ປະຕິບັດຕາມການຕົກລົງເຫັນດີຂອງກົມການເມືອງສູນກາງພັກປະຊາຊົນປະຕິ ວັດລາວ
ເນື່ອງໃນໂອກາດກະກຽມສະເຫລີມສະຫລອງວັນປົດປ່ອຍຊຳເໜືອ ຄົບ ຮອບ 60 ປີ (5 ພຶດສະພາ
1953 - 5 ພຶດສະພາ 2013), ກະຊວງປ້ອງກັນປະເທດ ແລະ ອຳນາດການປົກຄອງແຂວງຫົວພັນ
ໄດ້ຮ່ວມກັນຈັດກອງປະຊຸມສຳມະນາວິທະຍາສາດວ່າດ້ວຍສະໜາມຮົບພາກເໜືອລາວ ແລະ
ໄຊຊະນະການປົດປ່ອຍເມືອງຊຳເໜືອຂຶ້ນ ຢູ່ຖ້ຳກົມການເມືອງເຂດປະຫວັດ ສາດເມືອງວຽງໄຊ
ແຂວງຫົວ ພັນ ໃນວັນທີ 3 ພຶດສະພານີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສິງ
ທຳມະວົງ ກຳມະການກົມການເມືອງສູນກາງພັກ, ນາ ຍົກລັດຖະມົນຕີແຫ່ງ ສປປ ລາວ, ພົນຕີ
ຈັນສະໝອນ ຈັນຍາລາດ ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະ ຊວງປ້ອງກັນປະເທດ,
ທ່ານ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວ
ພັນ; ຝ່າຍຫວຽດ ນາມມີທ່ານ ພັນຕີ ຫວູ່ກວາງດ້າວ ຫົວໜ້າສະຖາບັນປະຫວັດສາດກອງທັບຫວຽດ
ນາມ ແລະ ທ່ານ ຫງວຽນແທງຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ ພ້ອມດ້ວຍພະນັກງານຂັ້ນສູງໃນຖັນແຖວກອງທັບ
ລາວ-ຫວຽດນາມ ແລະ ບັນດາສະຫາຍນັກຮົບເກົ່າຂອງສອງປະເທດເຂົ້າຮ່ວມເປັນຈຳນວນຫລາຍ.
ໃນກອງປະຊຸມສຳມະນາດັ່ງ ກ່າວທີ່ດຳເນີນໄປຢ່າງມີຄວາມໝາຍສຳຄັນນັ້ນ
ໄດ້ຮັບຟັງການລາຍງານ ແລະ ບົດເລົ່າຄືນຢ່າງມີຊີວິດຊີວາຂອງສຳມະນາກອນ ຫລາຍກວ່າ
20 ບົດນັ້ນ ລ້ວນແຕ່ໄດ້ຍົກໃຫ້ເຫັນບົດບາດສຳຄັນຂອງການຊີ້ນຳ-ນຳພາອັນສະ ຫລຽວສະຫລາດຂອງລັດຖະ
ບານສາທາລະນະລັດ ປະຊາທິ ປະໄຕ ຫວຽດນາມ ແລະ ລັດຖະ ບານລາວຕໍ່ຕ້ານ ພາຍໃຕ້ການຊີ້ນຳຂອງປະທານ
ໂຮ່ຈີມິງ ໃນການປະສານສົມທົບເປີດບັ້ນຮົບພາກເໜືອລາວ ປີ 1953 ເພື່ອແນໃສ່ດັບສູນກຳລັງພາກ
ສ່ວນສຳຄັນຂອງສັດຕູ, ປົດປ່ອຍເຂດນ້ຳດິນແດນເພື່ອສ້າງ ແລະ ເປີດກວ້າງເຂດຈັ່ງທ່າ,
ກໍ່ຕັ້ງເຂດແນວຫລັງຂອງຂະບວນການຕໍ່ຕ້ານ, ກະຕຸກຊຸກຍູ້ຂະບວນການຕໍ່ຕ້ານຂອງລາວ
ແລະ ທັບມ້າງແຜນຍຸດທະສາດຂອງພວກສັດຕູຢູ່ພາກເໜືອອິນດູຈີນ.
ກອງປະຊຸມຢືນຢັນວ່າ: ນີ້ແມ່ນບັ້ນຮົບໃຫຍ່
ແລະ ສຸດທີ່ສຳ ຄັນຂອງການປະສານສົມທົບລະ ຫວ່າງກອງທັບປະ ຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ
ເຊິ່ງແມ່ນການປະສານສົມທົບທີ່ມີປະສິດທິພາບທີ່ສຸດລະຫວ່າງກອງທັບສອງປະເທດນັບແຕ່ຕົ້ນຂອງຂະບວນການຕໍ່ຕ້ານ
ແລະ ແມ່ນບັ້ນຮົບທີ່ກອງບັນຊາການສູງສຸດ, ມີນາຍທະ ຫານຂັ້ນສູງ ແລະ ຜູ້ມີຄວາມອາດສາມາດຊີ້ນຳບັນຊາ
ຄືຝ່າຍຫວຽດນາມປະກອບມີພົນເອກ ຫວໍຫງວນຢາບ ຜູ້ບັນຊາການສູງສຸດຂອງກອງທັບປະຊາຊົນຫວຽດນາມ
ເປັນຜູ້ບັນຊາ, ສະ ຫາຍ ຫງວຽນຈີ່ແທງ ຮັບຜິດ ຊອບກົມໃຫຍ່ການເມືອງກອງ ທັບຫວຽດນາມ
ແລະ ຜູ້ອື່ນໆອີກ. ສ່ວນຝ່າຍລາວມີປະທານ ສຸພານຸວົງ ນາຍົກລັດຖະມົນຕີ ລັດຖະບານລາວຕໍ່ຕ້ານ
ແລະ ທ່ານ ໄກສອນ ພົມວິຫານ ລັດຖະມົນຕີກະຊວງປ້ອງກັນປະເທດເວລານັ້ນ. ບັ້ນຮົບດັ່ງກ່າວມັນເປັນສັນຍະລັກແຫ່ງການຮ່ວມ
ສຳພັນສູ້ຮົບອັນສະຫວ່າງສະໄຫວລະຫວ່າງກອງທັບ ແລະ ປະຊາຊົນລາວ-ຫວຽດນາມ ຈາກນ້ຳໃຈສາກົນກຳມະຊີບອັນສູງສົ່ງ.
60 ປີໄດ້ຜ່ານພົ້ນໄປ, ສະພາບການຂອງໂລກໄດ້ມີຫລາຍອັນປ່ຽນໄປ,
ແຕ່ໄຊຊະນະຂອງບັ້ນ ຮົບພາກເໜືອລາວປີ 1953 ຍັງຮັກສາໄວ້ໄດ້ຄຸນຄ່າຂອງມັນທີ່ເປັນເອກະລັກແຫ່ງການຮ່ວມສຳພັນສູ້ຮົບກໍຄືການພົວພັນສາມັກຄີແບບພິເສດລາວ-ຫວຽດ
ນາມ ທີ່ໄດ້ສ່ອງແສງໃຫ້ເຫັນບັນດາບົດຮຽນ ແລະ ຄວາມໝາຍທາງປະຫວັດສາດທີ່ສຳຄັນ
ເຊິ່ງໄຊຊະນະໃນບັ້ນຮົບດັ່ງກ່າວໄດ້ນຳມາສູ່ພວກເຮົາເພື່ອໝູນໃຊ້ຢ່າງມີປະດິດສ້າງເຂົ້າໃນພາລະກິດປົກປັກຮັກສາ
ແລະ ສ້າງສາພັດທະນາຂອງແຕ່ລະປະເທດໃຫ້ເຕີບໃຫຍ່ເຂັ້ມແຂງ ເພື່ອແນໃສ່ເສີມຂະຫຍາຍສາຍພົວພັນຮ່ວມມືແບບພິເສດ
ແລະ ຮອບດ້ານລະ ຫວ່າງສອງປະເທດໃຫ້ນັບມື້ຂະຫຍາຍຕົວໃຫ້ສົມກັບປະຫວັດສາດອັນເອກອ້າງທະນົງໃຈດັ່ງກ່າວຂອງສອງຊາດພວກເຮົາສ້າງໄວ້.

No comments:
Post a Comment