Ad

Ad

26 July 2013

ທະນາຄານ ເອຊີລີດາ ບໍລິການເງິນກູ້ເຖິງມືລູກຄ້າໄດ້ຢ່າງວ່ອງໄວ



        ທ່ານ ນາຣິນພອນ ຜູ້ອຳ ນວຍການທະນາຄານເອຊີລີດາ ລາວຈຳກັດ ໄດ້ເປີດ ເຜີຍຕໍ່ຜູ້ສື່ ຂ່າວທະນາຄານແຫ່ງ ສປປ ລາວ ໃນວັນທີ 24 ກໍລະກົດນີ້ວ່າ : ທະນາ ຄານເອຊີລີດາເປັນທະນາ ຄານສຳລັບປະຊາຊົນມີຄວາມ ມຸ່ງຫມັ້ນສະຫນອງສິນ ເຊື່ອໃຫ້ ປະຊາຊົນນັບແຕ່    300.00 0 ກີບ ຮອດ 800 ລ້ານກີບຂຶ້ນໄປ, ເວົ້າ ລວມແມ່ນບໍ່ຈຳກັດສາຂາ ອາຊີບໃນວົງເງິນແຕ່ນ້ອຍຫາ ໃຫຍ່ ແລະ ແຕ່ຫນ້ອຍຫາ ຫລາຍ ພຽງແຕ່ຈົດທະບຽນ ກູ້ເງິນກູ້ເງິນ ກໍມີສິດຮັບເງິນໃນເວລາສັ້ນໆ ໂດຍພາຍ ຫລັງໄດ້ຈົດທະ ບຽນກູ້ຢືມໃນຕອນເຊົ້າ ແລະ  ກໍໄດ້ຮັບເງິນໃນຕອນແລງ ຫລື ຕອນເຊົ້າ ຂອງມື້ຕໍ່ມາ ເຊິ່ງຜ່ານມາ, ບັນຫາຊັກຊ້າກໍມາຈາກ ການສ້າງເອກະ ສານເບື້ອງລູກຄ້າຂະຫນາດກາງຢູ່ນອກທະນາຄານ ສ່ວນຫລາຍບໍ່ກາຍ 1 ອາທິດ. ນີ້ຄືການຢືນຢັນຂອງຜູ້ອຳນວຍການ ທະນາຄານ ເອຊີລີດາລາວຈຳກັດ.
      ທ່ານກ່າວຕື່ມວ່າ : ພະນັກ ງານສິນເຊື່ອ ເອຊີລີດາ ຈະຂີ່ລົດ ຈັກໄປເຖິງເຮືອນຂອງປະຊາ ຊົນຜູ້ທີ່ມີຄວາມສົນໃຈກູ້ຢືມ ເງິນໂດຍໄດ້ໃຫ້ຄຳປຶກສາດ້ານທຸລະ ກິດ,ການປະກອບເອກະສານຕ່າງໃຫ້ປະຊາຊົນລ້າໆ ໂດຍບໍ່ໄດ້ ຄິດໄລ່ລາຄາ, ທະນາຄານມີ ຄວາມສາມາດປ່ອຍສິນເຊື່ອໃນ ທຸກປະເພດຄືຜູ້ໃດຢາກກູ້ຢືມ 300.000-500.000 ກີບ ເພື່ອຊື້ ຂາຍຜັກ ຫລື ອື່ນໆກໍໄດ້, ປັດຈຸບັນມີສິນເຊື່ອຂະຫນາດນ້ອຍໃນ ວົງເງິນ 1 ລ້ານກີບ ຫາ 15 ລ້ານກີບ ແລະ ວົງເງິນ 15 ລ້ານ ຫາ 80 ລ້ານກີບ ແລະ
ຂະຫນາດກາງ ວົງເວິນ 800 ລ້ານກີບ ຂຶ້ນໄປ ເຊິ່ງທັງສາມປະເພດນີ້, ພະນັກງານເອຊີລີດາຈະລົງໄປເຖິງ ເຮືອນໂດຍບໍ່ຕ້ອງ ເຮັດໃຫ້ລູກຄ້າ ເສຍເວລາ.ສຳລັບເງິນກູ້ຂະ ຫນາດນ້ອຍສຸດກໍສາມາດຮັບ ສິນເຊື່ອແບບເປັນກຸ່ມ ເຊິ່ງກຸ່ມ ເງິນກູ້ຫນຶ່ງມີ 2 ຄົນຂຶ້ນໄປ, ສະມາຊິກຜູ້ຫນຶ່ງສາມາດກູ້ໄດ້ 5 ລ້ານກີບ, 2 ຄົນ 10 ລ້ານກີບ ແລະ ບໍ່ມີຫລັກຊັບຄ້ຳປະກັນພຽງ ແຕ່ກຸ່ມຮັບ ປະກັບ ແລະ ສ້າງເອກະສານກູ້ຢືມພຽງແຕ່ 1-2  ຫນ້າ ເທົ່ານັ້ນ.
     ປັດຈຸບັນທະນາຄານ ເອຊີລີ ດາ ໄດ້ຂະຫຍາຍສາຂາຂອງຕົນ ເຖິງ 34 ແຫ່ງແລ້ວ ໂດຍສະເພາະ ເລັ່ງໃສ່ບັນດາໂຕເມືອງ, ເຂດຊົນ ນະບົດ-ຫ່າງໄກສອກຫລີກ ແລະ ໂຕເມືອງທຸກຍາກຈຳນວນຫນຶ່ງ ເຊິ່ງໃນທ້າຍເດືອນກັນຍາປີນີ້ ກໍຈະເປີດຢູ່ແຂວງ ອຸດົມໄຊ, ຫລວງ ນ້ຳທາ ແລະ ໃນຕໍ່ຫນ້າກໍຈະມີ ແຜນເປີດຢູ່ແຂວງຫົວພັນ ແລະ ແຂວງຜົ້ງສາລີເປັນແຫ່ງສຸດ ທ້າຍ ຫມາຍວ່າ ທະນາຄານ ເອ ຊີລີດາ ລາວ ຈະຂະຫຍາຍ ແລະ ນຳເອົາສິນເຊື່ອລົງສູ່ປະຊາຊົນ ເຖິງບ້ານເຮືອນໃນທົ່ວ ສປປ ລາວ.
      ມາຮອດທ້າຍເດືອນມິຖຸນາ ປີນີ້ ເອຊີລີດາ ໄດ້ປ່ອຍເງິນກູ້ທັງ ຫມົດໃຫ້ປະຊາຊົນ 37.068 ຄອບ ຄົວ ໃນວົງເງິນ 191 ລ້ານໂດລາ ສະຫະລັດ, ໃນນີ້ ໄດ້ປ່ອຍເປັນ ສະກຸນເງິນກີບ 50% ໂດລາສະ ຫະລັດ 38% ແລະ ເງິນບາດ        ( ໄທ ) 11% ແລະ ໃນທ້າຍເດືອນ ດຽວກັນມີຍອດເຫລືອ 83 ລ້ານ ໂດລາສະຫະລັດ ແລະ ມີປະຊາ ຊົນໄດ້ຮັບ 15.600 ກວ່າຄອບ ຄົວ ຖືວ່າໃນແຕ່ລະເດືອນ ໄດ້ປ່ອຍ ເງິນກູ້ໃນວົງເງິນ 6-7 ລ້ານໂດ ລາສະສະລັດ ແລະ ມີປະຊາຊົນ ກູ້ຢືມ 1500-2000 ຄອບຄົວ.
       ທ່ານ ນາຣິນພອນ ກ່າວຕື່ມ ວ່າ : ເອຊີລີດາ ລາວ ຈຳກັດ ຍັງ ເປັນການສ້າງວຽກເຮັດງານທຳ, ກໍ່ສ້າງພະນັກງານວິ ຊາ ການທະນາຄານທີ່ຈະສືບທອດທະນາ ຄານເອຊີລີດາ ຫລື ປະກອບສ່ວນ ໃຫ້ສັງຄົມ ແລະ ປັດຈຸບັນພະນັກງານສ່ວນຫລາຍ ແມ່ນພະນັກ ງານລາວທັງຫມົດ, ມີພຽງແຕ່ 3 ຄົນທີ່ເປັນຄົນກຳປູເຈຍ. ພ້ອມນັ້ນ ທ່ານຍັງຮຽກຮ້ອງໃຫ້ປະຊາຊົນຜູ້ທີ່ຈະເຂົ້າ ກູ້ຢືມຕ້ອງໄດ້ວິເຄາະ ແລະ ຄົ້ນຄວ້າໃຫ້ລະອຽດຖີ່ຖ້ວນ ໂດຍສ້າງແຜນທຸລະກິດແຜນ ລາຍຮັບ, ລາຍຈ່າຍ, ບັນຊີຈະແຈ້ງ ກຳໄລສຸດທິ ແລະ ຕ້ອງມີຄວາມຮູ້ການບໍລິຫານທີ່ແນ່ນອນໃນລະດັບໃດຫນຶ່ງ, ຕ້ອງມີຄວາມປະຢັດ ແລະ ບໍ່ຄວນກູ້ຢືມເງິນ ນອກລະບົບເພາະມັນອາດມີຄວາມສ່ຽງຫລາຍເພາະບໍ່ມີລະບຽບກົດຫມາຍຄຸ້ມຄອງການເງິນດັ່ງກ່າວ.

No comments:

Post a Comment