Ad

Ad

20 May 2013

ນັກທຸລະກິດຕ່າງປະເທດພວມແຫ່ເຂົ້າລົງທຶນຢູ່ເຂດເສດຖະກິດພິເສດ-ສະເພາະຢູ່ລາວ



           ການພັດທະນາເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ຢູ່ ສປປ ລາວ ມີຄວາມຄືບ ໜ້າດີສົ່ງ ສັນຍານໃຫ້ນັກລົງທຶນຫັນມາສົນໃຈຫລາຍຂຶ້ນນັບມື້ຂະນະທີ່ກອງປະ ຊຸມສະໄໝສາມັນ ຂອງຄະນະກຳມະການແຫ່ງ ຊາດເພື່ອການຄຸ້ມຄອງເຂດເສດຖະກິດ ພິ ເສດ ແລະ ເຂດເສດຖະກິດສະເພາະ (ຄຂພສ) ໄດ້ໄຂຂຶ້ນ ວັນທີ 17 ພຶດສະພາຜ່ານມານີ້ຢູ່ ຫ້ອງ ວ່າການລັດຖະບານນະຄອນຫລວງວຽງຈັນ ໄດ້ມີການທົບທວນຄືນ ແລະ ເນັ້ນໃສ່ ຫລາຍ ປະເດັນສຳຄັນໃນການຈັດຕັ້ງປະ ຕິບັດວຽກງານໃນສົກ ປີ 2012- 2013.
          ກອງປະຊຸມດັ່ງກ່າວໂດຍ ໄດ້ຮັບກຽດເຂົ້າຮ່ວມເປັນປະ ທານຂອງ ທ່ານ ສົມສະ ຫວາດ ເລັ່ງສະຫວັດຮອງ ນາຍົກ ລັດຖະມົນຕີ, ຜູ້ຊີ້ນຳເສດຖະກິດ ແລະ ປະທານ (ຄຂພສ) ພ້ອມ ທ່ານ ນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈຳຫ້ອງວ່າ ການລັດຖະບານຮອງປະ ທານຜູ້ປະຈຳການ (ຄຂພສ), ບັນດາເຈົ້າແຂວງ ແລະ ນັກວິຊາການເຂົ້າຮ່ວມ.
         ທ່ານ ນາງ ບຸນເພັງ ມູນໂພ ໄຊ ລັດຖະມົນຕີປະຈຳຫ້ອງວ່າ ການລັດຖະບານ ຮອງປະທານ ຜູ້ປະຈຳການ (ຄຂພສ) ໄດ້ຜ່ານບົດລາຍງານຢູ່ກອງປະຊຸມວ່າ: ຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນສົກປີ, ຄາດຄະເນ ແຜນ 6 ເດືອນທ້າຍ ປີສົກປີ 2012- 2013 ແລະ ແຜນສົກປີ 2013- 2014 ຂອງການພັດທະນາ ແລະ ຄຸ້ມຄອງຂພສດັ່ງນີ້: ການພັດທະນາ ແລະ ຄຸ້ມຄອງ ຂພສໃນໄລຍະ 6 ເດືອນສົກຕົ້ນສົກປີນີ້ໂດຍລວມແລ້ວໄດ້ຮັບຜົນສຳເລັດ ແລະ ບັນ ລຸຄາດໝາຍຕາມແຜນການ
ທີ່ໄດ້ວາງໄວ້. ການພັດທະນາ ຂພສໄດ້ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີທ່າອ່ຽງດີຂຶ້ນຕາມລຳດັບ ຊຶ່ງເຫັນ ວ່າການພັດ ທະນາພື້ນ ຖານໂຄງລ່າງເຊັ່ນ: ການສ້າງ ເສັ້ນທາງ, ລະບົບໄຟຟ້າ, ນ້ຳປະ ປາ, ຄົມມະນາຄົມ, ອາຄານ, ໂຮງ ງານ, ສ້າງວຽກ ເຮັດງານທຳ ແລະ ດຶງດູການລົງທຶນທັງພາຍ ໃນ-ຕ່າງປະເທດໄດ້ເພີ່ມຂຶ້ນ; ການບໍລິຫານ-ຄຸ້ມຄອງ ຂພສ ຢູ່ ມະຫາພາກ ແລະ ຈຸລະພາກໄດ້ ຮັບ ການປັບປຸງເທື່ອລະກ້າວ ໃນ ນັ້ນຜົນການຈັດຕັ້ງປະຕິບັດວຽກ ງານຂອງ ຄຂພສ ແລະ ບັນດາ ຂພສ ມີດັ່ງ ນີ້:ໄດ້ປັບປຸງດຳລັດວ່າ ດ້ວຍການພັດທະນາ ແລະ ຄຸ້ມ ຄອງ ຂພສສຳເລັດຂັ້ນພື້ນຖານ; ໄດ້ຈັດກອງປະຊຸມປຶກສາ ຫາລື ຮ່ວມ ກັບຜູ້ຕ່າງໜ້າຈາກຂະແໜງ ການຕ່າໆທີ່ກ່ຽວຂ້ອງເພື່ອຮ່ວມ ກັນຊອກຫາວິທີອັນເໝາະສົມໃນ ການແກ້ໄຂບັນຫາ ຄົງຄ້າງສຳ ລັບການຈັດຕັ້ງປະຕິບັດການພັດ ທະນາ ແລະ ຄຸ້ມຄອງ ຂພສ ; ໄດ້ ເຊັນສັນຍາຮ່ວມມືກັບອົງການໄຈ ກ້າ (JICA)  ແລະ ຈີໄອແຊັດ (GIZ) ເພື່ອຈັດຕັ້ງປະຕິບັດໂຄງ ການຍົກລະດັບຄວາມອາດສາ ມາດຂອງພະນັກງານໃນການ ຈັດຕັ້ງປະຕິບັດ ແຜນຍຸດທະສາດ ການພັດທະນາ ຂພສ ແຕ່ປີ 2011- 2020; ໄດ້ເຜີຍແຜ່ນະໂຍບາຍລວມ ຂອງພັກ-ລັດ ແລະ ນິຕິກຳຕ່າງໆ ທີ່ຈຳເປັນກ່ຽວກັບການພັດທະ ນາ ແລະ ຄຸ້ມຄອງ ຂພສ ແນໃສ່ ສ້າງຄວາມເຂົ້າໃຈ ຄວາມເປັນ ເອກະພາບສູງໃນຂັ້ນສູງກາງ ແລະ ທ້ອງຖິ່ນ; ໄດ້ປັບປຸງ ແລະ ຈັດພິມປື້ມບັນຊີຮຽກການລົງທຶນ ໃນ ຂພສ ຢູ່ ສປປ ລາວ ແລະ ໄດ້ ເຂົ້າຮ່ວມງານສະແດງ ກ່ຽວກັບ ການສົ່ງເສີມການລົງທຶນຢູ່ພາຍ ໃນ ແລະ ຕ່າງປະເທດ; ໄດ້ຄົ້ນ ຄວ້າເອກະສານຈຳນວນໜຶ່ງທີ່ ຂພສ ໄດ້ສະເໜີຕໍ່ ຄຂພສ ພິຈາ ລະນາ; ໄດ້ສຳເລັດການແຕ່ງຕັ້ງ ສະພາບໍລິຫານເຂດເສດຖະກິດ ສະເພາະບຶງທາດຫລວງ, ດົງໂພ ສີ, ກອັບລ່ອງ ແທ່ງ ແລະ ທ່າ ແຂກ; ໄດ້ຈັດຕັ້ງພະນັກງານລົງ ເຄື່ອນໄຫວວຽກຮາກຖານຢູ່ ບັນ ດາ ຂພສ ຈຳນວນໜຶ່ງ; ໄດ້ສຳເລັດການປະ ມູນການກໍ່ສ້າງຫ້ອງ ການກອງເລຂາ ຄຂພສ; ໄດ້ກະ ກຽມຕິດຕັ້ງໂປຣແກຣມລະບົບເອ ເລັກໂຕຣ ນິກເຂົ້າໃນການພັດທະ ນາ ແລະ ຄຸ້ມຄອງເຂດເສດຖະກິດ ສະເພາະດົງໂພສີ ແລະ ບໍ່ເຕັນ ແດນງາມ; ໄດ້ສົມທົບອົງການປົກ ຄອງທ້ອງຖິ່ນ ແລະ ນັກທຸ ລະກິດ ພາຍໃນເພື່ອລົງທຶນພັດທະນາພື້ນ ຖານໂຄງລ່າງຢູ່ຈຸດ B ຂອງເຂດ ເສດຖະກິດພິເສດສະຫວັນ-ເຊໂນ. ສຳລັບການ ພັດທະນາຢູ່ເຂດເສດ ຖະກິດພິເສດ-ເຂດເສດຖະກິດ ສະ ເພາະທົ່ວປະເທດມີດັ່ງນີ້: ຢູ່ເຂດ ເສດຖະກິດພິເສດສະຫວັນ-ເຊໂນ (ຂສສຊ)ໄດ້ມີການອະນຸມັດນຳ ເຂົ້າແຮງງານຕ່າງ ປະເທດ ປະ ຈຳ ສົກປີນີ້ໃຫ້ບັນດາບໍລິສັດທີ່ລົງ ທຶນໃນ ຂສສຊໄດ້ 4 ບໍລິ ສັດ, ອອກ ອະນຸຍາດລົງທຶນໄດ້ 2 ບໍລິສັດ, ໄດ້ອອກອະນຸຍາດນຳເຂົ້າເຄື່ອງ ກົນຈັກ ແລະ ອຸປະກອນຕ່າງໆ ເພື່ອຮັບໃຊ້ໂຮງ ງານ; ເຂດເສດ ຖະກິດສາມຫລ່ຽມຄຳ  ແຂວງບໍ່ ແກ້ວ(ຂສພຄ) ປັດຈຸບັນມີບໍລິສັດ ມາລົງທຶນທັງໝົດ 20 ບໍລິສັດມີ ທຶນຈົດ ທະບຽນ 60 ກວ່າລ້ານໂດລາສະຫະລັດ; ເຂດເສດຖະກິດສະ ເພາະບໍ່ເຕັ່ນແດນງາມ (ຂສບ) ແຂວງຫລວງນ້ຳທາໄດ້ສຸມໃສ່ ການຖົມດິນ ແລະ ປັບປຸງສະຖານທີ່ກໍ່ ສ້າງເຂດ 4 ເພື່ອກໍ່ສ້າງສາງ ສິນຄ້າ ແລະ ສູນກັກກັນພືດສຳ ເລັດ ແລ້ວ 70%; ເຂດ ເສດຖະກິດສະເພາະນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ (ນອຄວ)ປັດຈຸບັນມີ 17 ບໍລິສັດ ລວມທັງຜູ້ພັດທະ ນາຈົດທະບຽນ ດໍາເນີນທຸລະກິດມີມູນຄ່າທັງໝົດ 30 ລ້ານໂດລາສະຫະລັດ; ເຂດເສດຖະກິດສະເພາະພູຂຽວແຂວງຄຳ ມ່ວນ (ຂພຂ) ປັດຈຸບັນມີ 4 ບໍລິສັດເຂົ້າມາລົງທຶນ ແລະ ອື່ນໆອີກ.

No comments:

Post a Comment