Ad

Ad

6 May 2013

ສິ່ງບໍ່ຄວນເບິ່ງຂ້າມ



      ​ໃນ​ປັດຈຸບັນ​ນີ້ ​ເຖິງ​​ວ່າການ​ອະນຸລັກ​ຮັກສາ ​ແລະ ການ​ສົ່ງ​ເສີມ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ​ເຮົາ​ນັບ​ມື້​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຢ່າງ​ກວ້າງຂວາງ ແລະ ຫລາຍ​ບ່ອນ​ໄດ້​ຮັບ​ການ​ຍົກຍ້ອງ ເຊິ່ງ ຫາ​ປະ​ເທດ​ໃດ​ມາ​ປຽບ ທຽບ​ໄດ້​ຍາກ. ດັ່ງ​ການ​ນຸ່ງ​ຖື​ຂະຫ​ນົບ​ທຳນຽມ, ນັບຖື​ຮີດ 12 ຄອງ 14 ປະ​ເພນີ​ລາວ ອັນ​ໄດ້​ກາຍ​ເປັນ​ຈຸດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ແຂກ​ຕ່າງ​ດ້າວ, ທ້າວ​ຕ່າງ​ແດນ​ເຂົ້າມາ​ຢ້ຽມຢາມ ​ແລະ ທ່ອງ​ທ່ຽວ​ລາວ​ນັບ​ມື້ພົ້ນ​ເດັ່ນ​ຂຶ້ນ ຄື​ປີ 2012 ຜ່ານ​ມາ ມີ​ນັກ​ທ່ອງ​ທ່ຽວ​ເຂົ້າມາລາ​ວຫລາຍ​ກວ່າ 3 ລ້ານ​ຄົນ ​ເທົ່າ​ກັບ​ປະມານ 50% ຂອງ​ພົນລະ​ເມືອງ, ສິ່ງ​ນີ້​ແມ່ນ​ຫາ​ຍາກ ​ແລະ ອາດ​ບໍ່​ມີ​ປະ​ເທດ​ໃດ​ຈະ​ບັນລຸ​ໄດ້​ໂຕ​ເລກ​ດັ່ງກ່າວ.
     ​ແຕ່​ຄຽງ​ຄູ່​ກັນນັ້ນ ກໍ​ມີ​ຫລາຍ​ອັນ​ປ່ຽນ​ໄປ​ໃນ​ທາງ​ທີ່​ບໍ່​ສ້າງສັນ​ແຫ່ງ​ການ​ອະນຸລັກ​ຮັກສາ​ຂະ​ນົບ​ທຳ​ນຽມ ​ແລະ ວັດທະນະທຳ​ອັນ​ດີງາມ​ດັ່ງກ່າວ. ດັ່ງ​ການ​ນຸ່ງ​ໜ້ອຍ​ຖື​ໜ້ອຍ ​ແລະ ການ​ແຕ່ງ​ກາຍ​ຂອງ​ຊາວ​ໜຸ່ມ​ຍິງ-ຊາຍ​ລາວ​ເຮົາ​ໃນ​ປັດຈຸບັນ. ສິ່ງ​ດັ່ງກ່າວ​ມັນ ປາ​ກົດ​ໃຫ້​ເຫັນ​ແຈ້ງ​ຢູ່​ໃນ​ງານ​ບຸນ​ປະ​ເພນີ​ຕ່າງໆ “ຜູ້ຍິງ​ສັກ​ລາຍ-ຜູ້​ຊາຍ​ບ່ອງ​ຫູ” ປາກົດ​ມີ​ຂຶ້ນ ຫລາຍ​ໃນ​ຖັນ​ແຖວ​ໄວ​ໜຸ່ມ ​ແລະ ຮ້າຍ​ແຮງ​ກວ່າ​ນັ້ນ ​ແມ່ນ​ການ​ນຳ​ເອົາ​ວັດທະນະທຳ​ຊອດ​ກະຈາ​ເຂົ້າມາ, ຜູ້ຍິງ​ນຸ່ງ​ໂສ້ງ, ນຸ່ງ​ກະ ໂປ່​ງ​ເຂີນໆ​ສັ້ນໆ, ​ໃສ່​ເສື້ອສາຍ​ດ່ຽວ​ເປືອຍ​ເຫັນ​ໜັງ​ກາຍ, ມີ​ລັກສະນະຍົວະ​ເຍົາ​ໄປ​ໃນ​ທາງ​ທີ່​ບໍ່​ດີ. ປາກົດການ​ດັ່ງກ່າວ​ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ​ໄລຍະ​ໂອກາດ​ສະ ຫຼອງ​ປີ​
ໃໝ່​ລາວ​ທີ່​ຫາ​ກໍ​ຜ່ານ​ພົ້ນ​ໄປ ຄື​ຢູ່​ຊົນນະບົດ​ແຫ່ງ​ໜຶ່ງ​ໃນ​ເຂດ​ພາກ​ໃຕ້​ລາວ, ​ໄວ​ໜຸ່ມ​ທັງ​ຍິງ ​ແລະ ຊາຍ​ຕ່າງ​ກໍ​ພາກັນ​ຂຽນ​ໂຕ​ໜັງສື​ໃສ່​ເສື້ອຂອງ​ຕົນ​ທີ່​ມີ​ຄຳ​ເວົ້າບໍ່​ຄ່ອຍ​ສຸພາບ​ວ່າ: ​ແກ໋ງນັ້ນ, ​ແກ໋ງ ນີ້ ຫລື ຄຳ​ທັກ​ທ້າຍ​ຕ່າງໆ ດັ່ງ​ຄຳ​ວ່າ: ບໍ່​ເມົາ​ບໍ່​ເມືອ ​ແລະ ອື່ນໆ ແລະ ການ​ນຸ່ງ​ຖື​ມີ​ລັກສະນ​ໂປະ​ເປື້ອນ​ໃນ​ສາທາລະນະ​ຊົນ ຫລື ເຂົ້າວັດ​ສົງ​ພະສົງ​ເຈົ້າກໍ​ມີ​ເບິ່ງ​ແລ້ວ​ມີ​ຫລາຍ​ອັນ​ບໍ່​ຄ່ອຍ​ສຸພາບ ແລະ ຂາດ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ບາງ​ພ່ອງ​ພັດ​ມັກ​ເອົາ​ຮູບ​ພາບ ​ແລະ ຄຳ​ເວົ້າ ຕ່າງໆ​ທີ່​ບໍ່​ສຸພາບ ​ແລະ ບໍ່​ແມ່ນ​ຂອງ​ຕົນ​ເອງ​ຕິດ​ໃສ່​ລົດ​ລາງ​ຕ່າງໆ ​ເບິ່ງ​ແລ້ວ​ບໍ່​ຄ່ອຍ​ງາມ​ຕາ ​ແລະ ຖ້າ​ໃຜ​ຫາກ​ເຂົ້າ​ໃຈ​ກ່ຽວ​ກັບ​ພາສາ ​ແລະ ຮູບ​ພາບ​ເຫລົ່ານັ້ນ ​ເຂົາ​ກໍ​ອາດ​ຈະ​ຫົວ​ຂວັນ​ເຮົາ ​ແລະ ​ເບິ່ງ​ໃນ​ທາງ​ກົງ ກັນຂ້າມ... ​ແຕ່​ຜ່ານ​ມາປາກົດ ການ​ເຫລົ່ານີ້ກໍ​ອາດ​ຈະ​ບໍ່​ມີ​ໃຜ​ໄປ​ສະກັດ​ກັ້ນ ​ແລະ ຫວງ​ຫ້າມ ​ເພາະ​ໃຜໆ​ກໍ​ອາດ​ຄິດ​ວ່າ: ນັ້ນ​ແມ່ນ​ການ​ປະພຶດ​ຂອງ​ສ່ວນ​ບຸກຄົນ​ທີ່​ໄຮ້​ວັດທະນະທຳ, ​ແຕ່​ຖ້າ​ເຮົາ​ຫາກ​ປະປ່ອຍ​ໃຫ້​ມັນ​ເຮັດ​ຕາມ​ໃຈ ບັນຫາ​ບານ​ປາຍ​ກໍ​ອາດ​ຕາມ​ມາໂດຍ​ສະ​ເພາະ​ແມ່ນ​ຈະ​ເຮັດ​ໃຫ້ການ​ເສື່ອ​ມ​ເສຍ​ວັດທະນະ ທຳ ແລະ ​ອື່ນໆ. ດັ່ງນັ້ນເບື້ອງມະຫາ​ພາກ​ພວກ​ເຮົາ​ກໍ​ບໍ່​ຄວນ​ເບິ່ງ​ຂ້າມ​ໃນ​ດ້ານ​ລະບຽບ​ຫລັກການ ​ແລະ ຂໍ້​ຫ້າມ​ຕ່າງໆ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ສິ່ງ​ງົດ​ງາມ​ດັ່ງກ່າວ​ຍືນ​ຍົງ​ຄົງ​​ຢູ່​ກັບ​ຊາດ​ລາວ​ເຮົາ​ຕະຫຼອດ​ໄປ.

No comments:

Post a Comment