Ad

Ad

3 May 2013

ສປປ ລາວ ຈະໄດ້ຮັບລາງວັນປະເທດທີ່ຫນ້າທ່ຽວຊົມທີ່ ສຸດໃນໂລກປະຈຳປີ 2013 ຈາກສະຫະພາບເອີຣົບ



          ພາຍຫຼັງໄດ້ຮັບລາງວັນ ເມືອງ ຫຼວງພະບາງ ເມືອງມໍລະດົກໂລກເປັນເມືອ ງທີ່ໜ້າທ່ຽວຊົມທີ່ ສຸດໃນປີ 2012 ແລ້ວ ສປປ ລາວ ຍັງຈະໄດ້ຮັບລາງວັນປະ ເທດ ທີ່ໜ້າທ່ຽວຊົມທີ່ສຸດໃນໂລກປະຈຳປີ 2013 ຈາກສະຫະພັນທ່ອງທ່ຽວ ແລະ ການ ຄ້າເອີຣົບ ເຊິ່ງລາງວັນດັ່ງກ່າວຖືເປັນລາງວັນອັນຊົງກຽດລະດັບໂລກ ທີ່ເຫັນດີຮັບຮອງ ໂດຍ 28 ປະ ເທດສະມາຊິກ EU ເນື່ອງຈາກ ສປປ ລາວ ສາມາດປະຕິ ບັດໄດ້ຕາມ ເງື່ອນໄຂ ແລະ ມາດຕະຖານຕ່າງໆ ທີ່ທາງສະ ຫະພັນທ່ອງທ່ຽວ ແລະ ການ ຄ້າເອີ ຣົບກຳນົດໄວ້ພິທີມອບລາງວັນອັນຊົງກຽດນີ້ ຈະມີຂຶ້ນຢ່າງເປັນທາງການໃນ ວັນທີ 9 ພຶດສະພາ 2013 ທີ່ຈະມາ ເຖິງນີ້.
         ອົງການທ່ອງທ່ຽວແຫ່ງຊາດໃຫ້ຮູ້ວ່າ: ເປັນຄັ້ງປະ ຫວັດສາດທີ່ ສປປ ລາວ ຈະໄດ້ຮັບລາງວັນດັ່ງກ່າວ ເຊິ່ງ ໄດ້ຜ່ານ ການພິຈາລະນາ ແລະ ຮັບຮອງໂດຍສະຫະພັນ ທ່ອງທ່ຽວ ແລະ ການຄ້າເອີຣົບ ພາຍໃຕ້ການຊີ້ນຳຂອງ ອົງການຢູແນສໂກ (ອົງການສຶກສາວິທະຍາ ສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ).
        ລາງວັນດັ່ງກ່າວ ແມ່ນລາງວັນລະດັບສາກົນທີ່ມອບ ໃຫ້ສະເພາະແຕ່ປະເທດທີ່ສາມາດປະຕິບັດ ໄດ້ຕາມເງື່ອນ ໄຂ ແລະ ມາດຖານທີ່ທາງຄະນະກຳມະການສະຫະພັນ ທ່ອງທ່ຽວ ແລະ ການຄ້າອີຢູໄດ້ກຳນົດໄວ້ ແລະ ນັບແຕ່ ໄດ້ຮັບການສ້າງ ຕັ້ງສະຫະພັນດັ່ງກ່າວໃນປີ 2006 ເປັນ ຕົ້ນມາ ປະເທດທີ່ໄດ້ ຮັບລາງວັນດັ່ງກ່າວໄດ້ແກ່: ປະເທດ ຊີຣີ ໃນປີ 2007, ປະເທດ ຕວກກີ ໃນປີ 2008, ປະເທດ ອາ ຣັບເອ ມີເຣດ ໃນປີ 2009, ເກົາຫຼີໃຕ້ ໃນປີ 2010, ໂທແບກ ໂກ ໃນປີ 2011, ປະເທດ ຕວກກີ (ຄັ້ງທີ່ສອງ) ໃນປີ 2012 ແລະ ສປປ ລາວ ໃນປີ 2013.

          ປະເທດທີ່ໄດ້ຮັບລາງວັນ ອັນຊົງກຽດນີ້ ຕ້ອງເປັນປະເທດ ທີ່ຖືເອົາການທ່ອງທ່ຽວເປັນຊັບພະຍາກອນໜຶ່ງໃນການ ພັດທະນາວັດທະນະທຳ - ສັງຄົມ, ມີ ຄວາມ ເຄົາລົບນັບຖືຕໍ່ຈັນຍາບັນ, ມີການປົກປັກ ຮັກສາມໍລະດົກວັດ ທະນະທຳ ແລະ ມີແນວທາງໃນ ການພັດທະນາແຫຼ່ງທ່ອງທ່ຽວ ແບບຍື່ນຍົງ ຈາກນັ້ນ ໃນແຕ່ລະປີ ຄະນະກຳມະການຂອງສະຫະພັນທ່ອງ ທ່ຽວ ແລະ ການຄ້າເອີຣົບ ແລະ ບັນດານັກຊ່ຽວຊານ ດ້ານ ການຄ້າໄດ້ເຊື່ອເຊີນເອົານັກວິຊາ ການ, ຜູ້ຊຽວຊານອາວຸໂຊດ້ານ ການທ່ອງທ່ຽວ, ຜູ້ກຳນົດນະໂຍ ບາຍດ້ານການທ່ອງທ່ຽວຂອງ ສະຫະພາບເອີຣົບ ແລະ ໂລກ ລວມທັງ ປະເທດທີ່ເຄີຍໄດ້ຮັບ ລາງວັນດັ່ງ ກ່າວຈະເປັນຜູ້ຄັດ ເລືອກຄັດ ແລະ ສົ່ງລາຍຊື່ປະ ເທດທີ່ ມີເງື່ອນໄຂເຂົ້າຮ່ວມຊິງ ລາງວັນດັ່ງກ່າວ.
         ສຳລັບຄະນະກຳມະການ ຕັດສິນໃຫ້ລາງວັນປະເທດທີ່ໜ້າ ທ່ອງທ່ຽວທີ່ສຸດໃນໂລກປະຈຳປີ 2013 ນີ້ ແມ່ນສະມາຊິກ ຈາກອົງການທ່ອງທ່ຽວແຫ່ງສະຫະພາບ ເອີຣົບ ແລະ ອົງການທ່ອງທ່ຽວ ແຫ່ງຊາດ ຈາກ ບັນດາປະເທດ ສະມາຊິກ EU, ສະ ມາຊິກລັດຖະສະພາ ແລະ ລັດຖະບານຈາກສະ ຫະພາບ EU, ບັນດາປະເທດສະມາຊິກຂອງຄະນະກຳມະການສະຫະພັນ ທ່ອງທ່ຽວ ແລະ ການຄ້າເອີຣົບ, ບັນດາສາສະດາ ຈານຢູ່ມະຫາວິທະຍາໄລ ຈາກສາຂາປະຫວັດສາດ, ການທ່ອງທ່ຽວ ແລະ ສາຍພົວພັນສາກົນຂອງສະ ຫະພາບ EU ລວມທັງນັກຊ່ຽວ ຊານດ້ານການທ່ອງທ່ຽວ ແລະ ສິ່ງແວດລ້ອມ.

1 comment: