Ad

Ad

20 September 2013

ປຶ້ມຫລາຍ ຜູ້ຂາຍຈຶ່ງກວ້າງ ( ຄໍລຳ ສົ່ງເສີມການອ່ານ )


ໂດຍ : ທ່ຽງທຳ
      ມາເວົ້າເຖິງປຶ້ມເລື່ອງ, ປຶ້ມອ່ານ, ສາລະຫນ້າຮູ້, ນະວະ ນິຍາຍ ແລະ ວິທະຍາ ສາດສັງຄົມອື່ນໆ. ຢູ່ໃນປະເທດເຮົາ ແມ່ນມີຫນ້ອຍເຕັມທີ, ດັ່ງນັ້ນຈຶ່ງເຮັດໃຫ້ການ ຕອບສະຫນອງ ຄວາມຕ້ອງການຂອງຜູ້ອ່ານຍັງຄັບແຄບ. ກໍດັ່ງພວກເຮົາປະສົບຢູ່ໃນ ປັດຈຸບັນຕາມຕະຫລາດ, ສູນການຄ້າ ແລະ ບ່ອນສາທາລະນະຕ່າງໆແມ່ນຍາກ ຫລາຍທີ່ຈະພົບເຫັນຮ້ານຂາຍປຶ້ມອ່ານຖ້າມີກໍຈະເປັນພຽງຮ້ານຂາຍເຄື່ອງຫ້ອງ ການ, ມີບິກ, ປາກກາ, ປຶ້ມຂຽນ, ປຶ້ມບັນທຶກ ແລະ ປຶ້ມຕຳລາຮຽນບາງປະເພດເທົ່ານັ້ນ, ສ່ວນປຶ້ມເລື່ອງ, ນະວະນິຍາຍ ຫລື ສາລະຫນ້າ ຮູ້ຕ່າງໆແມ່ນມີຫນ້ອຍຫລາຍ, ຖ້າຫ່າງອອກໄປຈາກນະຄອນຫລວງວຽງຈັນ ແລ້ວແມ່ນເກືອບຈະບໍ່ມີເລີຍ.
       ຕາມທັດສະນະຂອງຫລາຍ ຄົນເວົ້າວ່າ : ສິ່ງນີ້ແມ່ນເກີດຈາກ ສອງປັດໄຈຫລັກຄື :  1 ແມ່ນມາ ຈາກວົງການຂີດຂຽນ ປະດິດຄິດ ແຕ່ງຂອງເຫລົ່າທັບນັກຂຽນ, ນັກ ປະພັນລາວເຮົາຍັງບໍ່ທັນຟົດຟື້ນ ຈຶ່ງເຮັດໃຫ້ການຜະລິດປຶ້ມອ່ານຕ່າງໆອອກ ມາມີຫນ້ອຍ ແລະ ຈຸດນີ້ກໍມາຈາກຫລາຍເງື່ອນໄຂ ແຕ່ອັນສຳຄັນແມ່ນເບື້ອງມະຫາພາກເຮົາຍັງຂາດການສົ່ງເສີມທີ່ແຂງແຮງ
ເພື່ອຍົກສູງຄຸນຄ່າ ຂອງຜູ້ປະດິດຄິດແຕ່ງດັ່ງກ່າວ. ກໍດັ່ງພວກເຮົາຮູ້ນຳກັນແລ້ວວ່າກ່ອນຈະໄດ້ປຶ້ມອ່ານເຫລັ້ມຫນຶ່ງອອກມາ ຢ່າງຫນ້ອຍກໍຕ້ອງໃຊ້ເວລານັບເປັນເດືອນເປັນປີ ຫລື ບາງ ເລື່ອງກໍຍາວກວ່ານັ້ນ, ແຕ່ເມື່ອຜະລິດອອກມາແລ້ວຄຸນຄ່າທາງ ເສດຖະກິດພັດບໍ່ສູງ ແລະ ຈະເອົາຫຍັງມາລ້ຽງຜູ້ໃຊ້ມັນສະຫມອງ ເຫລົ່ານັ້ນ ຖ້າເບື້ອງລັດບໍ່ໃຫ້ການສະຫນັບສະຫນູນ. ສ່ວນອີກປັດໄຈຫນຶ່ງກໍແມ່ນເບື້ອງຕະຫລາດ, ຜູ້ຊື້-ຜູ້ຂາຍກໍຍັງຢູ່ເຂດຈຳກັດ, ຖ້າມີກໍແມ່ນຫນ້ອຍທີ່ສຸດທີ່ຈະເຫັນຄົນລາວ ເຮົາຈົກເງິນອອກມາຊື້ ປຶ້ມອ່ານໃດຫນຶ່ງ, ສ່ວນຫລາຍເຂົາເຈົ້າຈະສົນໃຈນຳແຕ່ແນວດື່ມແນວກິນຫລາຍກວ່າ.
      ເຫັນແລ້ວກໍເສົ້າ, ເມື່ອອາທິດຜ່ານມາ ນັກຂ່າວພວກເຮົາໄດ້ລົງສຳຜັດກັບຮ້ານຈຳຫນ່າຍປຶ້ມ ຂອງສຳນັກພິມຈຳຫນ່າຍທັງ ຢູ່ໃຈກາງຂອງນະຄອນຫລວງວຽງຈັນ ເຊິ່ງຫາກໍໄດ້ຮັບການປັບປຸງ ກໍ່ສ້າງຂຶ້ນໃຫມ່ຈາກທຶນຊ່ວຍເຫຼືອຂອງຫວຽດນາມ, ເປັນ ອາຄານກໍ່ສ້າງສູງ 3 ຊັ້ນ, ທີ່ມີຮູບໂສມສວຍງາມ ແລະ ຕົກແຕ່ງທັນສະໄຫມ, ຊັ້ນທຳອິດເປັນບ່ອນຈຳຫນ່າຍປຶ້ມຊະນິດຕ່າງໆ ໃຫ້ສັງຄົມທົ່ວໄປ, ສ່ວນຊັ້ນສອງຊັ້ນສາມ ແມ່ນໄວ້ສຳລັບຫ້ອງການຂອງສຳນັກພິມຈຳຫນ່າຍ. ຜູ້ຮັບຜິດຊອບຈຳຫນ່າຍຂອງ ສຳນັກພິມດັ່ງກ່າວໃຫ້ຮູ້ວ່າ : “ ພວກເຮົາໄດ້ເອົາໃຈໃສ່ປັບປຸງຕົນເອງໃນຂອດບໍລິການ ແລະ ການຕົກແຕ່ງຫ້າງຮ້ານເພື່ອເປັນ ສິ່ງດຶງດູດໃຈຂອງ ລູກຄ້າ, ແຕ່ແລ້ວ ຜູ້ເຂົ້າມາໃຊ້ບໍລິການແມ່ນມີຫນ້ອຍຫລາຍ ໂດຍສະເລ່ຍມື້ຫນຶ່ງຈະມີລູກຄ້າເຂົ້າ ມາພຽງ 25-30 ຄົນ ເທົ່ານັ້ນ, ສ່ວນຫລາຍແມ່ນພະນັກງານ, ລັດຖະກອນ, ພະສົງ ແລະ ສ່ວນໜຶ່ງ ກໍແມ່ນແຂກຕ່າງປະເທດ. ປຶ້ມທີ່ ຂາຍໄດ້ອ່າວໄຄແຕ່ກໍແມ່ນປຶ້ມວັນນະຄະດີ ພາສາລາວ, ປຶ້ມລະບຽບກົດຫມາຍ ແລະ ປຶ້ມທິດສະດີການເມືອງ-ການປົກຄອງ ອື່ນໆ ແຕ່ໃນສະພາບນີ້ກໍຕາມເມື່ອທຽບກັບແຕ່ກ່ອນກໍເຫັນວ່າການຈຳ ຫນ່າຍປຶ້ມຢູ່ລາວເຮົາໄດ້ມີການພັດທະນາດີຂຶ້ນ, ຂໍພຽງ ແຕ່ວົງການຂີດຂຽນຂອງລາວເຮົາໃຫ້ຟົດຟື້ນເພື່ອສາມາດຕອບສະຫອງປຶ້ມອ່ານຕ່າງໃຫ້ສັງຄົມໄດ້ພຽງພໍ.

1 comment:

  1. ຮ້ານຂາຍປື້ມທີ່ວ່ານີ້ ຊື່ແນວໃດ? ສະຖານທີ່ຢູ່ຈຸດໃດ?

    ReplyDelete