Ad

Ad

6 May 2013

ລັດຖະມົນຕີ ຖວທ ເນັ້ນໃຫ້ສື່ມວນຊົນລາວຕ້ອງບຸກບືນພັດທະນາຫລາຍກວ່າເກົ່າ ເພື່ອສາມາດເຊື່ອມໂຍງເຂົ້າກັບສາກົນ



         ທ່ານ ສາດສະດາຈານ ດຣ ບໍ່ ແສງຄຳ ວົງດາລາ ລັດຖະມົນ ຕີວ່າການກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເນັ້ນໃຫ້ສື່ມວນຊົນ ລາວຈົ່ງເພີ່ມທະວີບຸກບືນພັດທະນາວຽກງານວິຊາສະເພາະຂອງຕົນໃຫ້ຫລາຍ ກວ່າ ເກົ່າເພື່ອໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນ ໄລຍະໃໝ່.
      ການເນັ້ນເຖິງບັນຫາດັ່ງກ່າວ ໄດ້ມີຂຶ້ນໃນການໂອ້ລົມຕໍ່ກອງປະຊຸມປຶກສາຫາລືກ່ຽວກັບວຽກງານສື່ມວນຊົນລາວຂອງ ທ່ານ ສາດສະດາຈານ ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລ່ງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ໃນວັນທີ 3 ພຶດສະພາຜ່ານມານີ້ຢູ່ກະ ຊວງດັ່ງກ່າວ ໂດຍມີສື່ມວນຊົນລາວ ຈາກທຸກຂະແໜງການເຂົ້າຮ່ວມ ຢ່າງພ້ອມພຽງ.
        ລັດຖະມົນຕີ ກ່າວວ່າ: ນັບ ແຕ່ໃດໆມາ,ພັກ ແລະ ລັດຖະ ບານໄດ້ໃຫ້ຄວາມສຳຄັນ ວຽກ ງານຂໍ້ມູນຂ່າວສານກໍຄື ສື່ມວນ ຊົນ ໂດຍສົ່ງເສີມໃຫ້ວຽກງານ ດັ່ງກ່າວມີບົດບາດ ແລະ ພັດທະ ນາດີຂຶ້ນເປັນກ້າວໆ ທັງປະລິ ມານ ແລະຄຸນນະພາບ, ຫລາຍ ຮູບຫລາຍສີ,ຫລາຍພາສາ, ຫລາຍຜະລິດຕະພັນ,ພ້ອມທັງມີ ຄວາມທັນສະໄໝສາມາດ ເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ ໄດ້. ມາຮອດປັດຈຸບັນ,ສະ​ເພາະ​ສື່​ສິ່ງ​ພິມ​ມີ 110 ສະບັບ, ​ໃນ​ນັ້ນ ມີ​ໜັງສືພິມ​ລາຍ​ວັນ 9 ສະບັບ, ວາ ລະສານ 100
ກວ່າ​ສະບັບ, ວິທະ ຍຸ​ກະຈາຍສຽງ​ມີ 43 ສະຖານີ,ໃນ​ນັ້ນສະ​ເພາະ​ຢູ່​ສູນ​ກາງ​ມີ 8 ສະຖານີ, ເທສະ​ບານ​ແຂວງ​ມີ 27 ສະ ຖານີ ​ແລະ ​ເມືອງ​ຕ່າງໆ​ມີ 8 ສະ ຖານີ,ສ່ວນ​ໂທລະ ພາບ​​ເຖິງ​ວ່າ​ເປັນ​ສື່​ເກີດ​ໃໝ່,​ແຕ່​ກໍ​ມີ​ການ​ຂະຫຍາຍຕົວ​ໄວຄື​ປັດຈຸບັນທົ່ວ​ປະ​ເທດ​ມີ 34 ສະຖານີ, ໃນ​ນັ້ນຢູ່​ສູນ​ກາງ​ມີ 6 ​ແຫ່ງ,​ ແຂວງ 17 ​ແຫ່ງ ​ແລະ ​ເມືອງ 11 ​​ແຫ່ງ. ພິ​ເສດ ເມື່ອ​ບໍ່ທໍ່​ໃດ​ປີຜ່ານມາ​ນີ້, ລັດ ຖະບານ​ກໍ​ໄດ້​ອະນຸຍາດ​ໃຫ້​ພາກ​ເອ ກະ​ຊົນ​ເຂົ້າມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ສື່​ຄື​ສະຖານີ​ໂທລະພາບ​ລາວ​ສະຕາ, ທີ​ວີ​ລາວ (TVLao)  ​ແລະ ​ເອັມວີ​ລາວ (MVLao) ​ແລະ ຢູ່​ບັນດາ​ຕົວ​ເມືອງ​ໃຫຍ່​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ກໍ​ໄດ້​ມີ​ການ​ບໍລິການ​ໂທລະ ພາບ​ລະບົບ​ໃຊ້​ສາຍ ​ແລະ ລະບົບ​ດີ​ຈີ​ຕອນ​ແບບ​ບໍ່​ໃຊ້​ສາຍ ​ເຊິ່ງຜູ້​ຊົມ​ສາມາດ​ຊົມ​ລາຍການ​ທຸກໆ​ຊ່ອງ​ຂອງ​ໂທລະພາບ​ລາວ ​ແລະ ​ໂທລະພາບ​ຕ່າງປະ​ເທດ​ໄດ້​ເຖິງ 40 ກວ່າ​ຊ່ອງ ​ໄດ້​ຢ່າງ​ສະດວກ​ສະບາຍ ​ແລະ ພິ​ເສດ​ໄປ​ກວ່າ​ນັ້ນບາງ​ຂະ​ແໜງ​ການ​ຫລັກ​ກໍ​ໄດ້​ມີ​ໂທລະພາບ​ ​ແລະ ວິທະຍຸ​ກະຈາຍສຽງ​ຂອງ​ຕົນ ເຊິ່ງທັງໝົດນັ້ນ ໄດ້ຮັບປະກັນໃຫ້ປະຊາຊົນລາວບັນດາເຜົ່າ ກໍຄື ທຸກຊັ້ນຄົນໃນສັງຄົມໄດ້ຮັບຮູ້ຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງ ທີ່ມີປະໂຫຍດທັງພາຍໃນ ແລະ ຕ່າງປະເທດ ທີ່ຖືກຕ້ອງຕາມຄວາມຈິງ, ຈະແຈ້ງ, ກວ້າງຂວາງ ແລະ ທົ່ວເຖິງ. ຄຽງຄູ່ກັນນັ້ນ, ກຳລັງສື່ ໃໝ່ຄື ອີນເຕີເນັດ, ເວບໄຊ ກໍໄດ້ ຮັບການສົ່ງເສີມ ແລະ ຂະຫຍາຍ ຕົວໄວສົມຄວນຊຶ່ງມາຮອດປັດຈຸບັນເກືອບວ່າທຸກຂະແໜງການໄດ້ມີເວັບໄຊຂອງຕົນເອງ ແລະ ສາມາດປະກອບສ່ວນສ້າງ ຄວາມເຂົ້າໃຈທີ່ເປັນເອກກະພາບ ຄວາມປອງດອງ ແລະ ກົມກຽວໃນການພັດທະນາປະ ເທດຊາດ ໃຫ້ບັນລຸຄາດໝາຍ ແລະຫລຸດພົ້ນ ອອກຈາກສະພາບດ້ອຍພັດທະ ນາໃນປີ 2020 ແລະ ສິ່ງທີ່ພິເສດອີກຢ່າງໜຶ່ງ ມາຮອດປັດຈຸບັນ ສື່ມວນຊົນລາວເຮົາໄດ້ມີກົດ ໝາຍເປັນຂອງຕົນເອງ ຊຶ່ງປະ ກອບມີ XI ໝວດ ແລະ 67 ມາດຕາ ທີ່ໄດ້ກ ຳນົດຫລັກການ, ລະບຽບການ ແລະ ມາດຕະການ ຕ່າງໆກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການພັດທະນາ, ການຄຸ້ມ ຄອງ, ການກວດກາສື່ມວນຊົນເພື່ອເສີມຂະຫຍາຍບົດບາດ, ຍົກສູງຄຸນນະພາບຂອງສື່ມວນ ຊົນ ແລະ ຮັບປະກັນການປະ ຕິບັດສິດເສລີພາບດ້ານສື່ມວນຊົນຂອງພົນລະເມືອງແນໃສ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ ຊາດໃຫ້ນັບມື້ຈະເລີນຮຸ່ງເຮືອງ.
    ເຖິງຢ່າງໃດກໍດີ, ລັດຖະມົນຕີວ່າການກະຊວງຖະແຫລງ ຂ່າວ,ວັດທະນະທຳ ແລະ ທ່ອງ ທ່ຽວ ກ່າວວ່າ: ເມື່ອທຽບໃສ່ກັບ ຄວາມຮຽກຮ້ອງຕ້ອງການຂອງສັງຄົມຕົວຈິງໃນໄລຍະໃໝ່ແລ້ວ, ອົງການຂ່າວສານກໍຄືສື່ມວນຊົນລາວ ຍັງຕ້ອງໄດ້ບຸກບືນປັບ ປຸງ ແລະ ພັດທະນາຕົນເອງໃຫ້ຄ່ອງຕົວດີຂຶ້ນ ເພື່ອທັນກັບການປ່ຽນ ແປງພາຍໃນປະເທດ ແລະ  ໂລກ ໃນການປະຕິບັດໜ້າ ທີ່ ແລະ ບົດບາດຂອງຕົນ ເປັນຕົ້ນດ້ານເນື້ອໃນ ແລະ ຮູບແບບຂອງຜະລິດຕະພັນສື່ມວນຊົນ ເຫັນວ່າຍັງດຶງດູດຄວາມສົນ ໃຈຂອງຜູ້ອ່ານ, ຜູ້ເບິ່ງ ແລະ ຜູ້ຟັງໄດ້ໜ້ອຍ, ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຄວາມຮູ້ທີ່ເປັນປະໂຫຍດພ້ອມທັງການສະ ໜອງສາລະບັນເທີງຕ່າງໆ ແລະ ການສ່ອງແສງສະ ພາບຄວາມເປັນຈິງຂອງຊີວິດສັງ ຄົມຍັງເຮັດໄດ້ໜ້ອຍ ແລະ ບໍ່ທັນກວ້າງ ຂວາງໂດຍສະເພາະຢູ່ຂັ້ນຮາກຖານ, ການສ່ອງແສງວຽກດີຄົນເດັ່ນ ແລະ ບົດຮຽນທີ່ດີກໍຄຶການຕຳນິຕິຊົມຂອງມະຫາຊົນ ຍັງ ເຮັດໄດ້ໜ້ອຍ, ພື້ນຖານວັດຖຸ ເຕັກນິກຂອງວຽກງານສື່ມວນຊົນເຖິງວ່າໄດ້ຮັບການປັບປຸງແຕ່ກໍຍັງບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝສ່ວນຫລາຍແມ່ນຍັງນຳໃຊ້ລະບົບອານາລົກ, ການຫັນໄປສູ່ລະບົບດີຈີຕອນຍັງຊັກຊ້າ, ການຊອກຊ່ອງທາງ ແລະ ວິທີການເພື່ອສ້າງລາຍຮັບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານຍັງເຮັດໄດ້ໜ້ອຍ ແລະ ບໍ່ທັນມີປະສິດທິຜົນ ຢ່າງແທ້ຈິງ, ຖັນແຖວພະນັກງານສື່ມວນຊົນຍັງບໍ່ພຽງພໍ ນັບທັງປະລິມານ ແລະ ຄຸນນະພາບ ບໍ່ວ່າ ຢູ່ສູນກາງຫລືທ້ອງຖິ່ນ. ເວົ້າ ລວມແລ້ວສື່ມວນຊົນລາວ ເຖິງວ່າມີການຂະຫຍາຍຕົວ ແລະ ພັດ ທະນາທຸກດ້ານແຕ່ຍັງບໍ່ທັນເຂັ້ມ ແຂງປານໃດ ເຊິ່ງ ຈະຕ້ອງໄດ້ເພີ່ມທະວີປັບປຸງ ແລະ ພັດທະນາ ຂຶ້ນຕື່ມອີກ ໃຫ້ທັນສະໄໝຈຶ່ງສາ ມາດປະກອບສ່ວນເຂົ້າໃນການພັດທະນາປະ ເທດຊາດ ຕາມຈຸດ ໝາຍກໍຄືນະໂຍບາຍຂອງລັກຖະບານ ເພື່ອສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ໂດຍໄວ.

No comments:

Post a Comment