Ad

Ad

3 May 2013

ສອບເສັງນັກຮຽນເກັ່ງທົ່ວປະເທດຂັ້ນ ມ 4 ແລະ ມ 7 ຢູ່ນະຄອນຫຼວງວຽງຈັນ



          ການສອບເສັງນັກຮຽນ ເກັ່ງທົ່ວປະເທດຊັ້ນ ມ4 , ມ7, ໄດ້ ຈັດຂື້ນທີ່ມະຫາວິທະຍາໄລແຫ່ງ ຊາດລາວ, ນະຄອນ ຫຼວງວຽງຈັນ ໃນວັນທີ 30 ເມສານີ້. ໂດຍການເປັນກຽດເຂົ້າຮ່ວມ ຂອງ ທ່ານ ລີຕູ້ ບົວປາວ ລັດຖະມົນຕີຊ່ວຍວ່າການກະ ຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມ, ຜູ້ອຳນວຍການໂຮງຮຽນພາກ ລັດ ແລະ ພາກເອກະຊົນ, ຄູອາຈານ ພ້ອມດ້ວຍ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.     
       ການສອບເສັງນັກຮຽນເກັ່ງ ຄັ້ງນີ້, ມີນັກຮຽນເຂົ້າຮ່ວມແຂ່ງ ຂັນ 172 ຄົນ. ຍິງ 51 ຄົນ, ໃນນັ້ນ ນັກສອບເສັງລະ ດັບ ມັດທະຍົມ ມ.4 ມີ 72 ຄົນ, ຍິງ 24 ຄົນ. ນອກ ຈາກນັ້ນມີການສອບເສັງສາ ຍ ຫ້ອງພອນສະຫວັນ ມ.7 ມາຈາກ 4 ໂຮງ ຮຽນ ຈຳນວນ 32 ຄົນ, ຍິງ 7 ຄົນ, ຈາກ 16 ແຂວງ ແລະ ນະຄອນຫຼວງ. ວິຊາສອບເສັງມີ 4 ວິຊາຫຼັກຄືພາສາລາວ-ວັນນະ ຄະດີ, ຄະນິດສາດ, ຟິຊິກສາດ ແລະ ເຄມີສາດ. ການແຂ່ງຂັນສອບ ເສັງນັກຮຽນ ເກັ່ງຂັ້ນມັດທະຍົມ ຕົ້ນໄດ້ເລີ່ມແຕ່ ພາກ ຮຽນ ທີ 2 ເປັນຕົ້ນມາ, ໂດຍມີການແຂ່ງຂັນ ພາຍໃນໂຮງ ຮຽນ, ແຂ່ງຂັນລະ ດັບຂັ້ນເມືອງ ແລະ ຂັ້ນແຂວງຈົນຮອດທ້າຍ ເດືອນມີນາຈື່ງສຳເລັດ ການແຂ່ງຂັນນັກຮຽນ ເກັ່ງ ຊັ້ນ ມັດທະຍົມຊັ້ນ ມ.4 ແລະ ມ.7 .     

         ທ່ານ ລີຕູ້ ບົວປາວ ລັດຖະ ມົນຕີຊ່ວຍວ່າການກະຊວງສຶກ ສາທິການ ແລະ ກິລາ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມ ແຜນ ຍຸດທະສາດແຫ່ງຊາດແມ່ນໄດ້ເນັ້ນການ ສອນໃຫ້ມີຄຸນ ນະພາບຂອງຄູອາ ຈານໃນແຕ່ລະ ເມືອງ, ແຂວງ. ເພື່ອຄັດເລືອກເອົາ ນັກຮຽນຜູ້ທີ່ຮຽນເກັ່ງເປັນຕົວແທນນັກຮຽນ ລາວໄປແຂ່ງຂັນລະດັບພາກພື້ນ. ໃນແຕ່ລະປີກະຊວງສຶກສາຂອງປະເທດສະມາ ຊິກອາຊຽນ ໄດ້ ຈັດການແຂ່ງຂັນສອບເສັງນັກ ຮຽນເກັ່ງທີ່ເອີ້ນວ່າ: " ໂອແລມປຽນ " ໂດຍສະເພາະແມ່ນວິຊາ ທຳມະ ຊາດ ເຊັ່ນ: ຄະນິດສາດ, ຟິຊິກສາດ, ເຄມີສາດ. ໃນນັ້ນ, ກະຊວງສຶກສາທິການ ແລະ ກິລາລາວກໍ່ໄດ້ສົ່ງນັກຮຽນເກັ່ງລະດັບຊັ້ນ ມ 4, ມ 7 ເຂົ້າຮ່ວມແຂ່ງ ຂັນກັບບັນດາປະເທດສະມາຊິກ ອາ ຊຽນທຸກໆປີ. ສຳລັບຜົນການສອບເສັງຄັດເລືອກນັກຮຽນເກັ່ງ ຈະໄດ້ປະກາດຜົນ ໃນວັນທີ 3 ພຶດສະພານີ້.

No comments:

Post a Comment