Ad

Ad

6 August 2013

ສົ່ງມອບປະຊາຊົນເຜ່ົາມົ້ງຫວຽດນາມ 24 ຄອບຄົວ ກັບຄືນປະເທດ



     ໂດຍປະຕິບັດຕາມເນື້ອໃນຈິດ ໃຈກອງປະຊຸມຄະນະກຳມະການ ຊາຍແດນ ລາວ-ຫວຽດນາມ ຄັ້ງ ທີ XI ໃນວັນທີ 15 ສິງຫາ 2001 ຢູ່ ສສ ຫວຽດນາມ ໃຫ້ຖືກຕ້ອງ ແລະ ເໝາະສົມກັບສະພາບຕົວ ຈິງ. ໃນເດືອນກໍລະກົດຜ່ານມາ, ຢູ່ດ່ານສາ ກົນກວດຄົນເຂົ້າ-ອອກ ເມືອງເກົາແຈ໋ວ ໄດ້ມີພິທີມອບ-ຮັບປະຊາຊົນເຜົ່າມົ້ງທີ່ລັກຂ້າມແດນມາຕັ້ງພູມລຳເນົາບໍ່ຖືກຕ້ອງ ຢູ່ ແຂວງບໍລິຄຳໄຊ ສປປ ລາວ ກັບຄືນປະເທດ ຈຳນວນ 24 ຄອບ ຄົວ, ມີ 92 ຄົນ, ຍິງ 47 ຄົນ. ຈຳນວນດັ່ງກ່າວແມ່ນປະ ຊາຊົນຢູ່ ເຫງະອານ 19 ຄອບຄົວ, ມີ 73 ຄົນ, ຍິງ 37 ຄົນ; ຢູ່ເຂດດຽນບຽນ 1 ຄອບຄົວ, ມີ 6 ຄົນ, ຍິງ 3 ຄົນ; ຢູ່ແຂວງ ແທັງຮວາ 3 ຄອບ ຄົວ, ມີ 12 ຄົນ, ຍິງ 7 ຄົນ; ຢູ່ ແຂວງຮ່າຢາງ 1 ຄອບຄົວ, ມີ 1 ຄົນ ທີ່ຖືກເຈົ້າໜ້າທີ່ກັກໄດ້ໃນວັນ ທີ 14 ມີນາ 2013.
    ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ກ່າວມອບໂດຍທ່ານ ແສງທອງ ຄຸນ ພິລາພັນ ຮອງຫົວໜ້າພະ ແນກການຕ່າງປະເທດ ແຂວງບໍ ລິຄຳໄຊ, ທ່ານ ພັນໂທ ກົງຕີ ພຸດທະວົງ ຮອງຫ້ອງສັນຕິບານ ປກສ ແຂວງ, ທ່ານ ບຸນເຕັມ ໄຊຍະວົງ ຄະນະພະແນກພາຍ ໃນ ແຂວງ, ກ່າວຮັບຝ່າຍຫວຽດນາມ ນຳໂດຍທ່ານ ພັນຕີ ເຈີນດຶກ ຮ່າ ຫົວໜ້າດ່ານສາກົນເກົາແຈ໋ວ, ທ່ານ ຫງຽນກົງຖຳ ພະນັກ ງານພົວພັນຕ່າງປະແຂວງເຫງະອານ, ຕາງໜ້າຈາກແຂວງເຫງະອານ, ແຂວງດຽນບຽນ, ແຂວງແທັງຮວາ, ແຂວງຮ່າ ຢາງ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

    ການມອບ-ຮັບປະຊົນມົ້ງຫວຽດນາມເທື່ອນີ້ແມ່ນເທື່ອທີ 3 ໂດຍປະຕິບັດຕາມບົດບັນທຶກສັນຍາຮ່ວມມືລະຫວ່າງກະ ຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫລວດແຫ່ງ ສສ ຫວຽດນາມ.
     ໂອກາດດັ່ງກ່າວ, ທ່ານ ແສງ ທອງຄຸນ ພິລາພັນ ຮອງພະແນກ ການຕ່າງປະເທດແຂວງບໍລິຄຳ ໄຊ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າ ທີ່ ຝ່າຍຫວຽດນາມຊ່ວຍສະກັດກັ້ນໃນການຍົກຍ້າຍປະຊາຊົນທີ່ເຂົ້າມາລາວໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍຕື່ມອີກ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສອງປະເທດ.

No comments:

Post a Comment