Ad

Ad

20 May 2013

ປ່າສະຫງວນແຫ່ງຊາດນ້ຳກ່ານຍັງຖືກບຸກລຸກ



         ມີການຖ່າງປ່າເຮັດໄຮ່, ລັກ ລອບ​ຕັດໄມ້ ແລະ ລ່າ​ສັດຢູ່ ເຂດ ປ່າສະຫງວນ ແຫ່ງຊາດນ້ຳກ່ານ ເມືອງ ຫວ້ຍຊາຍ ແຂວງ ບໍ່ແກ້ວ ໂດຍປະຊາຊົນທີ່ອາໄສຢູ່ໃນ ເຂດບໍ ລິເວນດັ່ງກ່າວ ແລະ ຜູ້ທີ່ບໍ່ຫວັງດີ ເຮັດໃຫ້ພື້ນທີ່ປ່າໄມ້ໃນເຂດປ່າສະຫງວ ນສູນ ເສຍເປັນບໍລິເວັນກວ້າງ ​ແລະ ສັດປ່າ​ຫຼາຍ​ຊະນິດ​ຖືກ​ຂົມ​ຂູ່, ການກະທຳ​ດັ່ງ ກ່າວ ນອກຈາກເປັນການທຳລາຍຊັບພະຍາກອນ ປ່າໄມ້ ​ແລະ ສັດປ່າ​ແລ້ວຍັງສົ່ງ​ຜົນ​ກະທົບ​ຕໍ່ກນທ່ອງທ່ຽວທຳ​ມະ​ຊາດ​ຢູ່​ເຂດ​ດັ່ງກ່າວ​ນຳ​ອີກ.
       ທ່ານ ຈຳປາ ​ແກ້ວ​ມະນີ ທີ່​ປືກສາ​ໜ່ວຍ​ງານ​ລາດ​ຕາ​ເວັນປະ ຈຳ​ຢູ່​ເຂດ​ປ່າ​ສະຫງວນ​ນ້ຳ​ກ່ານ​ ​ລາຍ​ງານ​ວ່າ: ປ່າ​ສະຫງວນ​ນ້ຳ​ກ່ານເປັນ​ປ່າ​ສະຫງວນ​ແຫ່ງ​ຊາດ ອັນ​ດັບ​ທີ 21 ຂອງ​ປະ​ເທດ​, ມີ​ເນື້ອ ທີ່​ກວ້າງ​ໃຫຍ່​ເປັນອັນ​ດັບ​ທີ 5 ຂອງ​ປະ​ເທດ (136. 000 ເຮັກຕາ) ກວມ​ເອົາ​ຂອງ 3 ​ເມືອງ​ຄື: ​  ຫ້ວຍ​ຊ້າຍ, ​ເມືອງ ​ເມິ້ງ ​ແຂວງ ບໍ່​ແກ້ວ ​ແລະ ​ເມືອງ ວຽງພູ​ຄາ ​ແຂວງ ຫຼວງ​ນ້ຳ​ທາ ​​ແຕ່​ພື້ນທີ່​ສ່ວນ​ໃຫຍ່​ແມ່ນ​ນອນ​ຢູ່​ໃນ​ເມືອງ ຫ້ວຍ​ຊາຍ ​, ເປັນ​ປ່າ​ສະຫງວນ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາ ກອນ​ທຳ​ມະ​ຊາດ​ເຊັ່ນ: ປ່າ​ໄມ້, ສັດປ່າ ​ແລະ ນ້ຳຕົກຕາດ ​ເຊິ່ງ​ເໝາະ​ສົມ​ແກ່ ການທ່ອງ ທ່ຽວ​ທາງ​ທຳ​ມະ​ຊາດ​ ​ແລະ ​ເປັນ​ບ່ອນ​ພັກຜ່ອນ​ນຳ​ອີກ. ດັ່ງນັ້ນ ໃນ​ປີ 2003 ມີນັກ​ລົງທຶນ​ຈາກ​ປະ​ເທດ​ຝຣັ່ງ ໄດ້​ສ້າງຕັ້ງ ບໍລິສັດ ອະນຸລັກ​ຊີວະ​ນາໆ​ພັນ ຂຶ້ນໂດຍ​ມີ​ຈຸດປະສົງ​ເພື່ອ​ຫາ​ຊ່ອງ​ທາງ​ໃນ​ການ​ອະນຸລັກ ​ແລະ ປົກ​ປັກ​ຮັກສາຄວາມ​ຫຼາກ​ລາຍ​ຂອງ​ຊີວະ​ນາໆ​ພັນ​ໃນ​ປ່າ​ສະຫງວນ​ດັ່ງກ່າວ ​​ເພື່ອໃຫ້​ນັກ​
ທ່ອງ​ທ່ຽວ​​ໄດ້​ຮັບ​ຊົມ ​ໂດຍ​ທາງ​ບໍລິສັດໄດ້​ຕັ້ງ ຕູບ​ເທິ່ງຕົ້ນ​ໄມ້​ຢູ່​ໃນ​ປ່າ​ສະຫງວນ​ຫຼາຍ​ຕູບ ​ແລະ ວາງ​ສາຍ​ສະ​ລິງ ຫຼາຍ​ສາຍ ​ເພື່ອ​ໃຫ້​ນັກ​ທ່ອງທ່ຽວ​ໄດ້​ຊົມ​ທັດສະ​ນິຍະ​ພາບ ​ແລະ ຄວາມ​ຫຼາກ​ລາຍ​ຂອງ​ຊີວະ​ນາໆ​ພັນ,​ ​​ເຮັດ​ໃຫ້​ປ່າ​ສະ ຫງວນ​ນ້ຳ​ກ່ານກາຍ​ເປັນ​ຈຸດໝາຍ​ປາຍທາງ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ ຫລາຍ​ຂຶ້ນ​ເຊິ່ງ​ແຕ່ລະ​ປີ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ເຂົ້າ​ມາ​ຊົມ​ປ່າ​ສະຫງວນ​ດັ່ງກ່າວ​ປີ​ລະ​ບໍ່​ຕ່ຳ​ກວ່າ​ໜຶ່ງ​ພັນ​ຫາ​ສອງ​ພັນ​ຄົນ ສາມາດສ້າງ​ລາຍ​ຮັບ​​ຫຼາຍຮ້ອຍ​ລ້ານກີບຈາກ ການ ທ່ອງທ່ຽວ​ດັ່ງກ່າວ.
        ແຕ່​ໃນ​ຂະນະ​ທີ່​ແຫຼ່ງທ່ອງ​ທ່ຽວ ​ແລະ ປ່າ​ສະຫງວນ​ດັ່ງ ກ່າວພວມ​ກາຍ​ເປັນ​ຈຸດ​ສົນ​ໃຈ​​ໃນ​ສາຍຕາ​ຂອງ​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ແລະ ຕ່າງປະ​ເທດນັ້ນ ແທ່ນ​ທີ່​ຈະ​ຮ່ວມ​ກັນອະນຸລັກ ​ແລະ ປົກ​ປັກ​ຮັກສາ​ປ່າ​ສະຫງວນແຫ່ງ​ນີ້ໃຫ້​ມີ​ຄວາມ​ອຸດົມສົມ ບູນ ແລະ ຍື່ນ​ຍົ່ງ ​ພັດມີ​ປະຊາຊົນຈຳນວນ​ໜຶ່ງ​ເຂົ້າ​ໄປ​ຖ່າງປ່າ​ເຮັດ​ໄຮ່, ລັກ ລອບ​ຕັດ​ໄມ້​ຊະຊາຍ ​ແລະ ລ່າ​ສັດ ປ່າ​ທີ່​ບໍ່​ຖືກຕ້ອງ ຈົນ​ເຮັດ​ໃຫ້​ພື້ນທີ່​ປ່າ​ໄມ້​ທີ່​ປົກ​ຄຸ້ມ​ປ່າ​ສະຫງວນ​ດັ່ງ ກ່າວ​ສູນ​ເສຍ​ໄປ​ເປັນ​ບໍລິ​ເວັນ​ກວ້າງ, ມີ​ສັດປ່າ​ຫຼາຍ​ຊະ ນິດ​ຖືກ​ຂົມ​ຂູ່ ແລະ ລ່າ​ເປັນ​ເຍື້ອຂອງ​ພວກ​​ນາຍ​ຟານ. ນອກ​ນັ້ນ ກໍ​ຍັງ​ມີ​ກຸ່ມ​ຄົນ​ບໍ່​ດີ​ຈຳນວນໜຶ່ງ​ເຂົ້າ​ໄປ​ລັກລອບຈູດ​​ປ່າ ຈົນ​ເຮັດ​ໃຫ້​ພື້ນທີ່​ປ່າ​ໄມ້​ຢູ່​ເຂດ​ປ່າ​ສະຫງວນ​ດັ່ງ ກ່າວ ຖືກ​ໄຟ​ລາມ​ປ່າ​ເປັນ​ບໍລິ​ເວັນ​ກວ້າງ ​ແລະ ທີ່​ຮ້າຍ​ແຮງ​ກວ່າ​ນີ້ ບາງ​ຄັ້ງ​ມີ​ປະຊາຊົນ​ຈຳນວນ​ໜຶ່ງ​ຖື​ອາ ວຸດ ​ແລະ ອຸປະກອນ​ປະ​ເພດ​ຕ່າງໆ​ນາບ​ຂູ່​ເຈົ້າ​ໜ້າ​ທີ ແລະ ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ໄປ​ທ່ຽວ​ຊົມ​ທຳ​ມະ​ຊາດ​ຢູ່​ເຂດ​ດັ່ງກ່າວ ​​ແລະ ກໍ​ເຄີຍ​ລາຍ​ງານ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ຊ້ຳ​ແລ້ວ​ຊ້ຳ​ອີກ ແຕ່​ກໍບໍ່​ມີ​ພາກສ່ວນ​ໃດ​​ເຂົ້າ​ໄປສືບສວນ​ສອບ​ສວນ ແລະ ​ແກ້​ໄຂ​ບັນຫາ​ດັ່ງກ່າວ.
        ທ່ານ ຝຣັ່ງຊົວ ປະທານ​ບໍ ລິສັດ ອະນຸລັກ​ຊີວະ​ນາໆ​ພັນ (​ເຈົ້າ​ຂອງ​ສະຖານ​ທີ່​ທ່ອງ​ທ່ຽວ​ອະນຸ ລັກ​ທາງ​ທຳ​ມະ​ຊາດ) ຢູ່​ປ່າ​ສະ​ຫງວນດັ່ງ​ກາວກ່າວ​ວ່າ: ນັບ​ແຕ່​ທາງບໍລິສັດໄດ້​ໃຫ້ການ​ບໍລິການ ນັກ​ທ່ອງ​ທ່ຽວຢູ່​ແຕ່​ປີ 2004 ເປັນ ຕົ້ນ​ມາ ບໍລິສັດ​ໄດ້​ຖື​ສຳຄັນ​ຕໍ່​ການ​ປົກ​ປັກ​ຮັກສາ​ປ່າ​ໄມ້ ແລະ ອະນຸ ລັກສັດປ່າ​ຢູ່​​ເຂດ​ດັ່ງກ່າວ ​ເພື່ອ​ໃຫ້​ປ່າ​ສະຫງວນ​ແຫ່ງ​ນີ້​ກາຍ​ເປັນ​ສະ ຖານ​ທີ່​ທ່ອງ​ທ່ຽວອະນຸລັກ​ທາງ​ທຳ​ມະ​ຊາດ​ທີ່​ມີ​ຄວາມ​ໝັ້ນຄົງ ​ແລະ ຍື່ນ​ຍົ່ງ ​ແຕ່​ກັບ​ມີ​ປະຊາຊົນ ແລະ ກຸ່ມຄົນ​ບໍ່​ຫວັງ​ດີຈຳນວນ​ໜຶ່ງ​ຖ່າງປ່າ​ເຮັດ​ໄຮ່, ລັກ ລອບ​ຕັດ​ໄມ້​ ​ແລະ ລ່າ​ສັດ​ໂດຍ​ບໍ່ຈຳ​ແນ​ກ ​ເຊິ່ງ​ເຮັດ​ໃຫ້​ພື້ນທີ່​ປ່າ​ໄມ້ ແລະ ຄວາມ​ຫຼາກ​ລາຍຂອງ​ຊີວະ​ນາໆ​ພັນ​ຢູ່​ໃນ​ປ່າ​ສະຫງວນ​ແຫ່ງ​ນີ້ຫຼຸດ​ໜ້ອຍ​ຖ່ອຍ​ລົງ​ ດັ່ງນັ້ນ ທາງ​ບໍລິ ສັດ​ຈຶ່ງ​ໄດ້​ນຳ​ເອົາ​ສ່ວນ​ໜຶ່ງ​ຂອງ​ລາຍ​ໄດ້​ຈາກ​ການ​ບໍລິການ​ທ່ອງ​ທ່ຽວ​ຫຼາຍ​ຮ້ອຍ​ລ້ານ​ກີບ​ເພື່ອ​ຈ້າງ​ ງານ​ປະຊາຊົນ​ເຂດ​ດັ່ງ ກ່າວ ສະ ໜັບສະໜູນ​ພາກສ່ວນ​ຕ່າງໆ​ທີ​ກ່ຽວຂ້ອງ​ເຂົ້າ​ໃນ​ການຄຸ້ມ​ຄອງ​ປ່າ​ສະຫງວນ​ເປັນຕົ້ນ: ​ໃຫ້​ທຶນ​ແກ່​ເຈົ້າ​ໜ້າ​ທີ່ລາດ​ຕາ​ເວັນ, ​ເງິນ​ກອງ​ທຶນ, ບຸກ​ເບີກ​ເນື້ອທີ່​ຜະລິດ​ໃຫ້​ປະ ຊາຊົນ​ໂດຍ​ບໍ່​ເສຍ​ຄ່າ​ເພື່ອ​ຫຼຸດຜ່ອນ​ການຖ່າງປ່າ​ເຮັດ​ໄຮ່ຫັນ​ມາ​ເຮັດ​ນາ ​ແລະ ສະໜັບສະໜູນ​ເຂົ້າ​ໃນ ໂຄງການ​ປູກ​ຕົ້ນ​ໄມ້​ທົດ​ແທ່ນ​ປີ​ລະໜຶ່ງ​ແສນ​ກວ່າ​ຕົ້ນ ແຕ່​ກໍ​ບໍ່​ໄດ້ ຮັບຜົນ​ເທົ່າ​ທີ່​ຄວນ ຍ້ອນ​ຍັງ​ຂາດ​ການ​ບໍ່​ໃຫ້​ຄວາມ ຮ່ວມ​ມື​ຢ່າງ​ຈິງ​ຈັງໃນ​ການ​ສືບສວນ​ສອບ​ສວນ​ ​ແລະ ນຳ​ຜູ້​ກະທຳ​ຜິດ​ມາ​ປະຕິບັດ​ຕາມ​ລະບຽບ​ກົດໝາຍ   ທ່ານ​ຍັງ​ກ່າວ​ອີກ​ວ່າ: ຫາກສະພາບ​ການ​ດັ່ງກ່າວ​ຍັງ​​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ ແນ່ນອນ​ຄວາມ​ອຸດົມສົມບູນ​ຂອງ​ປ່າ​ໄມ້ ແລະ ຄວາມ​ຫຼາກ​ລາຍ​ຂອງ​ຊີວະ​ນາໆ​ພັນ​ໃນ​ປ່າ​ສະ ຫງວນແຫ່ງ​ນີ້​ໝົດ​ໄປ​ໃນ​ອີກ​ບໍ່​ເທົ່າ​ໃດ​ປີ​ຂ້າງ​ໜ້າ.
         ຕໍ່​ບັນຫາ​ດັ່ງກ່າວ ​ທ່ານ ບຸນ​ທັນ ສະຕິ ຫົວໜ້າ​ຂະ​ແໜງ​ຄຸ້ມ​ຄອງ​ຊັບພະຍາກອນ​ປ່າ​ໄມ້ (ຮັບ ຜິດ ຊອບ​ວຽກ​ງານ​ປ່າ​ສະ ຫງວນ​ນ້ຳ​ກ່ານ) ພະ​ແນ​ກຊັບ​ພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ແຂວງ ບໍ່​ແກ້ວ​ໃຫ້​ສຳພາດ​ວ່າ: ​ເຖິງ​ແມ່ນ​ວ່າ​ໄລຍະ​ຜ່ານ​ມາ​ເຄີຍ​ມີ​ປາກົດການ​ ​ແລະ ​ໄດ້​ຮັບ​ການ​ລາຍ​ງານ​ຈາກ​ພາກສ່ວນ​ຕ່າງໆ​ກ່ຽວ​ກັບ​ການບຸກລຸກພື້ນທີ່​ປ່າ​ໄມ້ ແລະ ລ່າ​ສັດ​ຢ່າງ​ຜິດ​ກົດໝາຍ​ຢູ່​ໃນ​ເຂດ​ປ່າ​ສະຫງວນ​ດັ່ງກ່າວ ​ແຕ່ທາງ​ຫ້ອງການ​ກໍ​ບໍ່​ເຄີຍ​ເຂົ້າ​ໄປສຳ​ຫຼວດ, ​ກວດກາ​​ຕົວ​ຈິງ​ເຖິ່ງ ສະຖານ​ທີ່ ນອກ ຈາກ​ມີທິມງານ​​ເປັນ​ຜູ້ລາດ​ຕາ​ເວັນສະ​ເພາະ​ເທົ່າ​ນັ້ນ ​ແລະ ​ກໍບໍ່​ເຄີຍ​​ເຂົ້າ​ໄປສືບ​ສວນ​ສອບ​ສວນ ​ເພື່ອນຳ​ຕົວ​ຜູ້​ກະທຳ​ຜິດ​ມາ​ປະຕິ ບັດ​ຕາມ​ລະບຽບ​ກົດ ໝາຍແມ່ນ​ແຕ່​ຄົນ​ດຽວ ​ແລະ ຈົນ​ເຖິງ​ປັດຈຸບັນ​ນີ້ ກໍ​ຍັງ​ບໍ່​ຮູ້​ກຸ່ມເປົ້າ​ໝາຍຂອງ​ຜູ້​ກະທຳ​ຜິດ ​ເພາະ​ບໍ່​ມີ​ພາ ຫະນະ, ບໍ່​ມີ​ທຶນຮອນ, ​ແລະ ບໍ່​ມີ​ພະນັກງານ​ພຽງພໍ​ທີ່​ຈະ​ໄປ​ຮັບ​ມື​ກັບ​ບັນຫາ​ດັ່ງກ່າວ ​ທ່ານ​ກໍ​ກ່າວ ຢ້ຳ​ວ່າ: ​ເພື່ອ​ແກ້​ໄຂ​ບັນຫາ​ນີ້​ໃຫ້​ມີ​ຫົນທາງ​ແຂວງ​ຈະ​​ເພີ່ມ​ການ​ປູກ​ຕົ້ນ​ໄມ້​ທົ​ດແທ່ນ ແລະ ຈະ​ຂຶ້ນ​ໄປ​ກວດກາ​ເບິ່ງ​ສະພາບ​ການຕົວ​ຈິ່ງ ພ້ອມ​ສະ​ເໜີ​ມາ​ຍັງ​ຂັ້ນ​ເທິ່ງຈົ່ງ​ໃຫ້ ການ​ຊ່ວຍ​ເຫຼືອ ​ແລະ ສະໜັບສະ ໜູນ​ດ້ານ​ພາຫະນະ, ອຸປະກອນ, ທຶນ​ຮອນ ແລະ ບຸກຄະລາ​ກອນ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວນຳ​ອີກ.

No comments:

Post a Comment