ພາຍຫລັງລັດຖະບານໄດ້ປະກາດໃຊ້ກົດໝາຍວ່າດ້ວຍສື່ມວນ
ຊົນ ໃນກາງປີ 2008 ເປັນຕົ້ນ ມາໄດ້ເຮັດໃຫ້ວຽກງານສື່ ມວນຊົນລາວ ໄດ້ເຄື່ອນໄຫວ ຕາມພາ ລະບົດບາດຂອງຕົນຢ່າງເຕັມ ສ່ວນ
ແລະ ຊ່ວຍໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາໃຫ້ເຕີບໃຫຍ່ຂະຫຍາຍຕົວ ນັບທັງ ດ້ານປະລິມານ
ແລະ ຄຸນນະພາບ ແລະ ສິ່ງທີ່ພົ້ນເດັ່ນນັ້ນແມ່ນສື່ມວນຊົນລາວຫລາຍ ສຳນັກ ພີມກ້າວສູ່ການກຸ້ມຕົນເອງດ້ານທຶນຮອນ
ທັງເປັນການຊ່ວຍຫລຸດຜ່ອນ ການແບກຫາບຈາກ ພາກລັດລົງເທື່ອລະກ້າວ.
ການຫັນປ່ຽນຈາກລະບົບອາ ນາລົກ ແລະ ກ້າວໄປສູ່ການນຳ
ໃຊ້ລະບົບດີຈີຕອນໃຫ້ໄດ້ ໂດຍ ພື້ນຖານໃນປີ 2015 ໃນ ຂົງເຂດວຽກງານສື່ມວນຊົນຄືເປົ້າໝາຍຂອງລັດຖະບານເວົ້າ ລວມ,
ເວົ້າສະເພາະແມ່ນແຜນພັດທະນາວຽກງານສື່ມວນຊົນ ຂອງກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ.
ຄຽງຄູ່ກັນນັ້ນ, ການຫັນໄປສູ່ການກຸ້ມຕົນ ເອງດ້ານທຶນຮອນກໍແມ່ນບັນຫາໜຶ່ງທີ່ລັດຖະ ບານພະຍາຍາມຊຸກຍູ້ສົ່ງເສີມໃນວຽກງານການຄຸ້ມຄອງບໍລິຫານສື່ມວນຊົນເພື່ອສ້າງລາຍຮັບວິຊາ
ການໃຫ້ສາມາດກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງໂດຍຕົນເອງໄດ້ເທື່ອລະກ້າວຄືດັ່ງໃນກອງປະຊຸມປຶກສາຫາລືວຽກງານສື່ມວນຊົນ
ເມື່ອ ວັນທີ 3 ພຶດສະພານີ້ຢູ່ກະຊວງ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ມີການລາຍ
ງານວ່າ:ປັດ
ຈຸບັນມີຫລາຍສຳນັກໜັງສືພີມເປັນຕົ້ນໜັງສືພິມປະຊາຊົນ, ພາສາຕ່າງປະເທດ, ວຽງຈັນໃໝ່,
ປະເທດລາວ, ລາວພັດທະນາ ແລະ ວາລະສານ ຈຳນວນໜຶ່ງ ກໍສາມາດກຸ້ມຕົນ ເອງຫລາຍຂຶ້ນໃນການພີມ-ຈຳ
ໜ່າຍ ແລະ ຄ່າໃຊ້ຈ່າຍປະຈຳວັນ ອັນຈຳເປັນເ ພື່ອຮັບໃຊ້ໜ້າທີ່ວຽກງານຂອງຕົນ. ນອກຈາກນີ້ ວິທະຍຸກະຈາຍສຽງແຫ່ງຊາດ
ແລະ ໂທລະພາບແຫ່ງຊາດກໍມີລາຍຮັບວິຊາ ການເພີ່ມຂຶ້ນ ແລະ ພວມກ້າວໄປສູ່ການກຸ້ມຕົນເອງໃນອະນາຄົດ.
ກະຊວງດັ່ງກ່າວໃຫ້ຮູ້ວ່າ: ປັດ ຈຸບັນຢູ່ລາວມີໜັງສືພີມລາຍວັນ
9 ສະບັບ,ວາລະສານ 100 ກວ່າ ສະບັບ, ວິທະຍຸກະຈາຍ ສຽງ 44 ສະຖານີ ແລະ ໂທລະພາບ 34 ສະຖານີ,
ໃນນັ້ນເອກກະຊົນມີ 3 ສະຖານີຄືລາວສະຕາ,ເອັມວີ ລາວ ແລະ ທີວີ ລາວ. ນອກຈາກນີ້ ສ ປປ ລາວ ໄດ້ສົ່ງເສີມການພັດທະນາ
ແລະ ນຳໃຊ້ລະບົບເຕັກໂນ ໂລຊີຂໍ້ມູນຂ່າວສານທີ່ທັນສະໄໝ ໂດຍມີການຂະຫຍາຍເຄືອຂ່າຍອິນເຕີເນັດ
ແລະ ລະບົບໂທລະສັບມືຖືຕະຫລອດເຖິງອຸປະກອນການສື່ສານຕ່າງໆ ໃນຂອບ ເຂດທົ່ວປະເທດສາມາດເຊື່ອມຈອດກັບຕ່າງປະເທດໃນທຸກທະວີບ
ແລະ ໃນເກືອບທຸກສະຖານທີ່ໃດທີ່ມີ ເງື່ອນໄຂເຊັ່ນ: ມີລະບົບກະແສ ໄຟຟ້າ ກໍມີຮ້ານອິນເຕີເນັດກາເຟ
ແຜ່ຫລາຍຊຶ່ງເຮັດໃຫ້ຄົນໃນສັງ ຄົມໂດຍສະເພາະນັກທ່ອງທ່ຽວ ກໍຄືຊາວ ຕ່າງປະເທດ ລວມທັງ ນັກຂ່າວຕ່າງປະເທດທີ່ເຂົ້າມາ
ລາວໄດ້ມີຄວາມສະດວກໃນການ ສື່ສານຕາມຄວາມຕ້ອງການ ຂອງຕົນ. ຈາກລະບົບທັນສະໄໝ ດັ່ງກ່າວ ຈຶ່ງພາໃຫ້ມີການພັດທະ
ນາສື່ໃໝ່(New Media Website) ກໍຄືສື່ສັງຄົມ (Social Media) ເກີດ ຂຶ້ນນັບມື້ແຜ່ຫລາຍໃນສັງຄົມ
ອັນ ເປັນທາງເລືອກໜຶ່ງຕາມທ່າອ່ຽງ ຍຸກສະໄໝໃນການສົ່ງຂໍ້ມູນຂ່າວ ສານ ກໍຄືການສື່ສານ ແລະ
ການ ພົວພັນສັງຄົມ ໂດຍປາສະຈາກການຄວບຄຸມ ແລະ ຈຳກັດການ ນຳໃຊ້ຕ່າງໆດັ່ງກ່າວ.

No comments:
Post a Comment