Ad

Ad

20 May 2013

ທະນາຄານໂລກໃຫ້ທຶນຊ່ວຍເຫລືອລາວ 8 ລ້ານໂດລາສະຫະລັດເພື່ອສ້າງຄວາມເຂັ້ມແຂງລະບົບສະຖິຕິແຫ່ງຊາດ



             ທະນາຄານໂລກປະຈຳ ສປປ ລາວ ໃຫ້ທຶນຊ່ວຍເຫລືອລ້າຈຳນວນ 8 ລ້ານໂດລາສະຫະລັດໃຫ້ລັດຖະບານລາວ ເພື່ອນຳໃຊ້ ເຂົ້າ ໃນການເສີມສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບສະຖິຕິ ແຫ່ງຊາດໃຫ້ທັນສະໄໝເພື່ອຮັບປະກັນໃຫ້ໄດ້ລະບົບ ທີ່ມີຄຸນນະພາບ, ມີບຸກຄະລາກອນທີ່ພຽບ ພ້ອມ,ມີ ເຄື່ອງມື ແລະ ໂຄງສ້າງພື້ນ ຖານອັນສຳຄັນໃນການກໍໃຫ້ເກີດຂໍ້ມູນສະຖິ ຕິທີ່ໄດ້ປະສິດທິຜົນ, ສູນສະຖິຕິແຫ່ງ ຊາດກະຊວງແຜນການ ແລະ ການລົງທຶນ ແມ່ນເປັນໜ່ວຍງານຫລັກໃນການຊີ້ນຳ ແລະ ຈະໄດ້ຈັດຕັ້ງປະຕິບັດໂຄງການນີ້ແຕ່ປີ 2013- 2017 ໂດຍປະສານສົມທົບກັບ ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງນີ້ ເພື່ອເພີ່ມທະວີຄວາມສາມາດຂອງລະບົບສະ ຖິຕິແຫ່ງຊາດ, ປັບປຸງຂໍ້ມູນສະຖິຕິດ້ານເສດຖະກິດມະຫາພາກ ແລະ ສະຖິຕິຄວາມ ທຸກຍາກໂດຍໃຫ້ສອດຄ່ອງກັບມາດຕະຖານສາກົນ, ຕອບສະ ໜອງກັບຄວາມຕ້ອງການທີ່ເພີ່ມຂຶ້ນແນໃສ່ເຮັດໃຫ້ການປັບປຸງ ສະພາບຂໍ້ມູນສະຖິຕິແຫ່ງຊາດ ໃຫ້ມີຄວາມໜ້າເຊື່ອຖືຫລາຍ ຍິ່ງໆ ຂຶ້ນໂດຍສະເພາະແມ່ນຂໍ້ມູນ ສະຖິຕິເສດຖະກິດມະຫາ ພາກ ແລະ ເສດຖະກິດ-ສັງຄົມດ້ານຄວາມທຸກຍາກພ້ອມນັ້ນ ກໍເຮັດໃຫ້ການເຂົ້າເຖິງຂໍ້ມູນດັ່ງກ່າວເປັນໄປໄດ້ຢ່າງສະດວກສະ ບາຍ ແລະ ເອື້ອອຳນວຍແກ່ການກຳ ນົດນະໂຍບາຍ, ການສ້າງແຜນ ແລະ ການຄຸ້ມຄອງຕິດຕາມການຈັດຕັ້ງປະຕິບັດນະໂຍ ບາຍຕ່າງໆ.

           ພິທີເຊັນສັນຍາມອບທຶນ ຊ່ວຍ ເຫລືອລ້າເພື່ອສະໜັບສະ ໜູນລະບົບສະຖິຕິແຫ່ງຊາດ ໄດ້ ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 17 ພືດສະພາ 2013 ຢູ່ກະຊວງ ການເງິນລະຫ່ວາງທ່ານ ສັນຕີ ພາບ ພົມວິຫານ ລັດຖະມົນຕີຊ່ວຍ ວ່າການກະ ຊວງການເງິນ ແລະ ທ່ານ ເຄໂກະ ມີວະ ຫົວໜ້າຫ້ອງການທະນາຄານໂລກປະຈຳ ສປປ ລາວ, ມີບັນດາ ລັດຖະມົນ ຕີຊ່ວຍ ວ່າການ, ຫົວໜ້າກົມ, ຮອງກົມ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງຈຳນວນໜຶ່ງເຂົ້າຮ່ວມ.

No comments:

Post a Comment