Ad

Ad

3 May 2013

ລັດຖະບານພິຈາລະນາຮັບຮັບເອົາຫລາຍບັນຫາສຳຄັນຂອງຊາດໃນເດືອນເມສາ



       ໃນລະຫວ່າງວັນທີ 29-30 ເມ ສາຜ່ານມານີ້,ຄະນະລັດຖະບານ ໄດ້ຈັດກອງ ປະຊຸມສະໄໝສາມັນ ປະຈຳເດືອນເມສາ 2013 ຂຶ້ນຢູ່ ຫ້ອງວ່າການລັດຖະບານນະ ຄອນຫລວງວຽງຈັນ,ໂດຍພາຍ ໃຕ້ການເປັນປະທານຂອງທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີ,ມີບັນດາທ່ານ ຮອງນາ ຍົກລັດຖະມົນຕີ ແລະ ສະມາຊິກ ລັດ ຖະບານເຂົ້າຮ່ວມ.
         ກອງປະຊຸມດັ່ງກ່າວໄດ້ມີ ການພິຈາລະນາ ແລະ ຮັບຮອງ ເອົາບັນຫາສຳຄັນຂອງຊາດຈຳ ນວນໜຶ່ງຄື: ໜຶ່ງ:ຮັບຮອງ ເອົາບົດ ລາຍງານກ່ຽວກັບວຽກງານກໍ່ ສ້າງຮາກຖານພັດທະນາຊົນນະ ບົດຮອບດ້ານ ທີ່ຕິດພັນກັບວຽກ ງານ 3 ສ້າງປະຈຳສົກ ປີ 2013- 2014 ໂດຍສູ້ຊົນເຮັດໃຫ້ຄອບຄົວ ທຸກຍາກ,ບ້ານທຸກຍາກນັບມື້ຫລຸດ ລົງຕາມຄາດໝາຍທີ່ໄດ້ກຳນົດ ໄວ້ເປັນຕົ້ນ: ສ້າງບ້ານພັດທະນາ ໃຫ້ໄດ້ຫລາຍກວ່າ 40% ຂອງຈຳນວນບ້ານທັງໝົດ, ສ້າງ 11 ຈຸດ ສຸມຂອງລັດຖະບານ ແລະ 54 ຈຸດສຸມ ຂອງທ້ອງຖິ່ນໃຫ້ກາຍ ເປັນຕົວເມືອງນ້ອຍໃນຊົນນະບົດ ໂດຍສຸມໃສ່ປັບປຸງຂອດປະສານ ງານລະຫວ່າງຂະແໜງການຢູ່ ສູນ ກາງກັບທ້ອງຖິ່ນ ບອກກັບ ມອບທຶນຮອນໃຫ້ທ້ອງຖິ່ນເປັນຜູ້ ຈັດຕັ້ງປະຕິບັດ ແລະ ສູນກາງ ເປັນຜູ້ແນະນຳດ້ານວິຊາການ ພ້ອມທັງຕິດຕາມກວດກາ,ສອງ: ຮັບຮອງຮ່າງນະໂຍບາຍທີ່ດິນ ແຫ່ງຊາດ ເຊິ່ງຮ່າງນະໂຍບາຍດັ່ງກ່າວກຳນົດຂຶ້ນເພື່ອເປັນທິດ
ທາງໃນການປັບປຸງກົນໄກ,ກົດ ໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວ ກັບວຽກງານການຄຸ້ມຄອງ-ບໍລິ ຫານທີ່ດິນທີ່ເຫັນວ່າບໍ່ຈະ ແຈ້ງ, ບໍ່ຄົບຖ້ວນ ແລະ ຍັງມີຊ່ອງ ຫວ່າງ ເພື່ອຮັບປະກັນການຄຸ້ມ ຄອງການນຳໃຊ້ທີ່ດິນແຕ່ລະປະເພດໃຫ້ເກີດປະໂຫຍດສູງ ສຸດໃຫ້ ແກ່ປະເທດຊາດ ແລະປະຊາຊົນ, ປົກປ້ອງສິດການຄຸ້ມຄອງ,ສິດນຳ ໃຊ້ຢ່າງຖຶກຕ້ອງແລະຍຸຕິທຳ, ສາມ: ຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍອາຫານສະບັບປັບປຸງ ໂດຍຮ່າງກົດໝາຍດັ່ງກ່າວໄດ້ຈັດ ຕັ້ງປະຕິບັດມາເປັນເວລາ 9 ປີ ແລ້ວ ແຕ່ເຫັນ ວ່າມາຮອດປັດຈຸບັນບໍ່ທັນຄົບຖ້ວນ,ບໍ່ຮັດກຸມ ແລະ ບໍ່ສອດຄ່ອງກັບສະພາບການໃນ ປັດຈຸບັນ ທັງຢູ່ພາຍໃນ ແລະ ໃນເງື່ອນ ໄຂການເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ ເປັນຕົ້ນແມ່ນ ການກະກຽມຄວາມພ້ອມເຂົ້າ ເປັນ ປະຊາຄົມອາຊຽນໃນປີ 2015 ແລະ ການເຂົ້າເປັນສະມາ ຊິກຂອງອົງການການຄ້າໂລກ ທັງນີ້ ກໍເພື່ອຮັບປະກັນການຄຸ້ມຄອງ, ຕິດຕາມກວດກາອາ ຫານ, ທຸລະກິດອາຫານໃຫ້ມີຄຸນນະພາບ, ປອດໄພ ແລະ ມີຄຸນຄ່າທາງດ້ານ ໂພສະນາການແນ່ໃສ່ປົກປ້ອງສຸຂະພາບຂອງ ຜູ້ບໍລິໂພກ,ສີ່:ຮັບຮອງເອົາຮ່າງກົດໝາຍວ່າດ້ວຍ ການທ່ອງທ່ຽວສະບັບປັບປຸງ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດການ ເຄື່ອນໄຫວວຽກງານການທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ແນໃສ່ພັດທະ ນາ,ໂຄສະນາສົ່ງເສີມ ແລະ ການ ຄຸ້ມຄອງ ການທ່ອງທ່ຽວຂອງ ສປປ ລາວ ໃຫ້ມີຄຸນນະພາບມາດ ຕະຖານສາກົນ ແລະ ສອດຄ່ອງ ກັບ ນະໂຍບາຍແນວທາງປ່ຽນ ແປງ ໃໝ່ຂອງພັກ, ກົດໝາຍຂອງລັດ ແລະ ສົນທິສັນຍາສາກົນ ທີ່  ສປປ ລາວ ເປັນພາຄີດ້ານການ ທ່ອງທ່ຽວ ພ້ອມທັງເປັນການ ສົ່ງເສີມ ແລະພັດທະນາການທ່ອງທ່ຽວທາງດ້ານວັດທະນາທຳ,ປະ ຫວັດສາດ ແລະ ທຳມະຊາດ ໃຫ້ ຍືນຍົງ ແລະ ຫ້າ:ຮັບ ຮອງເອົາຮ່າງກົດໝາຍວ່າດ້ວຍການປະກັນສັງຄົມເພື່ອກຳນົດຫລັກການ, ລະ ບຽບການ ແລະ ມາດຕະການກ່ຽວກັບການ ຈັດ ຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ກວດກາວຽກງານປະກັນສັງຄົມໃຫ້ເປັນລະບົບ, ເຂັ້ມແຂງ ແລະ ມີປະ ສິດທິພາບ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງ ງານດ້ວຍການສະໜອງການອຸດໜູນປະກັນສັງຄົມແນໃສ່ການ ຄ້ຳປະ ກັນການດຳລົງຊີວິດຂັ້ນ ພື້ນຖານ ແລະປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດ- ສັງຄົມຂອງຊາດ.ນອກຈາກນີ້ ກອງ ປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບແຜນງານຍຸດທະສາດການຄຸ້ມຄອງລັດຖະກອນແຕ່ນີ້ ຮອດປີ 2020 ເພື່ອໃຫ້ການສະ ໜອງລັດຖະກອນມີຄວາມສອດ ຄ່ອງກັບການຂະຫຍາຍຕົວທາງ ດ້ານເສດຖະກິດ-ສັງຄົມ ທັງດ້ານຈຳນວນ ແລະ ຄຸນນະ ພາບ.
        ໃນຕອນທ້າຍກອງປະຊຸມ ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ຊີ້ນຳໃຫ້ບັນດາກະຊວງ ແລະ ພາກສ່ວນ ກ່ຽວຂ້ອງນຳເອົາເອກກະສານ ແລະ ເນື້ອໃນຕ່າງໆທີ່ໄດ້ຕົກລົງຮັບຮອງຢູ່ກອງປະຊຸມໄປປັບປຸງ ແລະ ຈັດຕັ້ງປະຕິບັດດ້ວຍ ຄວາມຮັບຜິດຊອບສູງ, ພ້ອມນັ້ນ ກໍໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງເພີ່ມທະວີຄວາມເອົາໃຈໃສ່ ແກ້ໄຂປາກົດການຫຍໍ້ທໍ້ ໃນ ສັງຄົມ ເຊັ່ນ: ບັນຫາຂີ້ລັກງັດແງະ, ປຸ້ນຈີ້-ຊິງ ຊັບ ແລະ ຢາເສບຕິດ ອັນເປັນບັນ ຫາທີ່ສັງຄົມເປັນຫວ່ງໃນປັດຈຸບັນ, ການຄຸ້ມ ຄອງລາຄາສີນຄ້າຕາມທ້ອງຕະຫລາດ, ການເຝົ້າລະວັງ ແລະ ຕ້ານພະຍາດຕິດຕໍ່, ການເກັບລາຍຮັບເຂົ້າງົບປະມານແຫ່ງຊາດ, ການສອບເສັງເລື່ອນຊັ້ນໃນສົກປີ 2012-2013 ໃຫ້ມີຄວາມຍຸຕິທຳໂປ່ງໃສ ແລະ ອື່ນໆ.

No comments:

Post a Comment