Ad

Ad

20 May 2013

ບໍລິສັດລົງທຶນມອບເງິນ 4 ຕື້ກວ່າກີບທົດແທນຄ່າເສຍຫາຍໃຫ້ປະຊາຊົນເມືອງມະຫາໄຊ ແລະ ເມືອງຍົມມະລາດ



        ແຫລ່ງຂ່າວແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 15 ພຶດ ສະພາ 2013 ນີ້, ບໍລິສັດ ພອນສັກ ກຣຸບ ໄດ້ນຳເອົາເງິນ ຈຳນວນ 4 ຕື້ກວ່າກີບມອບ ໃຫ້ປະຊາຊົນ 2 ບ້ານ ຄື ບ້ານອ່ີລານ ເມືອງມະຫາ ໄຊ ແລະ ບ້ານນາໂຊກ ເມືອງຍົມມະລາດ ແຂວງຄຳມ່ວນ ເພື່ອທົດແທນຄ່າເສຍຫາຍຈາກໂຄງການ ກໍ່ສ້າງໂຮງງານຊິມັງຂອງບໍລິ ສັດດ່ັງກ່າວ.    
            ພິທີມອບ-ຮັບ ໂດຍແມ່ນ ທ່ານ ຄຳສີ ສີມຸກດາ ຜູ້ຈັດການ ບໍລິສັດ ພອນສັກກຣຸບ ແຂວງຄຳມ່ວນ ເປັນຜູ້ ມອບ ແລະ ກ່າວຮັບ ໂດຍຜູ້ຕາງໜ້າ ນາຍບ້ານໆ ອ່ີ ລານ ແລະ ບ້ານນາໂຊກ ໂດຍມີ ທ່ານຄຳໄຜ່ ເພັງແພງ ເມືອງຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ, ທ່ານຮອງເຈົ້າເມືອງໆມະຫາໄຊ ແລະ ຍົມມະລາດ, ພະແນກ ການທີ່ກ່ຽວຂ້ອງ, ຕະຫລອດຮອດພໍ່ແມ່ປະຊາຊົນ ພາຍໃນ 2 ບ້ານເຂົ້າຮ່ວມເປັນສັກຂີພິຍານ. 
          ຜົນເສຍຫາຍຂອງປະຊາຊົນທັງສອງບ້ານດ່ັງກ່າວລວມມີເນື້ອທີ່ດິນ, ສິ່ງປຸກສ້າງ, ພືດ, ຜັກ ແລະ ຕົ້ນໄມ້ຕ່າງໆທີ່ ນອນຢູ່ໃນຂອບເຂດທ່ີບໍລິສັດຈະສ້າງຕັ້ງໂຮງງານຊິມັງ ຊິ່ຶງກວມເອົາ ເນື້ອທີ່ສ່ວນໜຶ່ງຂອງບ້ານ ອີ່ລານ ເມືອງ ມະຫາໄຊ ແລະ ບ້ານນາ ໂຊກເມືອງຍົມມະລາດ, ມີທັງ ໝົດ 261,36 ເຮັກຕາ ຊິ່ຶງອຳນາດ ການປົກຄອງທັງສອງ ບານດັ່ງກ່າວແມ່ນມີຄວາມ ເຫັນດີ ແລະ ເອກກະພາບ ໃຫ້ບໍລິສັດດຳເນີນການສ້າງຕັ້ງໂຮງງານແຕ່ທາງບໍລິສັດຕ້ອງມີສ່ວນຮ່ວມນຳອຳນາດການປົກຄອງ ບ້ານ ແລະ ປະຊາຊົນເປັນຫລັກຈ່ິງມີການຊົດເຊີຍແທນຄືນຄ່າເສຍຫາຍຕ່າງໆໃຫ້ແກ່ປະຊາຊົນ.

No comments:

Post a Comment