Ad

Ad

7 May 2013

ອາທິດຜ່ານມາຢູ່ນະຄອນຫຼວງວຽງຈັນມີຄະດີຕ່າງໆເກີດຂຶ້ນຫລາຍກວ່າ 50 ເລື່ອງ



    ​ເຈົ້າໜ້າ​ທີ່ ປກສ ນະຄອນ ຫລວງ​ວຽງ​ຈັນ ​ເປີດ​ເຜີຍ​ວ່າ: ​ໃນ​ອາທິດ​ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ​ມີ​ຄະດີ​ຕ່າງໆ​ເກີດ​ຂຶ້ນຫລາຍ​ກວ່າ 50 ​ເລື່ອງ ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ຄະດີ​ປຸ້ນ​ຈີ້ຊີງ​ຊັບ ​ແລະ ບັນຫາ​ຢາ​ເສບ​ຕິດ ​ເຊິ່ງ​ໃນ​ນັ້ນ​ເຈົ້າໜ້າ​ທີ່​ສາມາດ​ແກ້​ໄຂ​ໄດ້ 25 ​ເລື່ອງ, ກັກ​ຜູ້​ຕ້ອງ​ຫາ​ມາ​ດຳ​ເນີນ​ຄະດີ​ໄດ້ 10 ຄົນ ຄື​ຄະດີ​ຄ້າຂາຍ​ຢາ​ເສບ​ຕິດ​ທີ່​ເຈົ້າໜ້າ​ທີ່ ປກສ ​ເມືອງ​ສີ​ສັດຕະ​ນາກ ຈັບ​ຜູ້​ຕ້ອງ​ຫາ​ມາ​ດຳ​ເນີນ​ຄະດີ​ໄດ້ ຄື​ທ້າວ ຈັນ​ດີ ອາຍຸ 41 ປີ ຢູ່​ບ້ານ​ທົ່ງ​ພານ​ທອງ ​ໃນ​ຂະນະ​ພວມ​ດຳ​ເນີນ​ການ​ຊື້-ຂາຍ​ຢາ​ເສບ​ຕິດ​ປະ​ເພດ​ຢາ​ບ້າ​ຈຳນວນ 100 ກວ່າ​ເມັດແລະ ຜູ້ກ່ຽວກໍ​ຮັບ​ສາລະພາບ​ວ່າ​ຕົນ​ເອງ​ຕິດ​ຢາ​ເສບ​ຕິດ​ມາ​ແຕ່​ປີ 2012 ​ແລະ ຫລັງ​ຈາກ​ນັ້ນ ກໍ​ໄດ້​ເລີ່​ມຄ້າຂາຍ​ຢາ​ເສບ​ຕິດ​ໃຫ້​ຜູ້​ເສບ​ລາຍ​ຍ່ອຍ​ມາ​ຫລາຍ​ເທື່ອ​ແລ້ວເພື່ອ​ສະໜອງ​ ໃຫ້​ກຸ່ມ​ໄວ​ໜຸ່ມ ​ແລະ ນັກຮຽນ​ຜູ້​ຕິດ​ຢາ​ເສບ​ຕິດ​ຢູ່​ບ້ານ​ດຽວ​ກັນ​ຈຳນວນ​ໜຶ່ງ​ໃນ​ລາຄາ​ເມັດ​ລະ 30.000-35.000 ກີບ ​ໂດຍ​ຊື້ຈາກ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ຢູ່​ເມືອງ​ໄຊ​ເສດ​ຖາ ​ແລະ ​ເທື່ອ​ຫລ້າ​ສຸດ ​ໄດ້​ສັ່ງ​ຊື້ຢາ​ບ້າ​ຈຳນວນ 200 ​ເມັດມາ​ເສບ ພ້ອມ​ຈຳໜ່າຍ​ເປັນ​ລາຍ​ຍ່ອຍ​ກ່ອນ​ຖືກ​ເຈົ້າໜ້າ​ທີ່​ຈັບ​ໄດ້.
    ​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ປັດຈຸບັນ ສະພາບ​ການ​ຊື້-ຂາຍ ​ແລະ ມົ້ວ ສຸມ​ຢາ​ເສບ​ຕິດ​ຂອງ​ໄວ​ໜຸ່ມ​ຢູ່​ນະ ຄອນຫລວງ​ວຽງ​ຈັນ​ມີ​ລັກສະນະ​ເພີ່ມ​ຂຶ້ນຫລາຍ ສິ່ງ​ດັ່ງກ່າວ​ກໍ​ເນື່ອງ​ມາ​ຈາກ​ການ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ ​ແລະ ການ​ຫລິ້ນກິນ​ຟຸມ​ເຟືອຍ​ຢູ່​ໃນ​ສັງຄົມ ອັນ​ເປັນ​ປາກົດ ການ​ແກ້​ໄຂ​ໄດ້​ຍາກ ຖ້າ​ຫລາຍ​ພາກສ່ວນ​ບໍ່​ຮ່ວມ​ມື​ກັນ​ເຮັດ​ຢ່າງ​ຈິງ​ຈັງ ​ໂດຍ​ສະ​ເພາະ​ສະ​ຖາ​ບັນ​ຄອບຄົວ​ກໍ​ຕ້ອງ​ໃສ່​ໃຈ​ສຶກສາ​ອົບ ຮົມ​ລູກ​ຫລານ​ຂອງ​ຕົນ​ໃຫ້​ດີ ​ເພື່ອ​ເຂົາ​ເຈົ້າບໍ່​ໄປ​ຫຍຸ້ງ​ກ່ຽວ​ກັບ​ສິ່ງ​ຫຍໍ້​ທໍ້​ດັ່ງກ່າວ. ພ້ອມ​ນັ້ນ ສະ​ຖາ​ບັນ​ການ​ສຶກສາ​ກໍ​ຕ້ອງ​ມີ​ລະບຽບ​ເຂັ້ມງວດ​ຕໍ່​ນັກຮຽນ-ນັກ​ສຶກສາ​ໃນ​ການ​ຫ່າງ​ໄກ​ຈາກ​ຢາ​ເສບ​ຕິດ ​ໂດຍ​ການ​ຈັດ​ກິດຈະກຳ ​ແລະ ການ​ຫລິ້ນກິລາ​ປະ​ເພດ​ຕ່າງໆ​ທີ່​ໃຫ້​ສາລະ​ກວ່າ. ພ້ອມ​ນັ້ນ ​ເບື້ອງ ສັງຄົມ​ກໍ​ຕ້ອງ​ເປັນ​ເຈົ້າການ​, ​ເປັນ​ຫູ​ເປັນຕາ​ຊ່ວຍ​ເຈົ້າໜ້າ​ທີ່​ໃນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ສິ່ງ​ບໍ່​ດີ​ດັ່ງ ກ່າວ​ໃຫ້​ໝົດ​ໄປ.

No comments:

Post a Comment