Ad

Ad

3 May 2013

ຍ່າງ​ເພື່ອສຸຂະພາບ​​ສະຫລອງວັນ​ກຳມະກອນ​ສາກົນຄົບຮອບ 127 ປີ



        ໃນຕອນເຊົ້າ​ວັນ​ທີ 1 ພຶດສະ ພານີ້,ສູນ​ກາງ​ສະຫະພັນ​ກຳມະ​ບານ​ລາວ,ໄດ້​ຈັດ​ກິດຈະ​ກຳ​ຍ່າງ​ເພື່ອ​ສຸຂະພາບ​ແຕ່​ປະຕູ​ໄຊ ຫາຫໍ​ຄຳ​ແລ້ວ​ກັບ​ຄືນມາ​ຫາ​ປະຕູ​ໄຊ​ ​ເພື່ອ​ສະ​ເຫີມ​ສະ​ຫລອງ​ວັນ​ກຳມະ ກອນ​ສາກົນ​ຄົບຮອບ 127 ປີ (1/5/1886-1/5/2013) ​ໂດຍ ການເຂົ້າຮ່ວມຂອງທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ ລັດຖະມົນຕີ ລັດ ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ ​ເຈືອງ​ ສົມບູນ​ຂັນ ຫົວໜ້າຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ທ່ານ ​ສຸ​ກັນ ມະຫາລາດ ​ເຈົ້າ​ຄອງ​ນະຄອນ​ຫລວງ​ວຽງ ຈັນ, ທ່ານ ຄຳ​ຫລ້າ ລໍ​ລອນ​ສີ ປະທານສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ມີ​ບັນດາລັດຖະມົນຕີ​, ພະນັກງານ, ສະມາຊິກ​ກຳ ມະບານ​ລາວ, ພ້ອມ​ດ້ວຍມວນ​ຊົນ​ຊາວ​ນະຄອນ ຫລວງ​ວຽງຈັນເຂົ້າ​ຮ່ວມ 7 ພັນກວ່າ​ຄົນ.
         ທ່າ​ນ ຕົງ​ເຢຢາງ ຢົງ​ເຊັງ ຮອງ​ປະທານ​ສະຫະພັນກຳມະ ບານ​ລາວ​ໄດ້ກ່າວໃນພິທີດັ່ງກ່າວ ວ່າ: ການ​ສະ​ເຫລີ​ມສະ ຫລອງ​ວັນ​ກຳມະກອນສາກົນ​ປີ​ນີ້​​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ສຳລັບ​ຊົນ​ຊັ້ນ​ກຳມະກອນ​ໃນ​ທົ່ວ​ໂລກ ​ກໍ​ຄື​ຊົນ​ຊັ້ນກຳມະກອນ ແລະ ສະມາຊິກ​ກຳມະບານ​ລາວ ຊຶ່ງ​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະຫວັດ​ສາດ ຂອງ​ການ​ຕໍ່​ສູ້​ຂອງ​ກຳມະກອນ​ຢ່າງ​ດຸ​ເດືອດ​ ເພື່ອ​ທວງ​ເອົາ​ສິດ ຜົນປະ​ໂຫຍ​ດຂອງ​ຕົນ​ໃນ​ໄລຍະ​ຜ່ານ​ມາ, ທວງ​ໃຫ້​ພວກ​ນາຍທຶນ​ຕ້ອງ​ຍອມ​ປະ​ຕິ​ບັດ​ໂມງ​ເວລາ​ເຮັດ​ວຽກ​ມື້ໜຶ່ງ​ບໍ່​ໃຫ້​
ເກີນ 8 ຊົ່ວ​ໂມງ ​ແລະ ​ໃຫ້​ໄດ້​ພັກ ຜ່ອນ​ອີກ 8 ຊົ່ວ​ໂມງ,​ໄດ້​ມີ​ໂອກາດ​ຮໍ່​າຮຽນ​ຍົກ​ລະດັບ​ຄວາມ​ຮູ້​ຂອງ​ຕົນ​ເອງ​ພ້ອມ​ທັງ​ທວງ​ໃຫ້​ພວກ​ນາຍທຶນ​ເພີ່ມ​ເງິນ​ເດືອນ​ຂຶ້ນ​ຕື່ມ ແລະ ທວງ ໃຫ້ນາຍທຶນເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ການ​ເປັນ​ຢູ່​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ໃຫ້​ດີກ​ວ່າ​ເກົ່າ.ຊົນ​ຊັ້ນ​ກຳມະກອນ​ລາວ​ເຮົາ​ກໍ​ເຊັ່ນ​ດຽວກັນ ​ເຊິ່ງ​ໄດ້​ກຳ​ເນີ​ດ​ເຕີບ​ໃຫຍ່​ຢູ່​ພາຍ​ໃຕ້​ການ​ນຳ​ຂອງ​ພັກ​ປະຊາ ຊົນ​ປະຕິວັດ​ລາວ, ​ໄດ້​ກາຍ​ເປັນ​ກຳລັງ​ຫລັກ​ແຫ​ລ່ງ​ໃນ​ການ​ຕໍ່​ສູ້​ປົດປ່ອຍປະ​ເທດ​ຊາດ​ຢ່າງ​ສົມບູນ​ ໃນ​ວັນ​ທີ 2 ທັນວາ1975 ​ແລະ ສືບ​ຕໍ່​ເປັນ​ກຳລັງ​ແຮງ​ອັນ​ໃຫຍ່​ຫລວງ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ​ຕະຫລອດ​ມາ​ຈົນເຖິງ​ປະຈຸ​ບັນ. ຜ່ານ​ຂະ​ບວນການ​ແຫ່ງ​ການ​ຕໍ່​ສູ້ ​ແລະ ຂະຫຍາຍຕົວ​ ຂອງ​ຊົນ​ຊັ້ນ​ກຳມະກອນ​ລາວ​ໃນ​ໄລຍະ​ຜ່ານ​ມາ​ນັ້ນ​ ໄດ້​ເຮັດ​ໃຫ້​ຊົນ​ຊັ້ນ​ກຳມະກອນ​ລາວ​ພວກ​ເຮົາ​ນັບ​ມື້​ນັບ​ມີ​ບົດບາດ​ສຳຄັນ ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​, ​ເປັນ​ກຳ ລັງ​ການ​ຜະລິດ​ທີ່​ກ້າວໜ້າ​ມີ​ລັກສະນະ​ຕັດສິນ​ການ​ພັດທະນາ​ປະ​ເທດ​ຊາດໃຫ້​ກ້າວຂຶ້ນ​ຕາມ​ທິດ​ສັງຄົມ​ນິຍົມ​ທີ່​ພັກ​ໄດ້​ກຳນົດ​ໄວ້.

No comments:

Post a Comment