Ad

Ad

20 May 2013

ເຊັນສັນຍາແຮງງານກຳມະກອນ ແລະ ໂຮງງານຜະລິດຢາເລກ 3



      ​ໃນ​ວັນ​ທີ 17 ພຶດສະພາ 2013 ທີ່​ໂຮງງານ​ຜະລິດ​ຢາ​ເລກ 3 ໄດ້​ມີ​ພິທີ​ມອບ​ປື້້ມກຳມະກອນ​ລາວ ​ແລະ ​ເຊັນ​ສັນຍາ​ລວມ  ໝູ່ກຳມະ ກອນລະຫວ່າງ​ທ່ານ ດຣ ພູ​ຂົງ ​ໂຈມ​ມາລາ ຕົວ​ແທນ​ຜູ້​ໃຊ້​ແຮງ​ງານ,  ຮອງ​ຜູ້ອຳນວຍການ​ ລັດ​ວິ​ສາ​ຫະກິດ ​ໂຮງງານ​ຜະລິດ​ຢາ​ເລກ 3 ແລະ ທ່ານ ຄຳ​ເພັດ ​ເທບ​ປັນຍາ ຕົວ​ແທນ​ຜູ້​ອອກ​ແຮງ​ງານ, ປະທານຮາກ​ຖານ​ກຳມະບານ ໂຮງງານ​ຜະລິດ​ຢາ​ດັ່ງກ່າວ ໂດຍ​ການ ​ເຂົ້າຮ່ວມ​ຂອງ ທ່ານ ດຣ ລາ​ຫຸນ ຈັນທະ​ບຸດ ຜູ້ອຳນວຍ ການ​ໃຫຍ່​ລັດ​ວິ​ສາ​ຫະກິດ​ດັ່ງກ່າວ.
       ທ່ານ ດຣ ພູ​ຂົງ ​ໂຈມ​ມາລາ ກ່າວ​ວ່າ: ສັນຍາ​ແຮງ​ງານ​ລວມ ໝູ່ມັນ​ແມ່ນ​ນິຕິ​ກຳໜຶ່ງ ​ເພື່ອ​ຄວາມ​ເປັນ​ເອກ​ະພາບ ​ແລະ ເຫັນ​ພ້ອມ​ກັນກ່ຽວ ກັບ​ເງື່ອນ​ໄຂ​ໃນ​ການ​ອອກ​ແຮງ​ງານ, ການ​ນຳ​ໃຊ້ແຮງ​ງານການ​ປະຕິບັດ​ສິດໜ້າທີ່, ພັນທະ ​ແລະ ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ຝ່າຍ​ໃນ​ສາຍ​ພົວພັນ​ແຮງ​ງານ​ທີ່​ຖືກຕ້ອງ​ຕາມ​ກົດໝາຍຈະ​ຊ່ວຍປົກຄອງ​ສິດ​ຜູ້​ອອກ​ແຮງ​ງານ ໂດຍ​ເປັນ​ໄປ​ຕາມລະບຽບການ ເຊິ່ງ​ຈະ​ຊ່ວຍ​ເຮັດ​ໃຫ້ຄຸນ​ນະພາ​ບຂອງ​ການ​ຜະລິດ​ຢາ ອອກຮັບ​ໃຊ້​ສັງຄົມ​ມີ​ຄຸນ​ນະພາ​ບສູງ​ຂື້ນທັງ​ເປັນ​ການ​ຮັບປະກັນ​ໄດ້​ຕາມ​ເງື່ອນ​ໄຂ​ຂອງ​ການ​ເຂົ້າ​ເປັນ​ສະມາຊິກ WTO ຂອງ​ລາວ ​ເພື່ອ​ແຂ​່ງ ຂັນ​ກັບ​ສາກົນ​ໃຫ້​ມີ​ຄຸນ​ນະພາ​ບ, ​ໂດຍ​ສະ​ເພາະ​​ແມ່ນ​ການ​ຮອງ​ຮັບ​ການ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາຊຽນ​ໃນ​ປີ 2015 ໃຫ້​ມີ​ປະ​ສິດທິ​ຜົນ.

No comments:

Post a Comment