ໂດຍ : ວິເສດ ສະແຫວງສຶກສາ
ຈານແຍ່ເປັນໜຶ່ງໃນຈຳນວນຜູ້ທີ່ມັກສະສົມຂ່າວ, ບົດຄວາມຈາກໜັງສືພິມ
ດ້ວຍວິທີປະຖົມປະຖານບໍ່ສົມກັບຍຸກທີ່ເອີ້ນ ວ່າ: “ໄຮເທັກ” (Hi-Tech) ຄືສະສົມ ໂດຍການໃຊ້ມີດຕັດຕັດມ້ຽນໄວ້ເປັນປຶກ
(ແທນທີ່ຈະເຊັບໄວ້ຄອມ!) ເພາະມັນເປັນວິທີ ງ່າຍ, ເວລາໃດຍາກອ່ານກໍຈົກອອກມາໂດຍບໍ່ຕ້ອງກັງວົນເລື່ອງໄວຣັດ
ຫລື ເລື່ອງໄຟຟ້າບໍ່ມາ. ແຕ່ບັນຫາມີຢູ່ວ່າ: ຈຳນວນບົດ ຄວາມທີ່ຕັດໄວ້ນັ້ນນັບມື້ເພີ່ມຂຶ້ນຈົນຊິບໍ່ມີບ່ອນມ້ຽນ.
ມື້ກ່ອນນີ້ ຈານແຍ່ເລືອກເອົາບົດຈາກຄໍລຳບັນຫາຈານແຍ່ທີ່ເວົ້າເລື່ອງ ການທ່ອງທ່ຽວບໍ່ວ່າຢູ່ພາຍໃນກໍຄືຕ່າງປະເທດຕາມທີ່ຕົນເອງໄດ້ເຫັນມາກັບຕາ,
ໃນນັ້ນລວມເຖິງບົດ “ໄກ່ໂຕດຽວເນົ່າໝົດ ລົກ”, “ໄກ່” ໃນທີ່ນີ້ແມ່ນຜ້ຽນສຽງມາຈາກຄຳວ່າ:
“Guide” ໃນພາສາອັງກິດແປວ່າຜູ້ນຳທ່ຽວ. ນອກນັ້ນ ກໍມີບົດທີ່ຕົນເອງ ໄດ້ໄປສຳຜັດຢູ່ຕ່າງແຂວງ,
ບັນຫາການບໍລິການຢູ່ໂຮງແຮມ, ມົນສະເໜ່ ແລະ ຈຸດທີ່ຕ້ອງແກ້ໃນເຮືອບິນໂດຍສານຂອງລາວ, ສິ່ງທີ່ຕິດໃຈໃນສິງກະໂປ
ແລະ ປະເທດອື່ນໆ. ທີ່ຕ້ອງໄດ້ຈົກເອົາບົດເຫລົ່ານີ້ມາປັດຝຸ່ນແລ້ວອ່ານກໍເພື່ອຫວນຄືນຄວາມຈຳວ່າ
ຕົນເອງໄດ້ຂຽນຫຍັງແດ່ ແລະ ມາຮອດດຽວນີ້ ສິ່ງທີ່ໄດ້ບັນທຶກໄວ້ຍັງມີໃຫ້ເຫັນ ຫລື ວ່າໝົດໄປແລ້ວໂດຍສະເພາະປາກົດ
ການທີ່ຂັດຕໍ່ແນວທາງບໍລິການການທ່ອງທ່ຽວຢູ່ບ້ານພວກເຮົາ. ການອ່ານຫວນຄືນຄວາມຊົງຈຳເທື່ອນີ້ມີຂຶ້ນພາຍຫລັງຈານແຍ່
ກັບຈາກວຽກລັດຖະການຢູ່ 3 ແຂວງພາກເໜືອຕອນເທິງ. ໄປ 3 ແຂວງໄດ້ພັກຢູ່ 3 ບ່ອນ, ເຮືອນ ພັກ
ແລະ ໂຮງແຮມ. ພາບ
ທີ່ຕຳຕາໃນບ່ອນພັກທັງ 3 ນັ້ນ ເຮັດໃຫ້ເນື້ອໃນຂອງບົດຄວາມເກົ່າໆຂອງຈານແຍ່ມີຊີວິດຊີວາຂຶ້ນຕື່ມ
ໂດຍສະເພາະກ່ຽວກັບ “ເກີບແຕະ ພິການ”. ສຳລັບຜູ້ທີ່ເຄີຍໄປພັກ ແຮມຢູ່ເຮືອນພັກ ຫລື ໂຮງແຮມ
ພາຍໃນປະເທດນັ້ນ, ຈານແຍ່ຂໍຖາມແດ່ວ່າ: ເຄີຍເຫັນບໍເກີບແຕະຫົວກຸດ ຫລື ສົ້ນຂາດ ?, ເຄີຍເຫັນ
ບໍເກີບແຕະມີຮອຍຂີດຢູ່ສອງສົ້ນ? ແລະ ຮ້າຍແຮງໄປກວ່ານັ້ນ ເຄີຍ ໄດ້ລອງໃສ່ແລ້ວບໍເກີບແຕະທີ່ຕ່າງສີກັນຄືກິ່ງໜຶ່ງສີຟ້າ
ແລະ ອີກກິ່ງໜຶ່ງສີເຫລືອງ-ສີດຳ ? ເກີບແຕະພິການເຫລົ່ານີ້ ຈານແຍ່ ເຄີຍຖືມາແລ້ວຈົນນັບເທື່ອບໍ່ຖ້ວນ.
ເບື້ອງຕົ້ນກໍຄິດຊົມເຊີຍເຈົ້າ ຂອງເຮືອນພັກ ແລະ ໂຮງແຮມທີ່ສະຫລາດ, ມີວິທີປ້ອງກັນ ບໍ່ໃຫ້ແຂກມາພັກລັກເອົາເກີບແຕະເມືອນຳ,
ແຕ່ຕໍ່ມາພັດເກີດຄວາມສົງສານສະພາບ “ສະຫລາດໜ້ອຍ” (ຈານແຍ່ບໍ່ໄດ້ໝາຍ ຄວາມວ່າໂງ່ເນີ້) ຂອງຜູ້ປະກອບການ,
ເຫດໃດລົງທຶນສ້າງໂຮງແຮມ, ເຮືອນພັກບັກແພງໆ, ແຕ່ແລ້ວພັດມາປະຢັດເກີບ ແຕະ ? ຈົນຕ້ອງເຮັດໃຫ້ມັນພິການເພື່ອບໍ່ໃຫ້ແຂກລັກ.
ເຫດໃດຈຶ່ງເອົາສິ່ງເລັກໆນ້ອຍໆມາບົດບັງສິ່ງທີ່ເປັນເປົ້າໝາຍ ໃຫຍ່ໆ ແລະ ມີຄວາມສຳຄັນ ?.
ຢູ່ບ້ານພັກແຫ່ງໜຶ່ງທີ່ຫາກໍພັກຜ່ານມານັ້ນ ເກີບແຕະປະຈຳຫ້ອງຂອງຈານແຍ່ຖືກຕັດສົ້ນຫົວສົ້ນທ້າຍຍັງເຫລືອປະມານ
70% ເວລາຍ່າງ, ປາຍຕີນ ແລະ ສົ້ນຕີນຈານແຍ່ຄາດລາດລື່ນອອກມາ, ສຸດທ້າຍກໍເລີຍຕ້ອງໄດ້ໄປຊື້ເກີບແຕະມາໃສ່ເອງ.
ຢູ່ອີກບ່ອນພັກໜຶ່ງທີ່ເປັນລະດັບໂຮງແຮມ, ເກີບແຕະສຳລັບແຂກນັ້ນມີຮອຍປາດທາງເທິງ ແລະ ທາງລຸ່ມຢູ່ເບື້ອງລະ
3 ຂີດ, ຂີດທາງຫວ່າງກາງສອງຂີດ, ນັບວ່າມີສິນກວ່າທີ່ເຫັນຢູ່ເຮືອນພັກ, ແຕ່ສິນແບບນີ້ມີໃຜລະມັກ
?. ຕໍ່ມາແມ່ນບ່ອນ ພັກມ້ວນ ທ້າຍໃນການເຄື່ອນໄຫວ ຂອງຈານແຍ່ຢູ່ 3 ແຂວງພາກ ເໜືອ ທີ່ນີ້ເປັນໂຮງແຮມມີດາວ,
ຕັ້ງສະຫງ່າຢູ່ແຄມທາງໃຫຍ່, ການບໍ ລິການມີລັກສະນະຄົບຊຸດ. ສິ່ງທີ່ຈານແຍ່ເບິ່ງກ່ອນໝູ່ໃນ
ຫ້ອງນອນກໍແມ່ນເກີບແຕະ, ແປກ ໂວຍ ! ມັນເປັນເກີບທີ່ສົມບູນ ທຸກຢ່າງ, ອະໄວຍະວະຂອງມັນຄົບ
32 ປະການ. ກ່ອນນອນ, ຈານແຍ່ເປີດອ່ານຂໍ້ແນະນຳ ແລະ ລະບຽບຂອງໂຮງແຮມເພື່ອ ຕົນຈະໄດ້ປະຕິບັດໃຫ້ຖືກຕ້ອງ.
ສິ່ງທີ່ຕຳຕາກໍຄືບັນຊີວັດຖຸທີ່ມີໄວ້ບໍລິການໃນຫ້ອງໂດຍບອກໃຫ້ແຂກຮູ້ວ່າຖ້າວັດຖຸໃດໜຶ່ງ ເສຍຫາຍ,
ເປ່ເພແຂກຕ້ອງຮັບຜິດຊອບໃຊ້. ໃນບັນຊີມີໝົດທຸກຢ່າງນັບແຕ່ໂທລະທັດ, ແອ, ຕູ້ເຢັນ, ພັດລົມ,
ຜ້າປູ ແລະ ໆ... ໃນນັ້ນມີລາຄາເກີບແຕະທີ່ສູງກວ່າຊື້ທາງນອກ 3 ທົບ. ອ່ານແລ້ວຮູ້ສຶກວ່າຕົນເອງພວມຢູ່ໃນທ່າມກາງຂໍ້ບັງຄັບ
ແລະ ລະບຽບ ເຫລັກສ່ຳກັບວ່າຕົນເອງເປັນເດັກອົມນິ້ວ, ຈານແຍ່ບໍ່ແນ່ໃຈວ່າແຂກຄົນອື່ນກໍຈະຄຶດຄືກັນ
ຫລື ບໍ່. ນອກຈາກນີ້ໂຮງແຮມທີ່ ວ່ານີ້ຍັງກຳນົດໃຫ້ຄົນປົດປ່ອຍຫ້ອງເວລາ 11 ໂມງເຊົ້າຂອງມື້ສຸດທ້າຍ,
ຖ້າກາຍນັ້ນຈະຄິດລາຄາເພີ່ມເປັນອີກມື້ໜຶ່ງເຕັມໆ. ແນວນີ້ກໍຊ່າງມີທັງໆທີ່ໂຮງແຮມໃນທົ່ວໂລກ
ແລະ ທົ່ວລາວ ເຂົາກຳນົດເອົາ 12 ໂມງ (ຕອນທ່ຽງ) ກໍເລີຍຢາກຂໍຖາມ ວ່າ: ໃນ ແວດວົງຂອງຜູ້ປະກອບການໂຮງແຮມ
ແລະ ເຮືອນພັກນັ້ນ ເຄີຍໄດ້ເວົ້າກັນເລື່ອງເກີບແຕະພິການ ແລະ ລະບຽບການຕ່າງໆ ກ່ຽວກັບບ່ອນພັກ
ຫລື ບໍ່ ? ເລື່ອງນີ້ຖ້າບໍ່ແກ້ວມັນກໍຈະກາຍເປັນ “ເສັ້ນຜົມບັງໜ່ວຍພູ”. ໂຮງແຮມ, ເຮືອນພັກດີໆຢູ່ເມືອງ
ລາວມີບໍ່ອຶດບໍ່ຢາກ, ແຕ່ມັນເປັນກຳຂອງຈານແຍ່ທີ່ຕ້ອງພົບແຕ່ບ່ອນບາດໃຈ.
No comments:
Post a Comment