Ad

Ad

20 May 2013

ນັກທຸລະກິດລາວເປີດສູນຈຳຫນ່າຍອາຫານສົດຈາກຟາມ 100% ຢູ່ວຽງຈັນ



        ນັກທຸລະກິດລາວເປີດສູນ ຈຳໜ່າຍອາຫານສົດທີ່ມີຄຸນນະພາບ ສູງຈາກຟາມ ແສງ ເດືອນ 100% ຫວັງສ້າງຄວາມ ເຊື່ອໃຫ້ຜູ້ບໍລິໂພກຫັນ ມາຊົມ ໃຊ້ຜະລິດຕະ ພັນພາຍໃນ ຫລາຍຂຶ້ນເພື່ອຫລຸດຜ່ອນການ ນຳເຂົ້າອາຫານຈາກຕ່າງປະເທດ ອີກ ດ້ວຍ ຫລັງ ບໍລິສັດ ແສງເດືອນຟາມຫາກໍເປີດສູນ ຈຳໜ່າຍອາຫານສົດທີ່ມີ ຄຸນ ນະພາບດັ່ງກ່າວ ຂຶ້ນໃນວັນທີ 18 ພຶດສະ ພານີ້ຢູ່ບ້ານສະພັງ ມຶກ ເມືອງໄຊທານີ ນະຄອນ ຫລວງວຽງຈັນ.              
            ທ່ານ ນາງ ແສງເດືອນ ເທດສົມບັນດິດ ປະທານບໍລິ ສັດ ແສງເດືອນຟາມ ໄດ້ເປີດ ເຜີຍວ່າ: ແສງເດືອນຟາມ ໄດ້ກໍ່ ຕັ້ງຂຶ້ນໃນ ປີ 2008 ຈາກຈຸດເລີ່ມຕົ້ນພຽງທຸ ລະກິດນ້ອຍໆ ແລະ ມີການຂະ ຫຍາຍຕົວຢ່າງວ່ອງໄວ. ຮອດປັດ ຈຸບັນນີ້ ມີພະ ນັກງານ ທັງໝົດ 50 ກວ່າຄົນທີ່ເຮັດວຽກໃນບໍລິສັດ ຊຶ່ງໄດ້ເນັ້ນໃສ່ການລ້ຽງໝູ, ປາ, ໄກ່ ແລະ ຜະລິດໄຂໄກ່ເພື່ອຕອບສະ ໜອງໃຫ້ຕະຫລາດພາຍໃນ ໂດຍຈຳໜ່າຍແບບຂາຍຍົກ ແລະ ຂາຍຍ່ອຍໃຫ້ບັນດາຫ້າງຮ້ານ ແລະ ແຂວງຕ່າງໆຂະນະນີ້ ບໍລິ ສັດຂອງພວກເຮົາມີແມ່ພັນໝູ 1.500 ໂຕ, ມີໂຮງງານຜະລິດຫົວອາຫານເອງສາມາດຜະລິດໄດ້ 5 ໂຕນ/ຊົ່ວໂມງ, ມີໂຮງງານ ຂ້າສັດ, ມີໂຮງງານແຊ່ແຂງສາມາດ ເກັບປະເພດຊີ້ນໄດ້ປະມານ 60 ໂຕນ ພ້ອມດຽວກັນນັ້ນ ແສງເດືອນຟາມຍັງໂຮງງານປຸງ ແຕ່ງ ປະເພດຊີ້ນເຊັ່ນ: ໃສ້ກອກ, ໝູ ຝອຍ, ໝູຢໍ ແລະ ອື່ນໆ.        

           ທ່ານ ນາງ ແສງເດືອນຍັງ ອະທິບາຍວ່າ: ເຫດຜົນການເປີດ ສູນ ຈຳໜ່າຍອາຫານສົດຢູ່ບ້ານ ສະພັງມຶກແມ່ນບາດ ກ້າວສຳຄັນ ອີກລະດັບໜຶ່ງເພື່ອແນະນຳ ແລະ ຂະຫຍາຍຕະຫລາດໃຫ້ຜູ້ບໍລິໂພກ ທັງພາຍໃນ ແລະ ຕ່າງປະເທດໄດ້ ມີໂອ ກາດຊອກສະແຫວງຫາ ທາງ ເລືອກໃໝ່ ແລະ ເຂົ້າເຖິງອາ ຫານທີ່ມີຄຸນນະພາບ. ນີ້ກໍເປັນ ການ ສະແດງໃຫ້ເຫັນວ່າຄົນລາວ ເຮົາເອງກໍສາມາດຜະລິດອາຫານ ທີ່ມີຄຸນນະພາບເພື່ອຕອບສະ ໜອງໃຫ້ສັງຄົມໄດ້ຢ່າງທົ່ວເຖິງ. ແຕ່ສິ່ງໜຶ່ງທີ່ສຳຄັນນັ້ນ ແສງ ເດືອນຟາມຈະເນັ້ນບັນຫາຫລັກໆ ຄື: ຄຸນນະພາບຂອງການຜະລິດ ສະບຽງອາຫານປະເພດຊີ້ນຕ້ອງ ມີຄຸນນະພາບສູງ ເພື່ອ ເຮັດໃຫ້ຜູ້ ບໍລິໂພກມີສຸຂະພາບດີເມື່ອເວລາ ບໍລິໂພກຜະລິດຕະພັນຂອງຟາມ ແສງເດືອນໄປແລ້ວພ້ອມນັ້ນມາດຕະຖານ ລາ ຄາຂາຍົກ-ຂາຍຍ່ອຍ ກໍ່ຕ້ອງສາມາດຊື້ໄດ້ໃນຊັ້ນຄົນ ຕົວຢ່າງປະເພດຊີ້ນໝູ່ຕ້ອງຢູ່ປະມານ 22-30 ພັນກວ່າກີບຕໍ່ກີໂລ.       ໃນອະນາຄົດ ແສງເດືອນຟາມຈະ ຂະຫຍາຍຕະຫລາດໄປຍັງແຂວງຕ່າງໆທົ່ວປະເທດໃຫ້ຫລາຍຂຶ້ນ ພ້ອມຈະນຳເອົາປະເພດ ຊີ້ນສົດ ທີ່ຫໍ່ເປັນກັບໄປວາງໄວ້ໃນແຕ່ລະຮ້ານມິນິມາດເກັດທີ່ເປັນຮ້ານສະດວກຊື້ຕະຫລອດ 24 ຊົ່ວໂມງ ອັນນີ້ກໍເປັນທາງ ເລືອກອັນໜຶ່ງເຮັດໃຫ້ບໍ່ເວລາລົງຕະຫລາດສາມາດເຂົ້າໄປເລືອກຊື້ໄດ້ເລີຍ.

No comments:

Post a Comment