Ad

Ad

26 July 2013

ຈະແກ້ໄຂສະພາບຄ່ານິຍົມແລ່ນຮຽນມະຫາວິທະຍາໄລ ແລະ ຂະແຫນງທີ່ຕິດພັນກັບເສດຖະກິດແນວໃດດີ ?



            ຂະ​ແໜງ​ການ​ສຶກສາ​ໄດ້​ ຕີ​ລາຄາ​ວ່າ: ​ໄປ​ພ້ອມໆ​ກັບ​ຜົນ ສຳ​ເລັດ​ຂອງ​ການ​ພັດທະນາ​ລະ ບົບ​ການ​ສຶກສາຂອງ​ປະ​ເທດ ກໍ​ຍັງ​ມີ​ບາງ​ບັນຫາ​ເປັນ​ສິ່ງ​ກົດ​ໜ່ວງ​ຕໍ່​ການ​ພັດທະນາ​ຊັບພະ ຍາກອນ​ມະນຸດ ​ແລະ ປະ​ເທດ​ຊາດ​ ນັ້ນ​ແມ່ນ​ກະ​ແສ​ແນວ​ຄິດ​ຂອງ​ນັກຮຽນ-ນັກ​ສຶກສາ​ຈຳ ນວນ​ຫລາຍ​ບໍ່​ມັກ​ຮຽນ​ວິຊາ​ຊີບ​ຊັ້ນຕົ້ນ, ຊັ້ນກາງ ຫລື ຊັ້ນສູງ ມັກ​ແລ່ນນຳ​ຄ່າ​ນິຍົມ​ຢາກ​ຮຽນ​ແຕ່​ລະ ດັບ​ປະລິນຍາ​ຕີ​ຢູ່​ມະຫາ ວິທະຍາ​ໄລ ​ແລະ ຢາກ​ຮຽນ​ແຕ່​ຂະ​ແໜງ​ວິຊາ​ທີ່​ຕິດ​ພັນ​ກັບ​ເສດ ຖະກິດ ​ໂດຍ​ບໍ່​ຄຳນຶງ​ເຖິງ​ຄວາມ​ສາມາດ ​ແລະ ຜົນ​ການ​ຮຽນ​ຂອງ​ຕົນ​ເຊັ່ນ: ຢາກ​ຮຽນ​ແຕ່​ວິຊາ​ເສດຖະສາດ, ບໍລິຫານ​ທຸລະ​ກິດ, ບັນຊີ, ການ​ເງິນ, ທະນາຄານ ​ເຫລົ່ານີ້​ເປັນຕົ້ນ. ​ໃນ​ຂະນະ​ທີ່​ກະຊວງ​ສຶກສາ​ທິການ ​ແລະ ກິລາໄດ້​ມີ​ຄວາມ​ພະຍາຍາມ ​ກໍ່ສ້າງ​, ປັບປຸງ ​ແລະ ຂະຫຍາຍ​​ໂຮງ ຮຽນ​ວິຊາ​ຊີບ, ວິທະຍາ​ໄລ​ເຕັກນິກ​ຢູ່​​ແຂວງ​ຕ່າງໆ​ເປັນ​ຈຳນວນ​ບໍ່​ໜ້ອຍ ​ແຕ່ລະ​ປີ​ສາມາດ​ຮັບ​ເອົາ​ນັກຮຽນ​ຜູ້​ຮຽນ​ຈົບ​ສາຍ​ສາມັນ​ສຶກສາ​ເຂົ້າຮຽນ​ຕໍ່​ວິຊາ​ຊີບ​ຊັ້ນຕົ້ນ, ຊັ້ນກາງ ​ແລະ ຊັ້ນສູງ​ແຕ່ 16-17 ພັນ​ຄົນ, ​ແຕ່​​ໃນ​ພາກ​ປະ ຕິບັດ​ຕົວ​ຈິງ ນັກຮຽນ​ເຫລົ່າ ນັ້ນ ຊ້ຳພັດ​ບໍ່​ສົນ​ໃຈ ​ແລະ ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ, ພໍ່​ແມ່​ຜູ້​ປົກຄອງ​ເອງ​ກໍ​ບໍ່​ສົ່ງ​ເສີມ​ໃຫ້​ລູກ​ຫລານ​ຂອງ​ຕົນ​ໄປ​ຮຽນ​ວິຊາ​ຊີບ​ດັ່ງ ກ່າວ, ສ່ວນ​ໃຫຍ່​ແມ່ນ​ມີ​ແນວ​ຄິດ​ວ່າ​ຮຽນ​ຈົບ​ອອກ​ມາ​ແລ້ວ​ຈະ​ບໍ່​ໄດ້​ເປັນ​ເຈົ້າ​ເປັນ​ນາຍ​ນຳ​ໝູ່ ຫລື ຖ້າ​ບໍ່​ແມ່ນ​ວິຊາ​ທີ່​ຕິດ​ພັນ​ກັບ​ເສດ ຖະກິດ​ກໍ​ຈະ​ບໍ່​ມີ​ລາຍ​ຮັບ​ພຽງພໍ ​ແລະ ອື່ນໆ ​ເຊິ່ງສິ່ງ​ນີ້ສະ​ແດງ​ອອກ​ໃຫ້​ເຫັນ​ໃນ​ແຕ່​ລະ​ສົກຮຽນ​ມີ​ຜູ້​ສະໝັກ​ເຂົ້າຮຽນ​ຢູ່​ສະ​ຖາ​ບັນ​ອາ
ຊີວະ​ສຶກສາ​ບໍ່​ເຖິງ 10.000 ຄົນ, ​ໃນ​ຂະນະ​ທີ່​ຜູ້​ສະໝັກ​ເຂົ້າມະຫາວິ ທະຍາ​ໄລ​ສູງ​ເຖິງ 20-30.000 ຄົນ ​ໂດຍ​ຕີ​ລາຄາ​ແລ້ວ​ໃນ​ປັດຈຸບັນອັດ ຕາ​ສ່ວນ​ນັກ​ສຶກສາ​ຊັ້ນສູງ ​ແລະ ມະຫາວິທະຍາ​ໄລ​ມີ​ເກືອບ 2.000 ຄົນຕໍ່​ປະຊາກອນ1 ​ແສນ​ຄົນ,ສ່ວນ​ ອາຊີວະ​ສຶກສາມີ​ພຽງ​ປະມານ 300 ຄົນ​ຕໍ່​ປະຊາກອນ 1 ​ແສນ​ຄົນ. ​ໃນ​ສະພາບ​ດັ່ງກ່າວ​ຈຶ່ງ​ເຮັດ​ໃຫ້ ການ​ປະກອບ​ອາຊີບ​ຢູ່​ລາວ​ມີ​ລັກ ສະນະ​ເຫລືອ​ບໍ່ພໍ. ຕາມ​ການ​ວິ​ໄຈ​ຂອງ​ຊ່ຽວຊານ​ຕ່າງປະ​ເທດ​ຊີ້​ໃຫ້​ເຫັນ​ວ່າ: ​ໂຄງ​ປະກອບ​ຂອງ​ກຳ ລັງ​ແຮງ​ງານ​ຂອງ​ປະ​ເທດ​ເຮົາ​ແມ່ນ​ນັກວິຊາການ​ຊັ້ນສູງ 8 ຄົນ​ຕໍ່​ຊັ້ນກາງ 1 ຄົນ ​ແລະຊັ້ນຕົ້ນ 2 ຄົນ ​ເຊິ່ງກົງກັນຂ້າມ​ກັບ​ໂຄງ​ປະກອບ​ກຳລັງ​ແຮງ​ງານ​ຂອງ​ປະ​ເທດ​ພັດ ທະນາ ຄື​ນັກວິຊາການ​ລະດັບ​ຊັ້ນ ສູງ 1 ຄົນຕໍ່​ຊັ້ນກາງ 3 ຄົນ ​ແລະ ຊັ້ນຕົ້ນ 10 ຄົນ. ສິ່ງ​ນີ້​ແມ່ນ​ກະ​ແສ​ແນວ​ຄິດ ​ແລະ ຄ່າ​ນິຍົມ​ທີ່​ແທດ ເໝາະ​ແລ່ນນຳ​ແຕ່​ໃບ​ປະກາສະນີ ຍະບັດ​ປອມ​ແປງ​ຄວາມ​ຮູ້​ຢາກ​ຮຽນ​ແຕ່​ວິຊາ​ທີ່​ຕົນ​ຄິດ​ວ່າ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ຕົນ​ເອງ ​ແລະ ຄອບ ຄົວ​ເທົ່າ​ນັ້ນ ​ໂດຍ​ບໍ່​ຄຳນຶງ​ເຖິງ​ລະ ດັບ​ຄວາມ​ສາມາດ​ການ​ຮຽນ ຂອງ​ຕົນ​ເອງ ​ແລະບໍ່​ຄິດ​ເຖິງ​ການ​ ປະກອບ​ວຽກ​ງານ​ຕົວ​ຈິງ ​ແລະ ມີ​ຄວາມ​ໝັ້ນຄົງ.ດ້ວຍ​ເຫດ​ນີ້ຢູ່​ລາວ ​ເຮົາ​ໃນ​ປັດຈຸບັນ​ຈຶ່ງ​ມີ​ສະພາບ​ຂາດ​ເຂີນ​ກຳລັງ​ແຮງ​ງານ​ທີ່​ມີ​ສີມື​ດີ ​ແລະ ວິຊາ​ການ​ທີ່​ມີ​ຄວາມ​ສາ ມາດ​ຢູ່​ແຕ່ລະ​ຂະ​ແໜງ​ການ ​ແລະ ​ແຕ່ລະ​ຂັ້ນ, ຂາດ​ພະນັກງານ​ມີ​ຄວາມ​ສາມາດ​ໃນ​ການ​ນຳພາ​ເຮັດ​ນຳພາ​ສ້າງ ​ແລະ ປະຕິບັດ​ຕົວ​ຈິງ ​ແລະ ກົງກັນຂ້າມ ບາງ​ຄົນ​ຮຽນ​ຈົບ​ປະລິນຍາ​ຕີ​ບາງ​ວິຊາ​ພັດ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ, ຖ້າ​ກະ​ແສ​ແນວ​ຄິດ​ຍັງ​ຢູ່​ໃນ​ລັກສະນະ​ແນວ​ນີ້ຈະ​ບໍ່​ເປັນ​ຜົນ​ດີ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ​ໄດ້.
       ​ແຕ່​ສິ່ງ​ນີ້ຈະ​ແກ້​ໄຂ​ແນວ​ໃດ ? ມັນ​ເປັນ​ຄຳ​ຖາມ​ທີ່​ຈະ​ຕອບ​ໄດ້​ຍາກ ​ເຊິ່ງກ່ອນ​ອື່ນ​​ເຮົາ​ຈະ​ຕ້ອງ​ໄດ້​ເຮັດ​ວຽກ​ງານ​ແນວ​ຄິດ ​ເພື່ອ​ປູກ​ຈິດ​ສຳນຶກ​ໃນ​ການ​ສ້າງ​ພະ ນັກງານ​ວິຊາ​ຊີບ​ລະດັບ​ຕ່າງໆ​ໃຫ້​ມີ​ຄວາມ​ຮັບຜິດຊອບ​ຢ່າງ​ແທ້​ຈິງ ​ແລະ ສ້າງ​ໃຫ້​ເຂົາ​ເຈົ້າມີ​ລະດັບ​ຄວາມ​ຮູ້-ຄວາມ​ສາມາດ, ມີ​ຄຸນ ສົມບັດ​ທີ່​ດີ. ພ້ອມ​ນັ້ນ ກໍ​ຕ້ອງ​ໄດ້​ປ່ຽນ​ວິທີ​ການ​ຊັບຊ້ອນ​ນັກຮຽນ​ເຂົ້າຮຽນ​ໃນ​ສະ​ຖາ​ບັນ​ອາຊີວະ​ສຶກສາລະ​ດັບ​ຕ່າງໆ​ຢ່າງ​ມີ​ແຜນ ການ, ປ່ຽນ​ແນວ​ຄິດ​ໃຝ່ຝັນ​ຢາກ​ຮຽນ​ແຕ່​ລະດັບ​ປະລິນຍາ​ຕີ, ຍາ​ໂທ, ​ໃຫ້​ຫັນ​ມາ​ສ້າງ​ກຳມະກອນ​ວິຊາ​ຊີບ,ນາຍ​ຊ່າງ,ນັກວິຊາການ, ວິສະວະກອນ, ນັກວິທະຍາສາດ, ນັກຄົ້ນຄວ້າ​ວິ​ໄຈ, ຜູ້​ຄຸ້ມ​ຄອງ​ບໍລິ ຫານ ​ແລະ ຜູ້​ຈັດການ​ອື່ນໆ​ໃຫ້​ມີ​ຄຸນ​ນະພາ​ບສາມາດ​ຕອບ​ສະ ໜອງ​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ ​ແລະ ​ແຜນ​ພັດທະນາ​ເສດ ຖະກິດ-ສັງຄົມ​ຂອງ​ປະ​ເທດ ​ໂດຍ​ຕິດ​ພັນ​ຢ່າງ​ສະໜິດ​ແໜ້ນ​ຂອງ​ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ​ທ້ອງ​ຖິ່ນ ໝາຍວ່າ​ທ້ອງ​ຖິ່ນ​ໃດ​ຕ້ອງການ​ພະນັກງານ​ວິຊາ​ການ​ດ້ານ​ໃດ​ກໍ​ຕ້ອງ​ສ້າງ​ພະນັກງານ​ວິຊາ​ການ​ດ້ານ​ນັ້ນ​ໃຫ້​ພຽງ ພໍໂດຍ ​ເລືອກ​ເອົາ​ຄົນ​ທ້ອງ​ຖິ່ນ​ຂອງ​ຕົນ ​ເພື່ອ​ຮຽນ​ຈົບ​ແລ້ວ​ກໍ​ກັບ​ຄືນ​ທ້ອງ​ຖິ່ນ​ເດີມ ​ເພື່ອ​ປະກອບ​ອາຊີບ​ຕາມ​ທີ່​ຮຽນ​ມາ ​ແລະ ນຳພາ​ສ້າງສາ​ທ້ອງ​ຖິ່ນ​ໃຫ້​ຈະ​ເລີ​ນກ້າວໜ້າ.

No comments:

Post a Comment