Ad

Ad

19 July 2013

ເຫັນແກ່ໄດ້ ຈະໄຮ້ສັກສີ ( ຄໍລຳ ບັນຫາຈານແຍ່ )

ໂດຍ : ວິເສດ ສະແຫວງສຶກສາ

     ມື້ນີ້ຂໍລື້ມຄວາມເກົ່າເວົ້າ ຄວາມຫລັງ ສິ່ງທີ່ຍັງຄາໃຈ ຕ້ອງ ຮ່ຳໄຮນຳຈີ້ມ ຄັກຫາກເຮົາປະ ຖິ້ມ ບໍ່ສົນໃຈຮອນຮ່ຳ ມັນຊິເປັນ ບາດຊ້ຳ ແຜກວ້າງກວ່າເດີມວ່ານາ.
    ເລື່ອງທີ່ເຄີຍແຍ່ໃນເມື່ອກ່ອນ ແຕ່ຍັງບໍ່ທັນເຫັນວ່າມີທ່າອ່ຽງ ຫລຸດຜ່ອນນັ້ນມີຫລາຍບັນຫາຈຶ່ງຢາກປຶກສາກັນກັບ ທ່ານຜູ້ອ່ານ ວ່າຄວນເຮັດ ແນວໃດຈຶ່ງຊິແກ້ໄດ້ ແລະ ຄວນແກ້ບັນຫາຊ້ຳເຮື້ອ ເຫລົ່ານີ້ຢູ່ຂອດໃດກ່ອນ ?.
    ເລື່ອງທີ່ຢາກວ່ານີ້ແມ່ນການໂຄສະນາສິ່ງມືນເມົາເຊັ່ນ: ເຫລົ້າຢາປາແປ້ງເຊິ່ງສຽງຜ່ານສາຍດ່ວນສູ່ກອງປະຊຸມສະພາບອກວ່າ: ມັນໄດ້ແຜ່ລາມ ຫລາຍໂພດ, ຂໍໃຫ້ທາງການເອົາໃຈໃສ່ຈຳກັດ ໂດຍສະເພາະຢ່າໃຫ້ເຂົ້າໄປໃກ້ໂຮງຮຽນ ກໍຄືຕາມສະຖານທີ່ທາງການອັນຈະສ້າງພາບພົດປານກັບວ່າ ສັງຄົມລາວເປັນສັງຄົມຂີ້ເມົາ.
     ແນ່ນອນການເຮັດທຸລະກິດ ມັນກໍຕ້ອງຕິດພັນກັບການໂຄສະ ນາຢູ່ສະເໝີ. ມີບາງຄົນໃຫ້ຄຳ ເຫັນທີ່ໜ້າຟັງວ່າ: ການທີ່ມີປ້າຍ ໂຄສະນາສິ່ງມືນ ເມົາຢັ່ງຢາຍໄປ ຕາມໜ້າຮ້ານກິນດື່ມ, ຮ້ານກາ ຣາໂອເກະ, ໂຮງແຮມ ແລະ ເຮືອນພັກ ນັ້ນ ກໍຍ້ອນວ່າບັນດາ ເຈົ້າຂອງຮ້ານເຫລົ່ານັ້ນບໍ່ຕ້ອງ ການຈົກ ເງິນຈ້າງເຮັດປ້າຍດ້ວຍ ຕົນເອງ ຈຶ່ງຕ້ອງໄປຂໍນຳບໍລິສັດ ທີ່ຕ້ອງການໂຄສະນາສິນຄ້າເຮັດໃຫ້, ສຸດທ້າຍກໍເລີຍກາຍເປັນ ເລື່ອງ “ຊີ້ນໄປ-ປາມາ”. ເລື່ອງ ນີ້ ມີຄວາມຈິງຊ່ຳໃດນັ້ນ ຈານແຍ່ບໍ່ ໄດ້ຕິດຕາມ, ມີແຕ່ຢາກບອກວ່າ: ທຸກເທື່ອເມື່ອເຫັນເຈົ້າໜ້າທີ່ຕຳ ຫລວດນັ່ງປະຈຳການຢູ່ກ້ອງຄັນຈ້ອງ ຜ້າ ເຕັ້ນທີ່ຂໍ້ຄວາມໂຄສະນາສິນຄ້າໂດຍສະເພາະແມ່ນສິ່ງມືນເມົາແລ້ວ ຈານແຍ່ຮູ້ສຶກບໍ່ສະບາຍໃຈ, ຍິ່ງເປັນພິທີທາງການ ໃຫຍ່ໆ ແລະ ສຳຄັນ
ທີ່ມີຜູ້ໃຫຍ່ ໄມ້ສູງເຂົ້າຮ່ວມ, ແຕ່ຜາມຜ້າເຕັ້ນ ທີ່ໃຊ້ກັ້ງບັງແດດບັງຝົນພັດເຕັມ ໄປດ້ວຍຂໍ້ຄວາມ ໂຄສະນາສິ່ງມືນເມົາ ຫລື ສິນຄ້າຟຸມເຟືອຍຕ່າງໆ ແຮງເຮັດໃຫ້ຈານແຍ່ເມື່ອຍໃຈ. ໃນຂະນະຄິດຊົມເຊີຍຈິດໃຈກວ້າງ ຂວາງ, ນ້ຳໃຈ້ບໍລິຈາກບໍ່ອັ້ນຂອງບໍລິສັດຫ້າງຮ້ານທີ່ກ່ຽວຂ້ອງ, ຈານແຍ່ກໍອົດ ຖາມຕົນເອງ ບໍ່ໄດ້ວ່າ: ເປັນຫຍັງທາງການ ພວກເຮົາຈຶ່ງບໍ່ຂຶ້ນງົບເຮັດຄັນຈ້ອງ ຫລື ຜ້າເຕັ້ນສະເພາະທີ່ມີລັກສະນະທາງ ການໃຫ້ເຈົ້າໜ້າທີ່ຮັກສາ ຄວາມປອດໄພໃຊ້, ເປັນຫຍັງທາງການພວກເຮົາບໍ່ມີນຳຮອດຜ້າເຕັ້ນສະເພາະເພື່ອໃຊ້ໃນພິທີທາງການ ຫລື ຖ້າບໍ່ມີແທ້ໆເປັນຫຍັງຈຶ່ງບໍ່ເຊົ່າ ຜ້າເຕັ້ນທີ່ບໍ່ມີການໂຄສະນາມາໃຊ້. ຈານແຍ່ຄິດວ່າ: ທາງການພວກເຮົາສາມາດຂໍການບໍລິຈາກຈາກບໍລິສັດຫ້າງຮ້ານ ຕ່າງໆໄດ້ເພາະວ່ານັກທຸລະກິດ ລາວພວກເຮົານັ້ນໃຈກວ້າງຢູ່ແລ້ວ. ພວກເຮົາອາດຂໍຮ້ອງໃຫ້ທາງບໍລິສັດສະໜອງຜ້າເຕັ້ນ ທີ່ບໍ່ມີການໂຄສະນາສິນຄ້າຟຸມເຟືອຍມືນເມົາ. ເພື່ອຕອບແທນການບໍລິຈາກດັ່ງກ່າວ, ທາງການອາດຈະມອບໃບຍ້ອງຍໍ ຫລື ອອກຂ່າວກ່ຽວກັບການບໍລິຈາກຂອງບໍລິສັດເຫລົ່ານັ້ນ.
     ເມື່ອກ່ອນຈານແຍ່ເຄີຍເວົ້າ ເລື່ອງໂຕະຕັ່ງຫີນທີ່ບໍລິສັດຕ່າງໆບໍລິຈາກ ເພື່ອເອົາໄປຕິດຕັ້ງໄວ້ຕາມສວນສາທາລະ ນະຕ່າງໆ, ເລື່ອງນີ້ຕ້ອງຂໍຊົມເຊີຍນ້ຳໃຈເອື້ອເຟື້ອຂອງບໍລິສັດ-ຫ້າງຮ້ານທີ່ກ່ຽວຂ້ອງ. ແຕ່ພ້ອມດຽວກັນນັ້ນ, ທາງການ ພວກເຮົາກໍຕ້ອງຄິດເຖິງຄວາມເໝາະສົມ. ໂຕະຕັ່ງທີ່ເຕັມໄປດ້ວຍຂໍ້ຄວາມໂຄສະນາ ຫລື ຮູບເຄື່ອງໝາຍການຄ້າທີ່ ໂດດເດັ່ນເກີນໄປນັ້ນ ອາດຈະບໍ່ ເໝາະສົມກັບເດີ່ນບໍລິເວນອະນຸ ສອນສະຖານ, ບ່ອນສັກກາລະບູຊາ ກໍຄືທີ່ຕັ້ງອະ ນຸສາວະລີ. ບ່ອນສຳຄັນຄືແນວນີ້ຄວນຕິດຕັ້ງໂຕະຕັ່ງຫີນທີ່ເນັ້ນສິນລະປະ, ເອກະລັກຂອງຄວາມເປັນລາວ, ຖ້າມີ ຂໍ້ຄວາມກໍຄວນແມ່ນສຸພາສິດ, ຄະຕິພົດ, ຄະຕິທຳ ຫລື ຄຳເວົ້າຂອງບຸກຄົນສຳຄັນ.
     ຈານແຍ່ເຫັນວ່າ: ການປ່ອຍ ໃຫ້ມີການໂຄສະນາສິນຄ້າທີ່ບໍ່ ເໝາະສົມໃນພິທີທີ່ເປັນທາງການ ນັ້ນ ລະເບິ່ງ ບາດຕາກວ່າປ້າຍໂຄສະນາທີ່ຕິດຕັ້ງໃນສະຖານທີ່ທົ່ວໆໄປເພາະມັນຫລຸດຜ່ອນສັກສີ ແລະ ຄວາມເປັນທາງການ ຂອງພິທີ.

2 comments:

  1. ທ່ານຈານແຍ່ທີ່ນັບຖື! ເມື່ອອ່ານຄໍລຳຂອງທ່ານແລ້ວ ຜູ້ຂ້າຮູ້ສຶກວ່າທ່ານຕ້ອງການຢາກໃຫ້ປະຊາຊົນລາວຊ່ວຍຫາວິທີຫລຸດຜ່ອນການໂຄສະນາກ່ຽວກັບການເບື່ອເມົາລົງສັງຄົມ, ໂດຍສະເພາະແມ່ນການໂຄສະນກ່ຽວກັບເຄື່ອງດື່ມທີ່ມີທາດເຫລົ້ານັ້ນ ແມ່ນບໍ່? ເລື້ອງນີ້ອາດຈະຍາກແດ່, ແຕ່ກໍຄົງບໍ່ເຫລືອບ່າກວ່າແຮງຂອງພາກສ່ວນທີ່ກ່ຽວຂ້ອງດອກ ເຊັ່ນ ອອກລະບຽບການ, ອອກຣັຖດຳຣັດ ຫລືອອກກົດໝາຍວ່າດ້ວຍການຄຸ້ມຄອງປ້າຍໂຄສິນາ ໂດຍຄຳນຶງວ່າແນວໃດຄວນແລະແນວໃດບໍ່ຄວນ. ພຽງເທົ່ານັີ້ກໍສາມາດແກ້ໄຂໄດ້ແລ້ວ. ຜູ້ຂ້າເຊື່ອວ່າລັດຖະບານກໍຄົງຫາວິທີແກ້ໄຂຢູ່ ເພາະເລື້ອງນີ້ມັນເປັນການເບື່ອເມົາສັງຄົມ ໂດຍສະເພາະພວກນັກຮຽນນັກສຶກສາທີ່ເປັນອະນາຄົດຂອງຊາດໄດ້ຮັບອິດທິພົນຈາກການໂຄສະນານີ້ຢ່າງຫລີກລ້ຽງບໍ່ໄດ້ ແລະກໍຫວັງວ່າທາງການຈະຫາທາງແກ້ໄຂໂດຍໄວ.

    ReplyDelete
  2. ທ່ານຈານແຍ່ທີ່ນັບຖື! ເມື່ອອ່ານຄໍລຳຂອງທ່ານແລ້ວ ຜູ້ຂ້າຮູ້ສຶກວ່າທ່ານຕ້ອງການຢາກໃຫ້ປະຊາຊົນລາວຊ່ວຍຫາວິທີຫລຸດຜ່ອນການໂຄສະນາກ່ຽວກັບການເບື່ອເມົາລົງສັງຄົມ, ໂດຍສະເພາະແມ່ນການໂຄສະນກ່ຽວກັບເຄື່ອງດື່ມທີ່ມີທາດເຫລົ້ານັ້ນ ແມ່ນບໍ່? ເລື້ອງນີ້ອາດຈະຍາກແດ່, ແຕ່ກໍຄົງບໍ່ເຫລືອບ່າກວ່າແຮງຂອງພາກສ່ວນທີ່ກ່ຽວຂ້ອງດອກ ເຊັ່ນ ອອກລະບຽບການ, ອອກຣັຖດຳຣັດ ຫລືອອກກົດໝາຍວ່າດ້ວຍການຄຸ້ມຄອງປ້າຍໂຄສິນາ ໂດຍຄຳນຶງວ່າແນວໃດຄວນແລະແນວໃດບໍ່ຄວນ. ພຽງເທົ່ານັີ້ກໍສາມາດແກ້ໄຂໄດ້ແລ້ວ. ຜູ້ຂ້າເຊື່ອວ່າລັດຖະບານກໍຄົງຫາວິທີແກ້ໄຂຢູ່ ເພາະເລື້ອງນີ້ມັນເປັນການເບື່ອເມົາສັງຄົມ ໂດຍສະເພາະພວກນັກຮຽນນັກສຶກສາທີ່ເປັນອະນາຄົດຂອງຊາດໄດ້ຮັບອິດທິພົນຈາກການໂຄສະນານີ້ຢ່າງຫລີກລ້ຽງບໍ່ໄດ້ ແລະກໍຫວັງວ່າທາງການຈະຫາທາງແກ້ໄຂໂດຍໄວ.

    ReplyDelete