Ad

Ad

7 May 2013

ມອບລາງວັນໃຫ້ແກ່ນັກຮຽນທີ່ ເຂົ້າຮ່ວມແຂ່ງຂັນແຕ້ມຮູບ 2013 ໃນລະດັບອາຊຽນ



       ໃນວັນທີ 3 ພຶດສະພາ 2013 ເວລລາ 11:00 ຢູ່ກອງເລຂາອາ ຊຽນກະຊວງການຕ່າງປະເທດ, ທ່ານ ດຣ ຂຽນ ພັນສຸ ຣິວົງ ຫົວ ຫນ້າກົມອາຊຽນ ໄດ້ເປັນກຽດ ມອບເງິນລາງວັນ, ໃບຢັ້ງຢືນ ແລະ ຂອງຂວັນໃຫ້ແກ່ນັກຮຽນ 2 ຄົນ ຈາກໂຮງຮຽນ ມັດທະຍົມຕອນຕົ້ນສິນໄຊ ໂດຍມີຜູ້ຕາງ ຫນ້າກະຊວງສຶກສາທິການ ແລະ ກິລາ, ຄູອາຈານ ແລະ ບັນດາ ແລະ ບັນດານ້ອງ ນັກຮຽນເຂົ້າຮ່ວມ.
      ການແຂ່ງຂັນຮູບແຕ້ມຄັ້ງນີ້ ເປັນກິດຈະກຳຫນຶ່ງຂອງກອງເລ ຂາອາຊຽນ ຢູ່ຈາກາຕາ, ອິນໂດເນເຊຍ ຈັດຂຶ້ນເພື່ອສະ ເຫລີມສະຫລອງວັນສ້າງຕັ້ງອາຊຽນຄົບ ຮອບ 45 ປີ, ເຊິ່ງໄດ້ຈັດການ ແຂ່ງຮູບແຕ້ມຂອງເຍົາວະຊົນລະ ດັບພາກພື້ນ 2 ປະເພດຄື : ອາຍຸ 6-12 ປີ ແລະ ອາຍຸ 13-18 ປີ ແລະ ແຕ່ລະປະເທດໄດ້ຈັດການ ຄັດເລືອກຮູບແຕ້ມໃນລະດັບປະ ເທດ ປະເພດລະ 1 ໃບ ເພື່ອສົ່ງ ໄປແຂ່ງຂັນໃນລະດັບພາກພື້ນ ອາຊຽນ.
      ສຳລັບ ສປປ ລາວ ແມ່ນສົ່ງ ຮູບແຕ້ມ ຈຳນວນ 2 ໃບ ຈາກ ນັກສຶກສາມັດທະຍົມຕອນຕົ້ນສິນ ໄຊ ຄື ນາງ ຈິດຣັດດາ ແກ້ວປະ ເສີດ ອາຍຸ 11 ປີ ແລະ ນາງ ວະ ຣາວົງ ພຣະຈັນ ອາຍຸ 14 ປີ ນັກ ຮຽນໂຮງຮຽນມັດທະຍົມຕອນ ຕົ້ນສິນໄຊ. ສຳລັບ ຜູ້ຊະນະເລີດ ໄດ້ແກ່ ມຽນມາ ແລະ ຫວຽດ ນາມ ໂດຍໄດ້ຮັບລາງວັນປະເພດ ລະ 500 ໂດລາສະຫະລັດ, ໃບ ຢັ້ງຢືນ ແລະ ຂອງທີ່ລະນຶກ, ສ່ວນຜູ້ເຂົ້າແຂ່ງຂັນຈາກ ສປປ ລາວ ໄດ້ຮັບເງິນລາງວັນ 100 ໂດລາສະລັດ, ໃບຢັ້ງຢືນ ແລະ ຂອງທີ່ລະນຶກ.
     ການມອບໃບຢັ້ງຢືນໃຫ້ແກ່ ນັກຮຽນ 2 ຄົນ ໃນຄັ້ງນີ້  ແມ່ນ ເພື່ອເປັນການຊຸກຍູ້, ເປັນກຳລັງ ໃຈໃຫ້ແກ່ເຂົາເຈົ້າບຸກບືນ ເຝິກຝົນເອງຕື່ມ ແລະ ເປັນການຍ້ອງຍໍບັນດານ້ອງນັກຮຽນທີ່ໄດ້ປະກອບສ່ວນເຂົ້າໃນກິດຈະກຳການສະເຫລີມສະຫລອງ ວັນອາຊຽນ ຄົບຮອບ 45 ປີ ແລະ ວັນຄົບຮອບ 15 ປີ ທີ່ ສປປ ລາວ ເຂົ້າເປັນສະ ມາຊິກອາຊຽນ. ພ້ອມກັນນັ້ນ, ກໍເປັນ ການເຊີນຊວນໃຫ້ບັນດາ ນ້ອງນັກຮຽນເຂົ້າມາມີສ່ວນ ຮ່ວມໃນກິດຈະກຳຕ່າງຂອງອາຊຽນໃຫ້ຫລາຍຂຶ້ນໃນປີຕໍ່ໆໄປ.

No comments:

Post a Comment