Ad

Ad

10 September 2013

ປະຊາກອນແຄມທາງໃຫຍ່ເດືອດຮ້ອນຍ້ອນແກ໋ງຂີ່ລົດກວນເມືອງ



      ປະຊາຊົນຫລາຍຄອບຄົວທີ່ມີເຮືອນຢູ່ແຄມຖະໜົນໄກສອນເມືອງໄຊເສດຖາ, ນະຄອນຫລວງວຽງຈັນຕ່າງກ່ໍເດືອດ ຮ້ອນຍ້ອນບໍ່ໄດ້ຫລັບໄດ້ນອນໃນຍາມຄ່ຳຄືນ, ຫລັງມີແກ້ງໄວລຸ້ນກຸ່ມໜຶ່ງຂີ່ລົດຈັກແຂ່ງຂັນກັນສົ່ງສຽງລົບກວນໄປທົ່ວບໍລິເວນ ແຕ່ບໍ່ເຫັນມີເຈົ້າໜ້າທີ່ຄົນໃດມາຄອຍສະກັດກັ້ນ.
             ປະຊາຊົນຫລາຍຄົນຢູ່ ບ້ານໂພນສະອາດ ເມືອງໄຊເສດຖາ ໄດ້ເລົ່າສູ່ນັກຂ່າວໜັງສືພິມລາວພັດທະນາຟັງກ່ຽວກັບ ສະພາບຄວາມເດືອດຮ້ອນຍ້ອນການປະພຶດໂຕເປັນນັກເລງອັນຕະພານຂອງໄວຫນຸ່ມກຸ່ມໜຶ່ງທີ່ສ້າງຄວາມລຳຄານໃຫ້ກັບປະ ຊາຊົນໃນເຂດດັ່ງກ່າວໃນຍາມຄ່ຳຄືນວ່າ: ເປັນເວລາເກືອບເດືອນແລ້ວທີ່ປະຊາຊົນໃນເຂດນີ້ໄດ້ອົດຫລັບອົດນອນຈາກການ ລົບກວນຂອງໄວ້ລຸ້ນກຸ່ມດັ່ງກ່າວທີ່ໃຊ້ເສັ້ນທາງສາຍນີ້ເປັນສະໜາມແຂ່ງລົດໃນຍາມເດິກປະມານ 24 ໂມງຫາ 3 ໂມງເຊົ້າ, ໂດຍມີລົດຈັກຫລາຍສີບຄັນທີ່ດັດແປງສະພາບໃຫ້ມີສຽງດັງຂັບຂີ່ໄປມາ, ລົດບາງຄັນມີໄວລຸ້ນຊາຍ-ຍິງນັ່ງຊ້ອນກັນເປັນຄູ່ຂັບ ຂີ່ດ້ວຍຄວາມໄວສູງຢ່າງເມົາມັນ ໂດຍບໍ່ຢ້ານກົວຕໍ່ອຸປະຕິເຫດທີ່ຈະເກີດຂຶ້ນ ແລະ ບໍ່ຄຳນຶງ ເຖິງຄວາມເດືອດຮ້ອນຂອງສັງຄົມ ທີ່ເປັນຍາມພັກຜ່ອນຫລັບນອນແມ່ນແຕ່ໜ້ອຍດຽວ. ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງຫາເຈົ້າໜ້າທີ່ກ່ຽວຂ້ອງຊ່ວຍຕິດຕາມກວດກາ ແກ້ໄຂ ແລະ ໃນສ່ວນຜູ້ປົກຄອງທີ່ເຫັນວ່າລູກຫລານຂອງຕົນເຂົ້າເຮືອນຜິດເວລາໃນຍາມເດິກດື່ນກໍຄວນມີການສຶກສາອົບ ຮົມກ່າວເຕືອນເຂົາເຈົ້າເພື່ອບໍ່ໃຫຫລົງທາງເຂົ້າໄປຮ່ວມຂະບວນເຄື່ອນໄຫວໃນທາງທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ.

No comments:

Post a Comment