Ad

Ad

20 May 2013

ຍ້ອນຫຍັງ ລາວຈຶ່ງເປັນປະເທດທີ່ຫນ້າທ່ອງທ່ຽວທີ່ສຸດໃນໂລກ ປີ 2013 ?



    ຕາມການເປີດເຜີຍຂອງ ທ່ານ. ສຈ.ດຣ. ອັນຕອນ  ກາຣາກີ ປະ ທາານສະພາ ການທ່ອງທ່ຽວ ແລະ ການຄ້າສະຫະພາບ ເອີຣົບ ທີ່ໄດ້ລາຍງານໃນມື້ມອບລາງ ວັນ ວ່າ : ໃນທ່າມກາງບັນຍາ ກາດຂອງໂລກມີການປ່ຽນແປງ ແລະ ຄວາມແຕກຕ່າງ ກັນ, ພວກເຮົາຖືເປັນກຽດ ແລະ ພາກພູມ ໃຈທີ່ມີປະເທດຫນຶ່ງທີ່ຍັງຮັກສາເອກະ ລັກໄວ້ໄດ້ໃນທ່າມກາງ ການປ່ຽນແປງທາງດ້ານ ວັດທະນະທຳຂອງຫລາຍປະເທດ ນັ້ນກໍ ຄືປະເທດ “ ລາວ ”, ທີ່ຍັງຮັກສາ ຄຸນຄ່າທາງດ້ານການທ່ອງທ່ຽວ ຢ່າງແທ້ຈິງ ແລະ ການປົກປັກ ຮັກສາທາງດ້ານປະຫວັດສາດທີ່ຍັງຄົງອຸດົມສົມບູນ ພວກເຮົາ ເຫັນວ່າ ສປປ.ລາວ ມີເງື່ອນໄຂທີ່ ຄົບຖ້ວນ ແລະ ເປັນໂຕຢ່າງທີ່ສົມບູນແບບໃນດ້ານການທ່ອງທ່ຽວໂດຍເຮັດໃຫ້ນັກທ່ອງທ່ຽວທົ່ວ ທຸກມຸມໂລກທີ່ໄດ້ມາຢ້ຽມຢາມລາວ ແລ້ວ ຮູ້ສຶກປອດໄພ, ມີຄວາມເພິ່ງພໍໃຈ ແລະ ໄດ້ປະສົບການອັນລ້ຳຄ່າ.
     ທ່ານກ່າວຕື່ມວ່າ :  ຫນຶ່ງໃນ ຫລາຍເຫດຜົນທີ່ພວກເຮົາໄດ້ ເລືອກເອົາ ສປປ.ລາວ ໃຫ້ເປັນ    “ ປະເທດທີ່ຫນ້າທ່ຽວ ທ່ຽວທີ່ສຸດ ໃນໂລກສຳລັບປີ 2013 ” ແມ່ນ 1: ການປົກປັກຮັກສາມໍລະດົກທາງ ດ້ານປະຫວັດສາດ ແລະ ວັດທະນະທຳອັນ ລ້ຳຄ່າໄວ້ໄດ້ເປັນຢ່າງດີເຊັ່ນ : ວັດພູຈຳປາສັກທີ່ປະກາດ ເປັນເມືອງມໍລະດົກໂລກໂດຍອົງການ “ ຢູເນສໂກ ”, ແຫລ່ງທ່ອງທ່ຽວ ທົ່ງໄຫຫີນ ທີ່ສະທ້ອນໃຫ້ເຫັນເຖິງຄວາມສີວິ ໄລໃນຍຸກຫີນ ແລະ ຮີດຄອງປະເພນີໃນຫລາຍສະຕະວັດທີ່ຜ່ານມາ.

           ນອກຈາກນີ້ ຍັງມີເມືອງ ຫລວງພະບາງ, ເມືອງມໍລະດົກ ໂລກທີ່ມີຊື່ສຽງໄປທົ່ວໂລກ ເຊິ່ງ ມີຈຸດເດ່ັນຄື : ຫໍພະບາງ ແລະ ວັດຊຽງທອງ. ບໍ່ພຽງແຕ່ເທົ່ານີ້ ຍັງ ມີອີກຫລາຍແຫ່ງເປັນຕົ້ນ  ວັດສີ ສະເກດ, ວັດຫໍພະແກ້ວ ແລະ ພະ ທາດຫລວງ ວຽງຈັນ ທີ່ມີຊື່ສຽງ ດົ່ງດັງໃນນະຄອນຫລວງ, ຄຸນຄ່າທີ່ກ່າວມານັ້ນໄດ້ສ້າງໃຫ້ ສປປ.ລາວ ກາຍເປັນຄ້າຍຄືຫໍພິພິທະພັນໃຫຍ່ ອັນຫນຶ່ງທີ່ປະກອບ ມີຊັບສົມບັດທາງດ້ານປະຫວັດສາດ ແລະ ບູຮານສະຖານທີ່ເຮັດໃຫ້ທົ່ວໂລກມີຄວາມອຸດົມສົມບູນ, ຮັ່ງມີ ແລະ ຜູ້ຄົນຕ້ອງການສຶກສາຮຽນຮູ້.
     2.  ການອະນຸຮັກໄວ້ກິດຈະກຳການທ່ອງທ່ຽວທາງສາສະຫນາທີ່ມີຄຸນຄ່າ ແລະ ຄວາມຫມາຍສຳຄັນໃນລະດັບໂລກ ເຊັ່ນ : ວັດຊຽງທອງ ເຊິ່ງເປັນວັດ ທີ່ມີຄວາມສຳຄັນລະດັບໂລກ ແລະ ຍັງຄົງຮັກສາໄວ້ເປັນສະ ຖານທີ່ດຳເນີນກິດຈະການທາງສາ ສະຫນາ ແລະ ໂຄງສ້າງທາງດ້ານສິລະປະທີ່ງົດງາມ ແລະ ອີກ ແຫ່ງຫນຶ່ງກໍຄືວັດພູຈຳປາສັກ. ການຮັກສາຂະຫນົບທຳນຽມ, ຮີດຄອງປະເພນີທີ່ເປັນເອກະລັກໃນລັກສະນະຂອງລາວນັນ ຈະສ້າງໂອກາດໃຫ້ນັກທ່ອງທ່ຽວ ຕ່າງຊາດໄດ້ປະສົບການອັນລ້ຳ ຄ່າທາງດ້ານວັດທະນະທຳໃນ ບັນຍາກາດແບບລາວໆ, ສິ່ງດັ່ງ ກ່າວຈະເປັນການປະກອບສ່ວນ ເຮັດໃຫ້ ສປປ.ລາວ ປະສົບຜົນ ສຳເລັດຈົນກາຍເປັນສິ່ງຫນຶ່ງ ໃນຈຸດຫມາຍປາຍທາງການ ທ່ອງທ່ຽວທາງສາສະຫນາທີ່ ໂດດເດ່ັນ.
      3. ການຊຸກຍູ້ ແລະ ສົ່ງເສີມການພັດທະນາການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ໂດຍ ການລະດົມການມີສ່ວນ ຮ່ວມຂອງປະຊາຊົນທ້ອງຖິ່ນ, ບໍ່ທຳລາຍທຳມະຊາດ ແລະ ສິ່ງແວດ ລ້ອມ ສົ່ງຜົນກະທົບຕໍ່ລະບົບນິ ເວດວິທະຍາໃຫ້ຫນ້ອຍ ທີ່ສຸດ ໄປ ພ້ອມໆກັບການປົກປັກຮັກສາຊີ ວະນາໆພັນ, ການປ້ອງກັນ, ການ ຮັກສາພື້ນທີ່ ແລະ ສັດປ່າ ຫລື ພຶດທີ່ຍາກທີ່ ພວມຈະດັບສູນ ໂດຍສະເພາະແລ້ວໃນເຂດປ່າທຳມະຊາດ. ການທ່ອງທ່ຽວແບບປະ ຊາຊົນມີສ່ວນຮ່ວມກໍແມ່ນວິທີ ຫນຶ່ງທີ່ ຈະເພີ່ມລາຍໄດ້ໃຫ້ກັບປະ ຊາຊົນທ້ອງຖິ່ນ, ເປີດໂອກາດໃຫ້ ປະຊາຊົນໄດ້ສະແດງຜະລິດຕະ ພັນຕໍ່ຊາວໂລກເຊັ່ນ : ອາຫານ ທ້ອງຖິ່ນ ແລະ ຜະລິດຕະພັນກະສິ ກຳ ພ້ອມທັງເປັນການປະກອບ ສ່ວນພັດທະນາເສດຖະກິດຂອງ ທ້ອງຖິ່ນນຳອີກ.
       ການສະຫນັບສະຫນູນໃຫ້ມີ ໂຄງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມນັ້ນ ຈະເປັນການຍົກລະດັບຊີວິດການ ເປັນຢູ່ ຂອງປະຊາຊົນທ້ອງຖິ່ນໃຫ້ສູງຂຶ້ນເທື່ອລະກ້າວ, ບົດບາດດັ່ງກ່າວແມ່ນຫນ້າທີ່ຂອງຫມົດທຸກຄົນເຊິ່ງກໍເປັນໂຕຢ່າງອັນ ດີຂອງ ການພັດທະນາທ່ອງທ່ຽວທີ່ຍຸຕິທຳຄື : ບໍ່ສະເພາະແຕ່ພັດທະນາ ການທ່ອງທ່ຽວສຳລັບແຕ່ຜູ້ຮັ່ງມີ ຫລື ມີໂອກາດເທົ່າ ນັ້ນ ແຕ່ຍັງສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກຄົນນຳອີກ. ນັກທ່ອງທ່ຽວ ທີ່ເຂົ້າມາຢ້ຽມຢາມ ສປປ.ລາວ ຕ້ອງໄດ້ຮັບ ຮູ້ວ່າການລົງທຶນໃນຂະແຫນ່ງການທ່ອງທ່ຽວໃນ ສປປ.ລາວ ກໍຄືການລົງທຶນເພື່ອອະນາຄົດຂອງປະຊາຊົນລາວທັງຫມົດ.
      4. ນອກຈາກແຫ່ຼງທ່ອງທ່ຽວ ທີ່ໂດດເດ່ັນທາງດ້ານປະຫວັດ ສາດ ແລະ ວັດທະນະທຳແລ້ວ ສປປ.ລາວ ຍັງມີແຫລ່ງ ທ່ອງ ທ່ຽວທາງດ້ານທຳມະຊາດທີ່ງົດ ງາມເຊັ່ນ : ອ່າງນ້ຳງື່ມ, ພູພຽງ ບໍລິເວນ, ແມ່ນ້ຳຂອງ, ບັນດາ ເກາະດອນນ້ອຍ-ໃຫຍ່ ຕາມລຳ ນ້ຳຂອງ, ການລ່ອງເຮືອຕາມ ແມ່ນ້ຳ, ນ້ຳຕົກຕາດກວາງຊີ, ຖ້ຳກອງລໍ ແລະ ຖ້ຳຕິ່ງເປັນຕົ້ນ.  ແຫລ່ງທ່ອງທ່ຽວທຳມະຊາດນີ້ ເປັນສ່ວນຫນຶ່ງຂອງການທ່ອງ ທ່ຽວທີ່ເອີ້ນວ່າ : “ ການທ່ອງ ທ່ຽວສີຂຽວ ” ທີ່ທົ່ວໂລກຕ້ອງ ຮັບຮູ້.
      5. ການສືບຕໍ່ຕັ້ງຫນ້າໃນ ການພັດທະນາ ແລະ ປົກປັກຮັກ ສາມໍລະດົກທາງດ້ານວັດທະນະ ທຳ ແລະ ປະຫວັດສາຂອງ ລັດຖະບານ ສປປ.ລາວ ເພື່ອສ້າງນະ ຄອນຫລວງວຽງຈັນໃຫ້ກາຍ ເປັນສູນກາງການທ່ອງທ່ຽວ ທາງດ້ານປະຫວັດສາດ ແລະ ກິດຈະກຳທາງດ້ານສາສະຫນາ ນັ້ນ ຈະເຮັດໃຫ້ນັກທ່ອງທ່ຽວໄດ້ ມາຢ້ຽມຢາມ ແລະ ຮູ້ຈັກມໍລະ ດົກດ້ານການທ່ອງທ່ຽວ ແລະ ວັດທະນະທຳ ຂອງ ສປປ.ລາວ ຫລາຍຂຶ້ນ.
      ຍ້ອນເຫດຜົນທີ່ກ່າວມາຂ້າງ  ເທິງນັ້ນ, ສະພາການທ່ອງທ່ຽວ ແລະ ການຄ້າແຫ່ງສະຫະພາບເອີ ຣົບ ຈຶ່ງໄດ້ຕົກລົງເຫັນ ດີເປັນເອກະພາບມອບລາງວັນໃຫ້ແກ່ ສປປ.ລາວ “ ເປັນປະເທດທີ່ຫນ້າ ທ່ອງທ່ຽວທີ່ສຸດໃນໂລກ ສຳລັບ ປີ 2013 ” ແລະ ປະກາດໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຈຸດຫມາຍປາຍທາງການທ່ອງທ່ຽວດ້ານວັດທະນະທຳທີ່ ຕ້ອງໄປຢ້ຽມຢາມໃນປີ 2013 ເຊັ່ນດຽວກັນ.

No comments:

Post a Comment