Ad

Ad

6 May 2013

ຂໍ້ຄິດກ່ຽວກັບເຄື່ອງນຸ່ງປະຈຳຊາດ ( ຄໍລຳ ຈານແຍ່ )



     ມື້ນີ້ຈານແຍ່ມີເລື່ອງດີໆມາບິ ແບ່ງກັບທ່ານຜູ້ອ່ານ ທັງຕາງຂໍ ຄວາມຄິດຄຳເຫັນນຳພ້ອມ. ເລື່ອງດີໆທີ່ວ່ານັ້ນພິມລົງໃນບົດ ໜັງສືພິມ Vientiane Times ປະ ຈຳວັນທີ 3 ພຶດສະພານີ້ລະ ພາຍ ໃຕ້ຫົວຂໍ້ “Lao defines its our national formdl wear” ແປເປັນ ລາວໃຫ້ເຂົ້າໃຈງ່າຍໆກໍແມ່ນ “ລາວກຳນົດເຄື່ອງນຸ່ງ (ທາງ ການ) ປະຈຳຊາດ”. ພໍອ່ານຈົບກໍ ຮູ້ວ່າ ມັນຫົວຂໍ້ກອງປະຊຸມສຳມະນາຈັດຂຶ້ນໃນວັນທີ 30/4/2013 ພາຍໃຕ້ການເປັນປະທານຂອງທ່ານ ດຣ. ນາງ ສູນທອນ ໄຊຍະ ຈັກລັດຖະມົນຕີຊ່ວຍວ່າການກະ ຊວງການຕ່າງປະເທດ ໂດຍມີບັນດາພັນລະຍາການນຳ, ນັກການທູດອາວຸໂສ, ອະດີດເອກ ອັກຄະລັດຖະທູດລາວທີ່ເຄີຍຜ່ານຮ້ອນ ຜ່ານໜາວຫລາຍປີຢູ່ຕ່າງປະເທດ. ນອກນັ້ນ ກໍຍັງມີພະນັກງານລະດັບຫົວຫອກຈາກ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.
    ຂ່າວບອກວ່າ: ແນວຄິດລິເລີ່ມ ກ່ຽວກັບເຄື່ອງນຸ່ງປະຈຳຊາດນີ້ ເຄີຍປຶກສາກັນເທື່ອທຳອິດໃນ ເດືອນສິງຫາປີກາຍ, ເຫດ ຜົນທີ່ຕ້ອງມາຂຸ້ນຂ້ຽວກັນເວລານີ້ກໍ ຍ້ອນວ່າອີກສອງປີຕໍ່ໜ້າ, ລາວ ເຮົາຈະໄດ້ກາຍເປັນສ່ວນໜຶ່ງຂອງປະຊາຄົມເສດຖະ ກິດ ອາຊຽນ, ການໄປຫາມາສູ່ກັນພາຍ ໃນຄອບຄົວໃຫຍ່ອາຊຽນກໍຈະຖີ່ ຂຶ້ນປານໄປໄຮ່ໄປນາ (ການປຽບ ທຽບນີ້ແມ່ນຈານ ແຍ່ເວົ້າເອງ). ດັ່ງນັ້ນ ຜູ້ນຳລະດັບຕ່າງໆຂອງພວກເຮົາຕ້ອງມີແນວທີ່ເປັນເອກະລັກໄປເອກອ້າງ ແລະ ເອກະລັກທີ່ວ່ານັ້ນມັນ ຕິດຢູ່ເຄື່ອງນຸ່ງປະຈຳຊາດ ເຊິ່ງສ່ອງແສງເຖິງຄວາມປານີດ, ຄວາມລະອຽດອ່ອນຂອງສິລະປະວັດທະນະທຳ ແລະ ສີໄມ້ລາຍ ມືຄົນລາວ.

    ຈານແຍ່ອ່ານແລ້ວກໍລັກຍິ້ມ ຄົນດຽວ ເພາະເລື່ອງຕ້ອງການ ໃຫ້ມີເຄື່ອງນຸ່ງປະຈຳຊາດນີ້ເຄີຍ ເວົ້າກັນມາຈົນນ້ຳລາຍເກືອບ ແຫ້ງ ບໍ່ວ່າຈະຢູ່ໃນກອງປະຊຸມ ສະພາແຫ່ງຊາດ ກໍຄືສະພາບາ ຢອງ, ແຕ່ເລື່ອງກໍບໍ່ໄປຮອດໃສ, ຕໍ່ບໍ່ແຕນຕ່າງຄົນກໍຕ່າງກຳນົດ ເອົາເອງວ່າທີ່ຕົນນຸ່ງນັ້ນແມ່ນ ເຄື່ອງປະຈຳຊາດແທ້ ແລ້ວກໍນຸ່ງ ເຂົ້າງານສຳຄັນ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ເຮັດແນວນັ້ນ ເສຍຫາຍບໍ ? ແນ່ນອນຄົງບໍ່ເສຍ ຫາຍ ພຽງແຕ່ວ່າຄວາມ “ເປັນເອ ກະພາບຄົນລະຢ່າງ” ຄືແນວນັ້ນ ມັນເປັນເລື່ອງລະອາຍ ໃຈ. ຂ່າວ ບົດນັ້ນເວົ້າຕື່ມພໍພາງວ່າ: ເຄື່ອງ ປະຈຳຊາດນັ້ນສຳລັບຜູ້ຊາຍ ແມ່ນເສື້ອໄໝລາວຕັດແບບຊົງ ລາວນຸ່ງເກາະກັບໂສ້ງ ຂາຍາວ, ເສື້ອແມ່ຍິງກໍເຮັດດ້ວຍໄໝລາວ ເຊັ່ນດຽວກັນນຸ່ງເກາະກັບສິ້ນໄໝ ທີ່ມີລວດລາຍແບບລາວໆ. ຈານແຍ່ເຊື່ອວ່າ: ມາຮອດປັດຈຸບັນຍັງບໍ່ທັນໄດ້ກຳນົດຂັ້ນເດັດຂາດ ເທື່ອກ່ຽວກັບແບບ ແລະ ຮູບຊົງຂອງເຄື່ອງນຸ່ງປະຈຳຊາດກ້າວ ທີ່ຈະຮັບ ຮອງເອົາເປັນທາງການ. ບັນຫານີ້ ຈານແຍ່ບໍ່ຢາກໃຫ້ຈູດ ໄລຍະໂພດ ເພາະຕ້ອງລະອຽດ, ຕ້ອງຜ່ານການທາບທາມຢ່າງ ກວ້າງຂວາງ ເພື່ອຫລີກເວັ້ນ ຄວາມຜິດພາດເຊັ່ນ: ກຳນົດອອກ ມາແລ້ວພັດບໍ່ມີໃຜເຮັດນຳ. ບັນຫາທີ່ຈານແຍ່ຕ້ອງການໃຫ້ທຸກ ທ່ານໄດ້ຄິດນຳກັນມີດັ່ງນີ້:
    1.ຈຳເປັນບໍ ທີ່ຈະຕ້ອງກຳນົດ ຕາຍໂຕວ່າຕ້ອງແມ່ນເສື້ອ ແລະ ສິ້ນໄໝລາວ, ຖ້າໃຊ້ເນື້ອຜ້າແນວ ອື່ນເດເຊັ່ນ: ຜ້າຝ້າຍຍ້ອມ ສີທຳມະຊາດ ທັງງາມທັງໝັ້ນຈະໄດ້ບໍ.
    2. ເຄື່ອງນຸ່ງປະຈຳຊາດນີ້ຄວນ ແມ່ນອົງການໃດຕົກລົງຮັບຮອງເອົາ ? ສົມຄວນບໍຈະໃຫ້ສະ ພາແຫ່ງຊາດຮັບຮອງເອົາ ຄື ກັບຮັບຮອງເອົາເຄື່ອງໝາຍຊາດ, ທຸງຊາດ, ພາສາ ແລະ ສະກຸນເງິນ.
     ສ່ວນຂະບວນການທາບທາມ ຄວາມຄິດຄຳເຫັນນັ້ນກໍຄວນເຮັດ ຢ່າງກວ້າງຂວາງເຊັ່ນ: ສະເໜີ ຮູບແບບ, ຮູບຊົງຜ່ານສື່, ຜ່ານບົດ ສະເໜີ, ຈັດສຳມະນາ ໂດຍມີຈຸດ ສຸມເຊັ່ນ: ໃນກຸ່ມຄົນວົງການສິນ, ນັກການທູດ ແລະ ຊ່ຽວຊານດ້ານ ຫັດຖະກຳ ເຄື່ອງນຸ່ງຫົ່ມ, ເປີດໂອ ກາດໃຫ້ຫລາຍໆບໍລິສັດ, ຫ້າງ ຮ້ານຫັດຖະກຳເຄື່ອງນຸ່ງຫົ່ມ ໄດ້ ມີໂອກາດເຂົ້າແຂ່ງຂັນ, ຫລີກເວັ້ນ ການຜູກຂາດ ເພື່ອຜົນກຳໄລ. ຈານແຍ່ວ່າ: ນອກຈາກຮູບ ຊົງຖືກຕ້ອງກັບເອກະລັກແບບລາວໆແລ້ວ, ເຄື່ອງນຸ່ງປະຈຳ ຊາດ ຍັງຕ້ອງໃສ່ສະບາຍ ແລະ ມີລາຄາພໍດ້າມພໍດີ, ຖ້າແພງເກີນໄປຫລາຍຄົນຄົງຢື້ບໍ່ເຖິງ.

No comments:

Post a Comment