດຣ ນາງມະໄລສີ ຫົວ ຫນ້າຂະແຫນງເສັ້ນເລືອດ ແລະ ຫົວໃຈໂຮງຫມໍ ແຂວງຈຳປາສັກ ໄດ້ມີຄຳເຫັນຕໍ່ພິທີວ່າ : ປັດຈຸບັນ ພະຍາດຫົວໃຈ-ເສັ້ນເລືອດ ເປັນ ພະຍາດຫນຶ່ງທີ່ພວມຄຸກຄາມສຸ ຂະພາບຂອງປະຊາກອນໂລກອັນເປັນສາເຫດ ສຳຄັນຕໍ່ການ ເສຍຊີວິດຂອງປະຊາຊົນ ໂດຍສະ ເພາະໃນປະເທດທີ່ພວມພັດທະ ນາ ເຊິ່ງລາວເຮົາກໍແມ່ນປະເທດຫນຶ່ງທີ່ ນອນຢູ່ໃນຈຳນວນດັ່ງກ່າວ, ດ່ັງນັ້ນການຊ່ວຍ ເຫລືອຄື່ອງມື, ອຸປະກອນທີ່ທັນສະ ໄຫມ ແລະ ຫ້ອງມໍລະສຸມຫົວໃຈ ດັ່ງ ກ່າວຈາກໂຄງການ ADS ປະເທດລຸກຊຳບວກ ຈຶ່ງ ມີຄວາມສຳຄັນຍິ່ງ ຄືໃນປີ 2003 ຜ່ານ ມາ ໂຄງການ ADS  ໄດ້ຊ່ວຍ ຜ່າຕັດພະຍາດຫົວໃຈຢູ່ລາວໄດ້ຢູ່ໂຮງ ຫມໍເສດຖາທິ
ລາດນະຄອນຫຼວງວຽງຈັນ ແລະ ມາຮອດປີ 2005 ຈຶ່ງໄດ້ສ້າງຕັ້ງສະຖາ ບັນຫົວໃຈ ລາວ-ລຸກຊຳບວກ ຢູ່ໂຮງຫມໍມະ ໂຫສົດ ເພື່ອຮັບການປິ່ນປົວ ແລະ ຜ່າຕັດຫົວໃຈ, ໃນປີ 2006-2011 ໂຮງ ຫມໍແຂວງຈຳປາສັກ ຈຶ່ງໄດ້ ຮັບທຶນສົ່ງພະນັກງານ ໄປເຝິກ ອົບ ຮົມໄລຍະສັ້ນ  ແລະ ໄລຍະຍາວ ທາງດ້ານພະຍາດຫົວໃຈ-ເສັ້ນ ເລືອດຢູ່ວຽງຈັນດ້ວຍສະຫນັບສະຫນູນຈາກ ໂຄງການ ADS ແລະ ໃນເດືອນ 5/2007 ໂຮງຫມໍ ແຂວງຈຳປາສັກ ຈຶ່ງໄດ້ ຮັບການຊ່ວຍເຫລືອເຄື່ອງເອໂກຫົວໃຈ ແລະ ເຄື່ອງກວດ ເລືອດ TPINR  ຢ່າງລະເຄື່ອງ ແລະ ໃນລະ ຫວ່າງປີ 2008-2010 ທາງໂຄງການໄດ້ຮັບການຊ່ວຍເຫລືອທຶນ ໃຫ້ພະນັກງານຂະແຫນງຫົວໃຈ- ເສັ້ນເລືອດໂຮງຫມໍແຂວງຈຳປາສັກ ລົງ ສຶກສາອັດຕາການເປັນ ພະຍາດຫົວໃຈເດັກ ແລະ ໄວ ຮຽນຢູ່ 10 ໂຕເມືອງ ຂອງແຂວງ  ແລະ ພົບເຫັນຍອດຜູ້ເປັນຫົວໃຈ ມີ ທ່າອ່ຽງເພີ່ມຂຶ້ນ ເຊິ່ງອີງໃສ່ ສະຖິຕິພະຍາດຫົວໃຈ-ເສັ້ນເລືອດ ຂອງໂຮງຫມໍແຂວງຈຳປາສັກ ແມ່ນມີອັດຕາການຕາຍອັນດັບ ສອງຮອງຈາກພະຍາດກະທົບ ກະທັນຫັນ, ດັ່ງນັ້ນ, ໂຮງຫມໍ ແຂວງຈຶ່ງເຫັນໄດ້ຄວາມສຳຄັນທີ່ຈະຕ້ອງໄດ້ມີຫ້ອງມໍລະສຸມຫົວ ໃຈ ແລະ ປະກອບອຸປະກອນການ ແພດ ແລະ ເຄື່ອງມືຮັບໃຊ້ທີ່ທັນ ສະໄຫມເຊັ່ນ : ເຄື່ອງເອໂກຫົວ ໃຈ, ໂມນີຕໍຣິງ, ເຊແຮັງ ເອເລັກ ຕຣິກ, ເຄື່ອງ ECG, ເຄື່ອງຊ່ວຍ ຫາຍໃຈ ແລະ ອື່ນໆ ເພື່ອສາມາດ ດຳເນີນການປິ່ນປົວຜູ້ເປັນພະ ຍາດຫົວໃຈໄດ້ ແລະ ຄວາມຫວັງ ດັ່ງກ່າວກໍກາຍເປັນຮູບປະທຳ ພາຍຫລັງໂຄງການ ADS  ລຸກ ຊຳບວກ ໄດ້ໃຫ້ການຊ່ວຍເຫລືອລ້າດ້ວຍ ມູນຄ່າສູງເຖິງ 125 ພັນ ເອີໂຣ ແລະ ຫວັງວ່າ ໂຮງຫມໍດັ່ງກ່າວຈະຈຳນໃຊ້ໃຫ້ມີປະສິດຕິພາບສູງສຸດ.

No comments:

Post a Comment