Ad

Ad

26 July 2013

ອຸດົມໄຊສຸມໃສ່ພັດທະນາພື້ນຖານໂຄງລ່າງ



         ທ່ານນາງ ສົມຈັນ ຈິດວົງ ເດືອນ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ໃຫ້ສຳພາດຕໍ່ໜັງສື ພິມລາວ ພັດທະນາ ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 7 ວ່າ: ເພື່ອເຮັດໃຫ້ ໂຄງການກໍ່ສ້າງ ຕ່າງໆບັນລຸຕາມແຜນການຮອງຮັບການເປັນເຈົ້າພາບມະຫະກຳ ກິລາແຫ່ງຊາດ ຄັ້ງທີ 10 ໃນປີ 2014 ທີ່ຈະ ມາເຖິງນີ້, ປັດຈຸບັນ ແຂວງພວມເລັ່ງໃສ່ກໍ່ສ້າງພື້ນຖານໂຄງລ່າງຕ່າງໆທີ່ຈຳ ເປັນຮີບດ່ວນ ເປັນຕົ້ນຖະໜົນຫົນທາງຢູ່ໃນເທ ສະບານແຂວງ ແລະ ເມືອງຕ່າງໆທີ່ເປັນອຸປະສັກຕໍ່ ການສັນຈອນໄປມາຂອງປະຊາ ຊົນ ພ້ອມສຸ່ມໃສ່ໂຄງການກໍ່ສ້າງ ສະໜາມ ກິລາໃຫ້ສຳເລັດຕາມ ຄາດໝາຍທີ່ວາງໄວ້ເຊິ່ງມາ ຮອດ ປັດຈຸບັນ,ໂຄງການດັ່ງກ່າວມຄືບໜ້າ ໄປແລ້ວປະມານ 70 % ຄາດ ວ່າຈະສຳເລັດຕາມເວລາທີ່ໄດ້ ກຳນົດໄວ້ແນ່ນອນ.ສ່ວນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 6 ເດືອນຕົ້ນປີ 2013 ຜ່ານມາເຫັນວ່າມີບາດກ້າວທີ່ດີຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາສາມາດຊ່ວຍໃຫ້ຕົວເລກ ຄວາມທຸກຍາກຂອງແຂວງມີທ່າອ່ຽງຫຼຸດລົງໂດຍປັດຈຸບັນ ທົ່ວແຂວງມີຈຳນວນຄອບຄົວ ທີ່ທຸກຍາກຢູ່ປະມານ 20 ພັນກວ່າ ຄອບຄົວ ເທົ່າກັບ 40 % ຂອງຈຳ ນວນຄອບຄົວທັງໝົດໃນແຂວງຫຼຸດລົງ 2 ພັນກວ່າຄອບຄົວທຽບໃສ່ປີຜ່ານມາ, ບ້ານຍັງ ທຸກຍາກ ມີ 200 ກວ່າບ້ານ ແລະ ເມືອງ ທຸກ ຍາກ 5 ເມືອງຫຼຸດລົງ 2 ເມືອງ ທຽບ​ໃສ່​ປີຜ່ານມາ, ຂະນະທີ່ຄອບຄົວພົ້ນທຸກ ແລະ ຄອບຄົວພັດທະນາມີທ່າອຽງເພີ່ມຂຶ້ນ.

          ປັດຈຸບັນ, ອຳນາດການປົກຄອງທ້ອງຖິ່ນພວມສຸມໃສ່ສືບຕໍ່ແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ຍັງມີຄວາມທຸກ ຍາກໂດຍການຊຸກຍູ້, ສົ່ງເສີມ ແລະ ສະໜັບສະໜູນໃຫ້ປະຊາຊົນຫັນມາປູກພືດກະສິກຳເປັນສິນຄ້າສົ່ງອອກເປັນຕົ້ນ:ປູກ ສາລີ, ໝາກເດືອຍ, ກ້ວຍຫອມ, ຢາງພາລາ, ໝາກເຜັດໃຫຍ່ ແລະ ພືດຊະນິດອື່ນໆຢູ່ບັນດາເມືອງທີ່ມີເງື່ອນໄຂ ແລະ ທ່າ ແຮງພຽງພໍຕາມເນື້ອໃນມະຕິ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ຕິດພັນກັບວຽກງານທົດລອງ 3 ສ້າງ ​ແລະ ​ເນື້ອ​ໃນ 4 ບຸກທະລຸ​ທີ່​ພັກ ​ແລະ ລັດຖະບານ​ວາງ​ອອກ ແນ່ ໃສ່ເຮັດໃຫ້ແຂວງ ອຸດົມໄຊ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໂດຍໄວ.
         ທ່ານ ນາງ ສົມຈັນ ຈິດວົງ ເດືອນ ກ່າວວ່າ: ເຖິງວ່າສະພາບ ການພັດທະນາເສດຖະກິດ-ສັງ ຄົມໂດຍລວມຂອງແຂວງ ມີບາດ ກ້າວຂະຫຍາຍຕົວ ແລະ ຈຳນວນ ຄອບຄົວທຸກຍາກມີທ່າອ່ຽງຫຼຸດ ລົງກໍຕາມ,ແຕ່ແຂວງອຸດົມໄຊ ຍັງ ເປັນແຂວງທຸກ ຍາກຢູ່ເມື່ອ ທຽບ ໃສ່ບັນດາແຂວງພາກກາງ, ພາກ ໃຕ້ ແລະແຂວງອື່ນໆທີ່ພັດທະນາ ແລ້ວ ເນື່ອງຈາກການຜະລິດກະສິກຳ ຂອງກະສິກອນ ຍັງເອື່ອຍ ອີງໃສ່ທຳມະຊາດ,ຕາ ໜ່າງເສັ້ນ ທາງຄົມມະນາຄົມ ຍັງພົບຄວາມ ຫຍຸ້ງຍາກຕໍ່ການໄປມາ.ການສຶກ ສາ,ສາທາລະນາສຸກຍັງບໍ່ທົ່ວ ເຖິງ ແລະ ພຽງພໍ ເມື່ອທຽບໃສ່ ຄວາມຕ້ອງການຕົວຈິງທີ່ມີຢູ່ ໂດຍສະເພາະແມ່ນເຂດພູດອຍ ແລະ ປະຊາຊົນສ່ວນຫຼາຍ ຍັງ ຮຽກຮ້ອງໃຫ້ລັດເອົາໃຈໃສ່ ຂະຫຍາຍ​ຕາໜ່າງ​ໄຟຟ້າ, ນ້ຳ​ປະປາ ​ແລະ ​ເສັ້ນທາງ​ຄົມມະນາຄົມ​ໄປ​ໃນ​ເຂດ​ຫ່າງ​ໄກ​ສອກຫຼີກຄຽງ ຄູ່ກັບການຍົກສູງຄຸນນະພາບ ແລະ ປະສິດທິຜົນການບໍລິຫານສຶກສາ, ສາທາລະນະສຸກໃຫ້ ດີຂຶ້ນ, ເອົາໃຈໃສ່ໃກ້ຊິດຕິດແທດຕໍ່ການ ກວດກາການປະຕິບັດສັນຍາ ຂອງໂຄງການລົງທຶນຕ່າງໆ ເປັນຕົ້ນແມ່ນໂຄງ ການພັດ ທະນາ ຂະແໜງກະສິກຳ ຂອງບັນດາບໍລິ ສັດຕ່າງໆ ທີ່ຍັງມີການເອົາລັດ ເອົາປຽບປະຊາຊົນ, ແກ້ໄຂຄວາມແຕກໂຕນດ້ານການ ພັດທະນາ ຂອງປະຊາຊົນຢູ່ໃນເຂດຕົວ ເມືອງກັບຊົນນະບົດ,ສະເໜີມາ ຍັງລັດຖະບານສ້າງວຽກເຮັດ ງານທຳທີ່ໝັ້ນຄົງ ​ແລະ ຫາ​ຕະ ຫຼາດ​ຈຳໜ່າຍ​ສິນຄ້າ​ທີ່​ດີ​ໃຫ້​ແກ່​​ກະສິກອນ ພ້ອມຊ່ວຍຍົກລະດັບ ຄວາມຮູ້,ຄວາມສາມາດດ້ານ ວິຊາສະເພາະ ແລະ ລະດັບສີມື ແຮງງານໃຫ້ດີຂຶ້ນກວ່າເກົ່າ ເພື່ອ ກຽມພ້ອມໃນໂອກາດທີ່ ສປປ ລາວ ຈະກ້າວເຂົ້າສູ່ປະຊາຄົມ ເສດຖະກິດອາຊຽນ ປີ 2015.

No comments:

Post a Comment