Ad

Ad

20 May 2013

ລາວໂທລະຄົມສືບຕໍ່ໂຄງການຂູດບັດຮັບໂຊກຄັ້ງຍິ່ງໃຫຍ່ພາກ 2



        ວັນທີ 17 ພຶດສະພາ 2013 ທີ່ຜ່ານມານີ້ ບໍລິສັດລາວໂທລະຄົມມະນາຄົມ ໄດ້ຈັດກິດຈະກຳຂະຫຍາຍເວລາໂຄງການຂູດບັດຮັບໂຊກຄັ້ງຍິ່ງໃຫຍ່ພາກ 2 ຂື້ນຢູ່ ທື່ຕະຫຼາດວັງທອງ450ປິນະຄອນຫຼວງ ວຽງຈັນ, ໂດຍການເຂົົ້າຮ່ວມຂອງ ທ່ານ ພູຂົມຈິດຮູບໂລກ,ຮອງອຳ ນວຍການໃຫຍ່ລາວໂທລະຄົມ.
           ໂຄງການຂູດບັດຮັບໂຊກ ຂອງລາວໂທລະຄົມໄລຍະທຳອິດ ຈະສິ້ນສຸດລົງ ໃນວັນທີ30ມິຖຸນາ 2013 ທີຈະມາ ເຖິງ ນີ້, ແຕ່ດ້ວຍ ກະແສຕອບຮັບທ່ີດີ, ບວກ ກັບຄວາມຮຽກຮ້ອງຕ້ອງການຂອງ ລູກຄ້າ,ທັງເປັນການສືບຕໍ່ຕອບ ບຸນແທນຄຸນ ໃຫ້ ແກ່ລູກຄ້າ, ບໍລິສັດລາວໂທລະ ຄົມຈຶ່ງໄດ້ ສືບຕໍ່ໂຄງການນີ້ອີກແຕ່ວັນທີ 17 ພຶດສະພາ 2013 ຫາວັນທີ 31 ມີນາ 2014 ຫຼື ເອີ້ນວ່າໂຄງການຂູດບັດຮັບໂຊກຄັ້ງຍິ່ງ ໃຫຍ່ ພາກ 2, ໂດຍຈະເພີ່ມຈຳນວນລາງວັນຕື່ມຫຼາຍກວ່າ 60 ພັນລາງວັນລວມມູນ ຄ່າ ລາງວັນທັງໝົດຫຼາຍກວ່າ 10 ຕື້ກີບ ແລະ ໃນນັ້ນໄດ້ເພີ່ມຈຳນວນລາງວັນລົດໃຫຍ່ຕື່ມອີກ5ຄັນເຊັ່ນ:ລົດ Toyota fortuner 2 ລາງວັນ, ລົດ Chevrolet Sail Hat Chback3 ລາງວັນ ແລະ ລາງວັນອື່ນໆອີກຫຼາຍລາງວັນດ້ວຍກັນ.,ສຳລັບໂຄງການຂູດບັດຮັບໂຊກ ຂອງລາວໂທລະຄົມໄລຍະ ທຳອິດມີລາງວັນທັງໝົດ 160.000 ກວ່າ ລາງວັນລວມມູນຄ່່າຫຼາຍກວ່າ 15 ຕື້ກີບ, ມີລູກຄ້າຖືກ ແລະ ໄດ້ຮັບລາງວັນ ໄປແລ້ວ ທົ່ວປະເທດ 60.615 ກວ່າລາງວັນ ໃນນັ້ນມີລາງວັນລົດໃຫຍ່ Toyota fortuner 1 ຄັນ, Hyundai Accent Blue 2 ຄັນ ແລະ ລາງວັນອື່ນໆອີກ.

No comments:

Post a Comment