ທ່ານ ວິໄຊ ຊາວັນນາ ຫົວໜ້າ ພະແນກແຜນການ ແລະ ການລົງ
ທຶນ ນະຄອນຫລວງວຽງຈັນໄດ້ ລາຍງານຕໍ່ກອງປະຊຸມ ຄົບຄະນະ ສະມາຊິກສະພາແຫ່ງຊາດປະຈຳ ເຂດເລືອກຕັ້ງທີ
1 ນະຄອນ ຫລວງວຽງຈັນ ທີ່ຈັດຂຶ້ນລະ ຫວ່າງວັນທີ 2-3 ພຶດ ສະພາ 2013 ນີ້ວ່າ: ການພັດທະນາຊົນນະບົດ
ແລະ ລຶບລ້າງຄວາມທຸກຍາກ ຢູ່ນະຄອນຫລວງວຽງຈັນ ເຫັນ ວ່າ ມີບາດກ້າວ ຂະຫຍາຍຕົວ.ສິ່ງ ສຳຄັນ,ຄະນະພັກ,ອຳນາດການ
ປົກຄອງທຸກຂັ້ນໄດ້ເອົາໃຈໃສ່ ໃນການຈັດສັນພູມລຳເນົາ, ແກ້ໄຂຊຸມຊົນແອ ອັດ ແລະ ບ່ອນ ທຳມາຫາກິນໃຫ້ປະຊາຊົນ
ໂດຍ ກຳນົດເປັນ 3 ເຂດຈັດສັນໃນ 3 ຕົວເມືອງຄື ເມືອງສີໂຄດຕະບອງ,ໄຊທາ ນີ ແລະ ເມືອງສັງ ທອງ,ໃນນັ້ນມີ
1.374 ຄອບຄົວ, ມີພົນລະເມືອງ 5.703 ຄົນ, ຍິງ 3.188 ຄົນ,ມີເນື້ອທີ່149,5 ເຮັກ ຕາ. ມາຮອດປັດຈຸບັນ,
ທົ່ວນະຄອນ ຫລວງວຽງຈັນຍັງມີຄອບ ຄົວທຸກຍາກພຽງແຕ່ 86 ຄອບຄົວ ເທົ່າກັບ 0,04% ຂອງຈຳ ນວນຄອບຄົວທັງໝົດ
201.209 ຄອບ ຄົວ, ໃນນັ້ນ ຢູ່ເມືອງຈັນທະບູລີ 6 ຄອບຄົວ,ເມືອງໄຊເຊດຖາ 7 ຄອບຄົວ, ເມືອງ
ໄຊທານີ 37 ຄອບ ຄົວ, ເມືອງປາກງື່ມ 12 ຄອບຄົວ ແລະ ເມືອງສັງທອງ 24 ຄອບຄົວ.
ກ່ຽວກັບການຈັດຕັ້ງປະຕິບັດວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ,
ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດ ທະນາ,ຫົວໜ້າພະແນກແຜນ
ການ ແລະ ການລົງທຶນ ນະຄອນ ຫລວງວຽງຈັນ ໄດ້ ລາຍງານໃຫ້ ຮູ້ວ່າ: ໄດ້ມີການຄົ້ນຄວ້າຮ່າງນິຕິ
ກຳໃນການແບ່ງຂັ້ນຄຸ້ມຄອງລະ ຫວ່າງກະຊວງ,ພະແນກການ, ເມືອງ ແລະ ບ້ານ ຊຶ່ງປະຈຸບັນ ແຕ່ລະຂະແໜງການໄດ້ລົງຕິດ
ຕາມຊຸກຍູ້ການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ ຢູ່ເມືອງຢ່າງ ເປັນປົກກະຕິ ແລະ ຕໍ່ເນື່ອງ
ໂດຍ ສະເພາະແມ່ນໃນ 3 ເມືອງ ແລະ 10 ບ້ານຈຸດສຸມທີ່ເຮັດທົດລອງ. ພິເສດໃນສົກປີ 2012-2013
ນີ້ ນະ ຄອນຫລວງວຽງຈັນ ໄດ້ມອບ- ໂອນ ໂຄງການລົງທຶນຂອງລັດ ໃຫ້ເມືອງ 3 ສ້າງຈຳນວນ 66 ໂຄງການ
ມູນຄ່າ 14,07 ຕື້ກີບ ໃນ ປັດຈຸບັນສາມາດປະຕິບັດໄດ້ 24 ໂຄງການ ມູນຄ່າ 2,60 ຕື້ກີບ.
No comments:
Post a Comment