Ad

Ad

6 May 2013

ສະເຫລີມສະຫລອງ 60 ປີ ປົດປ່ອຍຊຳເຫນືອຢ່າງຄຶກຄື້ນ



           ໃນວັນທີ 4 ພຶດສະພານີ້ຢູ່ ເດີ່ນກິລາເທສະບານເມືອງຊຳເໜືອ, ແຂວງ ຫົວພັນ ໄດ້ຈັດພິທີ ໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນປົດປ່ອຍຊຳເໜືອ ຄົບຮອບ 60 ປີ (5 ພຶດສະພາ 1953-5 ພຶດສະພາ2013) ຂຶ້ນຢ່າງຄຶກຄື້ນ ເພື່ອ ຫວນຄືນມູນເຊື້ອແຫ່ງການ ຕໍ່ສູ້ຂອງປະຊາຊົນບັນດາເຜົ່າ ແຂວງຫົວພັນ ຕ້ານການ ປົກຄອງຂອງຈັກກະພັດລ່າເມືອງ ຂຶ້ນ ແບບເກົ່າ ແລະ ໃໝ່ ໃນໄລຍະ 60 ປີຜ່ານມາ ເຊ່ິງໃນພິທີດັ່ງກ່າວ, ມີທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງສປປ ລາວ, ແຂກທັງພາຍໃນ ແລະ ຕ່າງປະເທດ, ຜູ້ຊົງຄຸນວຸດທິ, ບັນດາກຳລັງປະກອບອາວຸດ, ປ້ອງກັນຄວາມສະຫງົບ, ປະຊາຊົນແຂວງຫົວພັນເຂົ້າຮ່ວມເປັນຈຳນວນຫລາຍ, ພິເສດ ໃຫ້ກຽດຕ້ອນຮັບທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນອະດີດກ ຳມະການກົມການເມືອງສູນກາງພັກ, ອະດີດນາ ຍົກລັດຖະມົນຕີ, ອະດີດປະທານສູນກາງແນວລາວສ້າງຊາດ.
          ທ່ານ ຄຳຮຸ່ງ ເຮືອງວົງສີ ເລຂາພັກແຂວງ,ເຈົ້າແຂວງຫົວ ພັນ ໄດ້ກ່າວປາໄສ ວ່າ:ປີນີ້,ຊາວ ແຂວງຫົວພັນມີຄວາມ ເອກອ້າງ ທະນົງໃຈເປັນພິເສດຕໍ່ວັນຄົບ ຮອບ 60 ປີແຫ່ງການປົດປ່ອຍ ຊຳເໜືອໃນທ່າມກາງບັນຍາ ກາດທ່ີທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນແຂວງຫົວພັນພວມ ແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກກໍຄື ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກ ແຂວງ. ແນວໃດກໍດີໃນປະຫວັດ
ແຫ່ງການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ ແຂວງຫົວພັນນັ້ນ ຍາມໃດ ກໍບໍ່ຍອມກົ້ມຫົວໃຫ້ຈັກກະພັດ ລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ທ່ີເຂົ້າມາຮຸກຮານຕະຫລອດໄລ ຍະ 60 ປີຜ່ານມາ. ດັ່ງຕົ້ນປີ 1953, ພາຍໃຕ້ການນຳພາຂອງພັກກອມ ມູນິດອິນດູຈີນ,ແນວລາວອິດສະລະ ແລະ ລັດຖະບານ ລາວຕໍ່ຕ້ານໄດ້ຕົກລົງເປີດບັ້ນຮົບຢູ່ພາກເໜືອລາວ ເພື່ອປົດປ່ອຍຊຳເໜືອ ແລະ ສ້າງເປັນຖານທ່ີໝັ້ນຂອງແນວລາວອິດສະ ລະ ແລະ ລັດຖະບານລາວຕໍ່ຕ້ານ. ຕົ້ນເດືອນເມສາປີດັ່ງກ່າວ, ກອງທັບລາວອິດສະລະປະສານກັບທະຫານອາສາສະໝັກ ຫວຽດນາມ ໄດ້ເປີດສາກບຸກ ໂຈມຕີເຂົ້າຊຳເໝືອ ແລະ ມາເຖິງ ວັນທີ 11 ເມສາປີດຽວກັນ,ຕົວ ເມືອງຊຳເໜືອໄດ້ຮັບການປົດ ປ່ອຍຈາກ ການປົກຄອງຂອງ ພວກລ່າເມືອງຂຶ້ນຝຣັ່ງຢ່າງສົມ ບູນ ແລະໄດ້ສະເຫລີມສະຫລອງ ໄຊຊະນະພ້ອມທັງປະກາດ ໃຫ້ປະ ຊາຊົນທົ່ວປະເທດ ຮັບຮູ້ວ່າ: ແຂວງ ຫົວພັນ ໄດ້ເປັນຖານທ່ີ ໝັ້ນຂອງການປະຕິວັດລາວໃນ ວັນທີ 5 ພຶດສະພາ 1953 ຢູ່ຕົວ ເມືອງ ຊຳເໜືອ.ການປົດປ່ອຍຊຳ ເໜືອປີ 1953 ເປັນຂີດໝາຍປະ ຫວັດສາດແຫ່ງການຂະຫຍາຍ ຕົວແບບ ກະໂດດ ຂັ້ນຂອງກຳລັງ ປະກອບອາວຸດປະຕິວັດ,ແມ່ນໄຊ ຊະນະຂອງປະຊາຊົນບັນດາເຜົ່າ ແຂວງຫົວພັນກໍຄືປວງຊົນລາວ ທັງຊາດ, ແມ່ນກຳລັງແຮງແຫ່ງຄວາມສາມັກຄີ, ຮ່ວມສຳພັນສູ້ ຮົບແບບພິເສດລະຫວ່າງລາວ-ຫວຽດນາມ.         
         ໃນສະໄໝຕໍ່ສູ້ກູ້ຊາດຕ້ານກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ພວກລູກແຫລ້ງຕີນມື ຂາຍຊາດ, ຊຳເໜືອ ໄດ້ກາຍເປັນຖານທ່ີໝັ້ນທາງຍຸດທະສາດຂອງການປະຕິວັດ, ພັກໄດ້ນຳພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຢ່າງທໍລະຫົດອົດ ທົນ ຍືດເຍື້ອຍາວນານ, ສ້າງແຂວງຫົວພັນໃຫ້ເຂັ້ມແຂງຮອບດ້ານຂອງເຂດປົດປ່ອຍ ປະຊາຊົນແຂວງຫົວພັນກໍຄືປະຊາຊົນລາວ ໃນທົ່ວປະເທດໄດ້ປະ ກອບສ່ວນສຳຄັນເຂົ້າໃນຂະບວນ ການຢຶດອຳນາດ ແລະ ສ້າງຕັ້ງ ເປັນປະເທດສາທາລະນະລັດປະ ຊາທິປະໄຕ ປະຊາຊົນລາວໃນ ວັນທີ 2 ທັນວາ 1975 ອັນໄດ້ໄຂ ສັງກາດໃໝ່,ສັງກາດແຫ່ງການ ຈັດຕັ້ງປະຕິບັດສອງໜ້າ ທ່ີຍຸດທະສາດ ນັ້ນກໍຄືການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສັງກາດແຫ່ງການຈັດຕັ້ງປະຕິບັດແນວທາງການປ່ຽນ ແປງໃໝ່ຂອງພັກເຮົາ.        
            ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ກ່າວຕໍ່ພິທີໂຮມຊຸມທີ່ເຕັມໄປດ້ວຍຄວາມ ໝາຍທາງປະຫວັດສາດນີ້ໂດຍໄດ້ທັງຮຽກຮ້ອງຄະນະພັກ, ອຳນາດການປົກຄອງ, ຖັນແຖວພະນັກງານ, ນັກຮົບຕະຫລອດ ຮອດປະຊາຊົນບັນດາເຜົ່າຕ້ອງເພີ່ມທະວີການຊີ້ນຳນຳພາ ແລະຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນກໍຄືເນື້ອ ໃນມະຕິກອງ ປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກ ແຂວງກໍຄືແຜນພັດທະນາເສດຖະ ກິດ-ສັງຄົມຄັ້ງທີ 7  ຂອງລັດ ວາງອອກໃຫ້ປາກົດຜົນເປັນຈິງ, ໃນນັ້ນບັນຫາສຳຄັນໜຶ່ງກໍແມ່ນການຈັດຕັ້ງປະຕິບັດ 4 ບຸກ ທະລຸ, ມະຕິ 3 ສ້າງ ໃຫ້ກາຍເປັນຮູບປະທຳຕົວຈິງ, ບຸກບືນສຸດຂີດເພື່ອ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ຕ້ອງເສີມຂະ ຫຍາຍມູນເຊື້ອພິລະອາດຫານ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ເພື່ອ ຍາດເອົາໄຊຊະນະໃນພາລະກິດປົກປັກຮັກສາ ແລະ ສ້າງສາແຂວງຫົວພັນໃຫ້ຈະເລີນສີວິໄລ, ຕ້ອງສຶກສາອົບຮົມການເມືອງແນວຄິດໃຫ້ບັນດາພະນັກງານ ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າເຊີດຊູນ້ຳໃຈຮັກຊາດພັດທະນາເພື່ອສ້າງຄວາມເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງ ຄົມປອງດອງ, ຍຸຕິທຳ ແລະ ສີວິໄລ.          
        ຈາກນັ້ນກໍໄດ້ສວນສະໜາມຈາກກ້ອນກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ,ເຍົາວະ ຊົນ,ຊາວໜຸ່ມ, 9 ເມືອງຂອງແຂວງໂດຍບໍ່ຫວາດຫວັ່ນຕໍ່ສາຍຝົນທີ່ຕົກລົງມາຢ່າງບໍ່ຂາດສາຍ.

No comments:

Post a Comment