Ad

Ad

6 May 2013

ຈະຈັດເທສະການ​ອາຫານສະຫລອງສ້າງຕັ້ງສະຫະພາບ​ເອີ​ຣົບ​ຄົບຮອບ 63 ປີ



         ໃນ​ວັນ​ທີ 3 ພຶດສະພາ 2013 ຢູ່ສຳນັກງານ​ສະຫະພາບ​ເອີຣົບ ປະ​ຈຳລາວ,ທ່ານ ມີ​ແຊນ ໂກ​ແຟງ ອຸປະ​ທູດສຳນັກງານ ສະຫະພາບ​ເອີຣົບປະ​ຈຳລາວ ໄດ້ຖະ​ແຫລງ​ຂ່າວ​ກ່ຽວ​ກັບ​ການ​ກະກຽມ​ຈັດ​​ເທສະການ​ອາຫານ​ເອີ​ຣົບ​ ຊຶ່ງ​ຈະ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 11 ພຶດ ສະ ພາທີ່​ຈະ​ມາ​ເຖິງ​ນີ້ຢູ່​ສວນ​ເຈົ້າ​ອະນຸວົງ ນະຄອນຫລວງ​ວຽງ​ຈັນ ເພື່ອ​ສະ​ເຫລີ​ມສະຫລອງ​ວັນສ້າງຕັ້ງສະຫະພາບ​ເອີ​ຣົບຄົບຮອບ 63 ປີ (9/5/1950-9/5/2013 ) ພ້ອມທັງເປັນ ການສະຫລອງສາຍ​ພົວ ພັນ​ລະຫວ່າງ​ອີ​ຢູແລະ ສປປ ລາວ.
ທ່ານ ມີ​ແຊນ ​ກ່າວ​ວ່າ:ການຈັດ​​ເທສະການ​ອາຫານ​ເອີຣົບຄັ້ງນີ້​ ແມ່ນ​​ການ​ຮ່ວມມື​ລະຫວ່າງ​ສະຫະພາບ​ເອີ​ຣົບ, ສະພາ​ການ​ຄ້າ ​ແລະ ອຸດ​ສາຫະ​ກຳ ​ແລະ ບໍລິສັດ ອານາ​ມ ຟາດ​ຟູ​ດ ​ເພື່ອ​ສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງສະຫະພາບ​ເອີ​ຣົບຄົບຮອບ 63 ປີ ຫລື ວັນ​ເອີ ຣົບ ວັນ​ທີ 9 ພຶດສະພາ ​2013 ທີ່​ຈະ​ມາ​ເຖິງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ເປັນ​ພິ​ເສດ​ເນື່ອງ​ຈາກ​​ເປັນ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ວັດທະນະ​ທຳ ລະຫວ່າງ ​ອີ​ຢູ ແລະ ສປປ.ລາວ.ໃນ​ເທສະການ​ດັ່ງກ່າວຈະ​ມີ​ກິດຈະ​ກຳ​ຫລາຍ​ຢ່າງ​ໂດຍ​ສະ​ເພາະ​ກິດຈະ​ກຳ​ດ້ານ​ອາຫານ ຊຶ່ງ​ຈະ​ມີ​ເຕັ້ນອາຫານ ຈາກເອີຣົບ​ຕ່າງໆ​ທີ່​​ໂດດ​ເດັ່ນ​ຂອງ​ແຕ່ລະ​ປະ​ເທດ.ນອກຈາກ​ນີ້ຍັງ​ມີ​ເຄື່ອງ ດື່ມ​ໄວ້​ໃຫ້​ບໍລິການ​ໂດຍບໍ່ ເສຍຄ່າ ແລະ ​ມີ​ກິດຈະ​ກຳ​ມ່ວນ​ຊື່ນ​ຕ່າງໆສຳລັບ​ເດັກ ​ແລະ ການ ສະ​ແດງ​ດົນຕີ​ຕ່າງໆໂດຍຈະ​ມີ​ຮ້ານ​ອາຫານ  ແລະ ຜູ້​ນຳ​ເຂົ້າ​ອາຫານ​ຫລາຍ​ກວ່າ 20 ຮ້ານ​ຢູ່​ນະຄອນຫລວງ​ວຽງ​ຈັນ​ເຂົ້າ​ຮ່ວມ​​.

No comments:

Post a Comment