Ad

Ad

10 September 2013

“ ບ້ານຂອງຂ້ອຍ ” ລາຍການໂທລະພາບສຳລັບເດັກກ່ອນໄວຮຽນ



              ໃນວັນທີ 9 ກັນຍານີ້ກະຊວງຖະແຫຼ່ງຂ່າວ, ວັດຖະນະທຳ ແລະ ທ່ອງ ທ່ຽວຮ່ວມກັບອົງການຢູນິເຊັບຈັດພິທີ ເປີດລາຍການໂທລະພາບສຳລັບເດັກກ່ອນ ໄວຮຽນທີ່ມີຊື່ລາຍການວ່າ (ບ້ານຂອງຂ້ອຍ) ຂຶ້ນຢູ່ໂຮງແຮມດອນຈັນພາເລດ, ນະ ຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊະມູນຕຣີ, ລັດຖະມົນຕີຊ່ວຍວາການກະຊວງຖະແຫຼ່ງ ຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ທີມ ຊັບເຕີ, ຜູ້ຕາງໜ້າອົງການຢູນິເຊບປະຈຳລາວ, ມີພາກສ່ວນກ່ຽວຂ້ອງ, ພ້ອມ ດ້ວຍຫຼານນ້ອຍເຍົາວະຊົນເຂົ້າຮ່ວມເປັນຈຳນວນຫຼາຍ.
             ທ່ານ ສະຫວັນຄອນ ຣາຊະມົນຕຣີ ກ່າວວ່າ: ການສ້າງລາຍການໂທລະພາບສຳລັບເດັກກ່ອນໄວຮຽນແມ່ນສຳລັບ ເດັກນ້ອຍອາຍຸຕ່ຳກ່ວາ 6 ປີ, ເພື່ອກະຕຸກໃຫ້ເຂົາເຈົ້າມີຄວາມຮູ້ໃນການຮຽນ ແລະ ຢາກຮຽນຮູ້ສິ່ງຕ່າງໆອ້ອມຕົວ, ທັງເປັນ ການໃຫ້ຄວາມຮູ້ພື້ນຖານ ແລະ ທັກສະແກ່ເດັກ, ເພື່ອກຽມຄວາມພ້ອມໃນການເຂົ້າຮຽນ ແລະ ການດຳລົງຊີວິດປະຈຳວັນ, ລາຍການໂທລະພາບບ້ານຂອງຂ້ອຍແມ່ນສ່ວນໜຶ່ງຂອງບັນດາຍຸດທະສາດ, ຄວາມພະຍາຍາມໃນການພັດທະນາເດັກກ່ອນໄວ
ຮຽນໃນທົ່ວປະເທດ,ໃນຊຸມປີຜ່ານມາ, ສື່ມວນຊົນລາວໄດ້ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ເຮັດ ໃຫ້ປະຊາຊົນສາມາດໄດ້ເບິ່ງໂທລະພາບຂອງລາວ ແລະ ຕ່າງປະເທດຫຼາຍຂຶ້ນ ແລະ ລາຍການໂທລະພາບດັ່ງກ່າວ ຈະເປັນຕົວ ຢ່າງທີດີສຳລັບຜູ້ທີ່ຢາກຜະລິດສື່ສຳລັບເດັກ ແລະໄວໜຸ່ມໃນປະເທດ, ເພື່ອສົ່ງເສີມວັດທະນະທຳລາວ, ໃຫ້ຄວາມຮູ້ ແລະ ຄວາມມ່ວນຊື່ ແກ່ເດັກ, ການເປີດລາຍການໂທລະພາບສຳລັບເດັກກ່ອນໄວຮຽນ ຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກ ອົງການຢູນີເຊັບປະຈຳລາວ, ກະຊວງຖະແຫຼ່ງຂ່າວ, ວັດຖະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງສຶກສາທິການ ແລະ ກິລາ.
             ທ່ານ ທິມ ຊັບເຕີ ໄດ້ກ່າວວ່າ: ປັດຈຸບັນມີພຽງ 23 % ຂອງເດັກໄດ້ເຂົ້າຮ່ວມກິດຈະກຳທີ່ຈັດຂຶ້ນ, ສຳລັບການສຶກ ສາສຳລັບເດັກໃນລາວ ແລະ ໃນນັ້ນເດັກທີ່ຢູ່ເຂດຫ່າງໄກສອກຫຼີກຍັງບໍ່ໄດ້ເຂົ້າຮ່ວມເລີຍ ແລະ ດັ່ງນັ້ນຍ້ອນການເຂົ້າເຖິງສື່ໂທ ລະພາບທີ່ຂະຫຍາຍຕົວຢ່າງວ່ອງໄວ, ລາຍການໂທລະພາບບ້ານຂອງຂ້ອຍນີ້ຈະຊ່ວຍເດັກ, ລວມທັງເດັກທີ່ຢູ່ເຂດຫ່າງໄກ ສອກຫຼີກ, ໄດ້ຮຽນຮູ້ການສ້າງພື້ນຖານຄວາມສາມາດ ແລະ ຄວາມຮັກໃນການຮຽນ, ເນື່ອງຈາກລາຍການໂທລະພາບບ້ານ ຂອງຂ້ອຍມີທ່າອ່ຽງຈະໄດ້ຮັບຜົນສຳເລັດກວ່າໃນໂຮງຮຽນ, ມີຄວາມສາມາດກວ່າການເຂົ້າສັງຄົມ ແລະ ການສະແດງອາລົມ ທີ່ເໝາະສົມ, ຄວາມສາມາດທີ່ສູງກ່ວາໃນການພັດທະນາດ້ານການປາກເວົ້າ, ໂດຍສະເພາະເດັກທີ່ດ້ອຍໂອກາດຍ່ິງຈະໄດ້ຮັບ ຜົນປະໂຫຍດຈາກການຮຽນຮູ້ຜ່ານລາຍການນີ້, ການພັດທະນາເດັກກ່ອນໄວຮຽນແມ່ນການລົງທືນຕົ້ນຕໍໃນການພັດທະນາ ຊັບພະຍາກອນມະນຸດ ແລະ ການພັດທະນາເສດຖະກິດສັງຄົມ.
           ລາຍການໂທລະພາບສຳລັບເດັກກ່ອນໄວຮຽນບ້ານຂອງຂ້ອຍ, ແມ່ນລາຍການໂທລະພາບສຳລັບເດັກຮູບແບບໃໝ່, ເປັນຄັ້ງທຳອິດ, ມີເນື້ອໃນໃຈຄວາມຄົບຖ້ວນ, ມີສີສັນດຶງດູດ ແລະ ມີຕົວລະຄອນຕົວແທນຂອງເດັກຍິງ- ຊາຍຊົນເຜົ່າ. ເດັກ ພິການ ແລະ ກະຕຸນດິນໜຽວແມ່ນພາກສ່ວນສຳຄັນຂອງລາຍການນີ້, ລາຍການດັ່ງກ່າວຈະເລີ່ມອອກອາກາດທຸກໆວັນອາ ທິດເລີ່ມແຕ່ວັນ ທີ 15 ກັນຍາ 2013 ນີ້, ທາງໂທລະພາບແຫ່ງຊາດລາວຊ່ອງ 3, ຕອນເຊົ້າ ເວລາ 6 : 45 -7 : 00 ແລະ ໂທ ລະພາບລາວສະຕາຣ ຕອນເຊົ້າເວລາ 7 : 45 - 8 : 00.

No comments:

Post a Comment