Ad

Ad

6 May 2013

ຝົນຕົກແຮງເປັນເຫດໃຫ້ເກີດອຸບັດເຫດກາງຂົວນ້ຳສາ ຢູ່ເມືອງປາກກະດິງ ແລະ ຂົວຫ້ວຍເລົ່າຄາ ເມືອງທ່າພະບາດ ສົ່ງຜົນໃຫ້ການສັນຈອນເປັນອຳມະພາດ ຫລາຍຊ່ົວໂມງ



            ອຸບັດເຫດທີ່ເກີດຂຶ້ນຢູ່ ຂົວ ນ້ຳສາ ເມືອງປາກກະດິງ ແຂວງ ບໍລິຄຳໄຊ ໄດ້ຮັບການແກ້ໄຂແລ້ວ ຫລັງໃຊ້ເວລາຂ້າມ ຄືນໂດຍຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງດັ່ງກ່າວໄດ້ເຊີນຜູ້ຮັບຜິດຊອບບໍລິສັດພູເບັ້ຍມາຍນິງ ຮ່ວມຫາລືສ້ອມ ແປງຈຸດເປ່ເພ ໃຫ້ຢູ່ໃນສະພາບເດີມ. 
          ທ່ານ ແກ້ວວົງທອງ ພົມມະແສງ ຫົວໜ້າຫ້ອງການໂຍທາທິ ການ ແລະ ຂົນສົ່ງເມືອງປາກກະ ດິງ ແຂວງບໍ ລິຄຳໄຊ ໃຫ້ສຳພາດ ທາງໂທລະສັບຕໍ່ຜູ້ສື່ຂ່າວໜັງສື ພິມປະເທດລາວ ວານນີ້ (ວັນທີ 5 ພຶດສະພາ) ວ່າ: ເຫດດັ່ງກ່າວ ເກີດຂຶ້ນເວລາ 1 ໂມງກາງຄືນ ວັນ ພະຫັດ ທີ 2 ພຶດສະພາ, ຂະນະທີ່ ລົດບັນທຸກແຮ່ຂອງບໍລິສັດພູເບັ້ຍມາຍນິງ ທີ່ມຸງໜ້າມາແຕ່ແຂວງວຽງຈັນ ລົງພາກໃຕ້ ເຊິ່ງຂະນະ ນັ້ນໄດ້ເກີດຝົນຕົກແຮງສົ່ງຜົນ ເຮັດໃຫ້ຜູ້ຂັບລົດບັນຊາລົດຢ່າງ ຫຍຸ້ງຍາກອັນນຳມາສູ່ການເກີດອຸບັດ ເຫດດັ່ງກ່າວ ແລະ ກໍໂຊກດີ ທີ່ບໍ່ມີຜູ້ເສຍຊີວິດ ແລະ ບາດເຈັບ ແຕ່ປະການໃດພຽງລົດ ໄປຕຳເອົາ ຂ້າງຂົວເປ່ເພ ແລະ ເຮັດໃຫ້ ການຈະລາຈອນເປັນອຳມະພາດ ຫລາຍຊົ່ວໂມງຈົນເຈົ້າໜ້າທ່ີ ແລະ ພາກສ່ວນກ່ຽວ ຂ້ອງໄດ້ຫາທາງ ແກ້ໄຂຮອດ 2-3 ໂມງ ແລງມື້ຕໍ່ມາ ຈຶ່ງສາມາດແກ້ໄຂບັນຫາໄດ້.

          ຫົວໜ້າຫ້ອງການໂຍທາທິ ການ ແລະ ຂົນສົ່ງເມືອງດັ່ງກ່າວ ເປີດເຜີຍຕື່ມວ່າ: ເຖິງວ່າອຸບັດ ເຫດເທື່ອນີ້ບໍ່ໄດ້ເຮັດໃຫ້ ເກີດການສູນເສຍຕໍ່ຊີວິດຂອງຜູ້ຂັບລົດກໍຄືຜູ້ສັນຈອນໄປມາຢູ່ຍ່ານທາງດັ່ງກ່າວກໍດີ, ແຕ່ກໍໄດ້ສົ່ງຜົນເຮັດໃຫ້ຮາວຂົວຫັກສ້າງ ຄວາມເສຍຫາຍຫລາຍສົມຄວນ ເຊິ່ງບັນຫານີ້ໄດ້ ເຊີນເຈົ້າໜ້າທີ່ກ່ຽວຂ້ອງຂອງເມືອງຕົນ ແລະ ບໍລິສັດພູເບັ້ຍມາຍນິງ ຮ່ວມ ຫາລື ໃນມື້ນີ້ (ວັນທີ 6 ພຶດສະພາ) ເພື່ອຄາດຄະເນຄວາມເສຍຫາຍ ແລະ ມອບຄວາມຮັບຜິດຊອບການສ້ອມແປງທັງໝົດ ໃຫ້ແກ່ບໍລິສັດດັ່ງກ່າວ.
           ຜູ້ສື່ຂ່າວແຂວງບໍລິຄຳໄຊ ຍັງລາຍງານຕື່ມວ່າ: ຂະນະເດີນ ທາງມຸ່ງໜ້າສູ່ນະຄອນຫລວງ ວຽງຈັນໃນວັນທີ 4 ພຶດສະ ພາ ກໍໄດ້ພົບອຸບັດເຫດຢູ່ຂົວແຫ່ງໜຶ່ງ ເຂດບ້ານເລົ່າຄາເມືອງທ່າພະບາດ ເຊິ່ງເຫດການດັ່ງກ່າວເກີດ ຂຶ້ນຂະນະທີ່ຝົນຕົກແຮງ ເຊັ່ນດຽວກັນ. ໂຊກດີບໍ່ມີຜູ້ເສຍຊີວິດ, ແຕ່ເຮັດໃຫ້ລົດບັນທຸກຄັນໜຶ່ງ ແລະ ລົດຈັກອີກ 2-3 ຄັນ  ເປ່ເພລວມທັງຮາວ ແລະ ຂົວດັ່ງກ່າວກໍເປ່ເພ ເຊັ່ນດຽວກັນ.ຂະນະທ່ີລົດບັນທຸກ ສິນຄ້າ 22 ລໍ້ຂອງບໍລິສັດຫວຽດນາມແລ່ນມາຈາກນະຄອນຫລວງ ວຽງຈັນຕາມເສັ້ນທາງ ຫຼວງເລກ ທີ 13 ໃຕ້ພໍໄປຮອດຄ້ອຍທາງ ໂຄ້ງ ບ້ານເລົ່າຄາ ເມືອງ ທ່າພະ ບາດ ແຂວງ ບໍລິຄຳ ໄຊ ເກີດ ເສຍຄວາມຊົງໂຈໄປຕຳຫາວຂົວເຫຼັກ ຫ້ວຍເລົ່າຄາຕົກລົງນ້ຳເຮັດ ໃຫ້ຜູ້ຂັບຂ່ີ ແລະ ຜູ້ທຽວທາງ ໄດ້ ຮັບບາດເຈັບສາຫັດຫຼາຍ ຄົນ ຊຶ່ງເຫດດັ່ງກ່າວໄດ້ເກີດຂຶ້ນໃນເວລາປະມານ 10 ໂມງເຊົ້າຂອງວັນທີ 4 ພຶດສະພາ 2013 ຂະນະທີ່ຝົນຕົກແຮງ ເຊິ່ງໃນ ຂະນະນັ້ນ ກໍໄດ້ມີລົດ ISUZU ທີ່ແລ່ນມາຈາກເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ ຈະເຂົ້າມານະຄອນຫຼວງວຽງຈັນ ກໍປະ ທະກັບລົດຂົນສິນຄ້າດັ່ງກ່າວ ສົ່ງຜົນໃຫ້ລົດເປ່ເພ ຜູ້ຂັບຂີ່ໄດ້ ບາດເຈັບສາຫັດ ແລະ ເຮັດໃຫ້ ການສັນຈອນຖືກຕິດຄັດຍານພາ ຫະນະນັບຮ້ອຍອັ່ງຢູ່ແຄມທາງໃຊ້ ເວລາຫຼາຍກວ່າ 2 ຊົ່ວໂມງ ຈຶ່ງ ສາມາດແກ້ໄຂການສັນຈອນໄດ້. 2 ເຫດການດັ່ງກ່າວເປັນ ຜົນມາຈາກສະພາບຝົນຕົກແຮງແຕ່ເຖິງແນວໃດກໍຂໍໃຫ້ຜູ້ໃຊ້ລົດໃຊ້ຖະໜົນມີສະຕິຕື່ມໃນການຂັບຂີ່.

No comments:

Post a Comment