Ad

Ad

10 September 2013

ມີຢາເສບຕິດຈຳນວນຫລາຍຖືກຍຶດໄດ້ໃນເດືອນສິງຫາຜ່ານມາ



            ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປີດ ເຜີຍວ່າ: ໃນເດືອນສິງຫາ 2013 ນີ້,ເຈົ້າໜ້າທີ່ຕົນສາມາດມ້າງຄະ ດີກ່ຽວກັບຢາເສບຕິດໃນທົ່ວປະເທດທັງໝົດ 121 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 168 ຄົນ, ຍິງ 34 ຄົນ ແລະ ຢຶດຂອງກາງຢາເສບ ຕິດປະເພດຢາບ້າໄດ້ຈຳນວນ 31 ພັນກວ່າເມັດ, ຢາໄອ 35 ກຣາມ, ເຮໂລອິນ 73 ກິໂລກຣາມ, ຝິ່ນ 506 ກຣາມ, ກັນຊາ 500 ກວ່າກິໂລ, ແປ້ງຝຸ່ນຢາບ້າ 67 ກວ່າກິໂລ, ຢາບ້າປອມ 250 ກວ່າເມັດ. ນອກຈາກນີ້ ຍັງສາມາດຍຶດອາວຸດ, ພາຫະນະ ແລະ ອຸປະກອນຜະລິດຢາເສບຕິດຂອງຂະບວນການຄ້າຂາຍຢາເສບຕິດໄດ້ຈຳນວນໜຶ່ງຄື:ລົດໃຫຍ່ 10 ຄັນ, ລົດ ຈັກ 6 ຄັນ, ປືນ 8 ກະບອກ, ລູກກະສູນ 48 ລູກ, ລະເບີດ 1 ໜ່ວຍ, ເຄື່ອງອັດຢາເສບຕິດ 2 ຊຸດ ເຊິ່ງຂອງກາງທີ່ຢຶດໄດ້ທັງໝົດຕົກເປັນ ມູນຄ່າຫລາຍຮ້ອຍລ້ານກີບ.

No comments:

Post a Comment