Ad

Ad

6 August 2013

ໄວຫນຸ່ມລາວຮຽນຮູ້ສິລະປະວັດທະນະທຳລາວ



      ສະໂມສອນວັດທະນະທຳສິນໄຊ ໄດ້ຈັດຊຸດເຝິກອົບຮົມໃຫ້ແກ່ໄວໜຸ່ມລາວ ກ່ຽວກັບສິລະປະ ວັດທະນະທຳລາວໃນ​ຕອນ​ເຊົ້າ​ວັນ​ທີ 3 ສິງຫາ 2013 ​ນີ້ ຢູ່ສູນ​ການ​ຄ້າ​ລາວ​-ໄອ​ເຕັກ ​​ແລະ ​​ຈະ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 6 ວັນ (ສະ​ເພາະ​ແຕ່​ວັນ​ເສົາ-ອາທິດ) ໂດຍມີທ່ານ ສີວຽງແຂກ ກອນ ນີວົງ ຫົວໜ້າກົມພິມຈຳໜ່າຍ ກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ; ທ່ານ ໂອທອງ ຄຳອິນຊູ  ຫົວໜ້າອຳ ນວຍການວາລະສານວັນນະສິນທັງເປັນຫົວໜ້າຮັບຜິດຊອບສະ ໂມສອນ ວັດທະນະທຳສິນໄຊ, ມີບັນດາໄວໜຸ່ມລາວທີ່ມາຈາກສະໂມສອນດັ່ງກ່າວ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງເຂົ້າຮ່ວມ.
     ໃນ​ການ​ເຝິກ​ອົບຮົມຜູ້​ເຂົ້າ​ຮ່ວມຈະໄດ້​ຮຽນ​ຮູ້​ວັດທະນະທຳ​ອັນ​ດີງາມ​ຂອງ​ລາວ, ມາລະຍາດ​ໃນ​ສັງຄົມ, ການສະ​ແດງ​ເດີນ​ແບບ​ເຄື່ອງນຸ່ງ, ການ​ຟ້ອນ, ການ​ຮ້ອງ​ເພງ, ການ​ແຕ່ງ​ເພງ, ການ​ແຕ່ງ​ເລື່ອງ​ສັ້ນ, ການ​ແຕ່ງ​ກາບ ກອນ, ການ​ແຕ້ມ​ຮູ​ບ, ການສະ​
ແດງ​ລະຄອນ ແລະ ການ​ເປັນ​ພິທີ​ກອນ, ທັງ​ນີ້ ກໍ​ເພື່ອ​ເປັນ​ການ​ສ້າງ​ໃຫ້​ໄວ​ໜຸ່ມ​ລາວທີ່​ເຂົ້າ​ຮ່ວມ ກ້າ​ຄິດ, ກ້າ​ເຮັດ ​ແລະ ກ້າ​ສະ​ແດງ​ອອກ​ໃນ​ສັງຄົມ. ນອກ​ນັ້ນ ຍັງ​ຈະ​ໄດ້​ມີ​ການ​ຄັດ​ເລືອກ​ເອົາ​ຜູ້​ເຂົ້າ​ຝຶກ​ອົບຮົມ​ທີ່​ເດັ່ນ​ຈຳນວນ​ໜຶ່ງ​ໄປສະ​ແດງ​ຢູ່​ແຂວງ​ຄຳ​ມ່ວນ ດ້ວຍ​ການສະ​ແດງ​ແບບ​ເຄື່ອງນຸ່ງ​ຊົນ​ເຜົ່າ, ຜ້າ​​ໄໝ​ລາວ, ລາຍການ​ຟ້ອນ, ຮ້ອງ​ເພງ ​ແລະ ອ່ານ​ກາບກອນ.
             ພາຍຫລັງ​ສຳ​ເລັດ​ການ​ເຝິກ​ອົບຮົມກັບ​ທີ່​ແລ້ວ,​ ​ບັນດາ​ຜູ້​ເຂົ້າ​ຮ່ວມ​ຍັງ​ຈະ​ໄດ້​ໄປ​​ຕັ້ງ​ຄ້າຍ​ເຄື່ອນ​ໄຫວ​ກິດຈະກຳ​ຢູ່ຕ່າງ​ແຂວງ​ ເພື່ອ​​ຈະໄດ້​ສະ​ແດງ​ອອກ​ໃນ​ສິ່ງ​ທີ່​ຕົນ​​ໄດ້ຮຽນ​ມາໂດຍ​ການສະ​ແດງ​ໃນ​ຄ້າຍ​ພັກ, ການ ສະ​ແດງ​ແລກປ່ຽນ​ກັບ​ຊາວ​ໜຸ່ມ​ຢູ່ ​ບ້ານ ແລະ ການສະ​ແດງຢູ່​ໂຮງ​ລະຄອນ.

No comments:

Post a Comment