Ad

Ad

15 October 2013

ເປີດທົດລອງໃຊ້ຂົວນ້ຳຂອງໄຊຍະບູລີ-ຫລວງພະບາງ



              ຂົວນ້ຳຂອງປາກຄອນ- ທ່າເດື່ອ ( ຫລວງພະບາງ- ໄຊຍະບູລີ ) ໄດ້ ເປີດທົດລອງນຳໃຊ້ໃນວັນທີ 12 ຕຸລານີ້ ພາຍຫລັງບໍລິສັດຜູ້ຮັບເໝົາໄດ້ສຸມໃສ່ ການກໍ່ສ້າງມາແຕ່ເດືອນພຶດສະພາ  2010 ເປັນຕົ້ນມາ.          
            ໃນພິທີເປີດທົດລອງນຳໃຊ້ຂົວແຫ່ງນີ້ໂດຍມີການເຂົ້າຮ່ວມຂອງຮອງເຈົ້າ ແຂວງທັງສອງແຂວງໄຊຍະບູລີ ແລະ ຫລວງພະບາງ.                        
           ທ່ານ ສີສຸພັນ ພິມສີປະສົມ ຫົວໜ້າໂຄງການກໍ່ສ້າງທາງ ຊຽງເງິນ-ປາກ ຄອນ ແລະ ຂົວຂ້າມນ້ຳຂອງປາກຄອນ-ທ່າ ເດື່ອ ໄດ້ລາຍງານວ່າ: ໂຄງການກໍ່ສ້າງຂົວນໍ້າຂອງປາກຄອນ- ທ່າເດື່ອ ແມ່ນສ່ວນ ໜຶ່ງຂອງໂຄງການປັບປຸງລະບົບຕາໜ່າງການ ຂົນສົ່ງຂອງອະນຸພາກພື້ນແມ່ນໍ້າຂອງຕອນເໜືອ ເຊິ່ງລວມເອົາການປັບປຸງທາງເລກ 4 ຍາວ ເກືອບ 400 ກິໂລແມັດ, ແຕ່ ເມືອງຊຽງເງິນ (ສາມແຍກທາງ 13 ເໜືອ, ແຂວງ ຫຼວງພະບາງ) ຫາບ້ານນາຄ່າ ( ຊາຍ ແດນລາວ-ໄທ ແຂວງໄຊຍະບູລີ), ສະ ເພາະຂົວນໍ້າຂອງແຫ່ງນີ້ ແມ່ນນອນໃນສັນຍາກໍ່ສ້າງທາງເລກ 4 ໄລຍະ I ຊຽງ ເງິນ -
ປາກຄອນ ແລະ ຂົວນໍ້າ ຂອງປາກຄອນ-ທ່າເດື່ອທີ່ໄດ້ຮັບການສະໜັບສະໜູນການເງິນຈາກລັດຖະບານສາທາລະນະລັດເກົາຫຼີ ເປັນເງິນກູ້ຢືມ 80% ແລະ ເງິນສົມທົບ ຂອງລັດຖະບານ ລາວ 20%, ລວມມູນຄ່າທັງໜົດ  ເກືອບ 10 ລ້ານໂດລາສະຫະ ລັດ. ຂົວແຫ່ງນີ້ມີຄວາມຍາວທັງໝົດ 620 ແມັດ ແລະ ກວ້າງ 10,5 ແມັດ, ໃນນັ້ນໜ້າທາງລົດແລ່ນມີ 2 ຊ່ອງການສັນຈອນ, ກວ້າງ 8 ແມັດ, ທາງຄົນຍ່າງເບື້ອງລະ 0,75 ແມັດ ແລະ ຂອບຮາວ 0,5 ແມັດ.ຂົວແຫ່ງນີ້ປະກອບມີ 6 ຊ່ອງ, ສະເພາະ 2 ຊ່ອງ ແມ່ນເສັ້ນ ທາງສົ້ນຂົວກວ້າງ 70 ແມັດ ແລະ 4 ຊ່ອງກາງນໍ້າກວ້າງ 120 ແມັດ, ເສົາຂົວກາງນໍ້າສູງ 45 ແມັດ, ໂດຍແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ, ມີບໍລິສັດໂດວາ ອິນຈິເນຍ ຣິງ ສາທາລະນະລັດເກົາຫຼີ ຮ່ວມກັບລັດວິສາຫະກິດວິສະວະກຳຄົມມະ ນາຄົມ ( ລາວ )ເປັນຜູ້ອອກແບບ ແລະ ຄວບຄຸມການກໍ່ສ້າງ ແລະ ບໍລິສັດອີຈັງ ຊີແອນດີ ຮ່ວມກັບ ບໍລິສັດກາບູນຄອນສະ ຕຣັກຊັນສາທາລະນະລັດເກົາຫຼີເປັນຜູ້ຮັບເໝົາກໍ່ສ້າງ. ຈາກນັ້ນ ທ່ານ ຮອງເຈົ້າແຂວງໄຊຍະບູລີ ແລະ ຫຼວງພະບາງ ໄດ້ຮ່ວມ ຕັດແຖບຜ້າເປີດທົດລອງນຳໃຊ້ຂົວດັ່ງກ່າວຢ່າງເປັນທາງການ.

4 comments:

  1. ຂົວຂ້າມແມ່ນ້ຳຂອງ ຢູ່ລະຫວ່າງ ບ້ານປາກຄອນ ເມືອງນານ ແຂວງຫລວງພຣະບາງ -ບ້ານທ່າເດືອ ເມືອງແລະແຂວງໄຊຍະບູລີ
    ບໍ່ແມ່ນ
    "ຂົວນ້ຳຂອງປາກຄອນ- ຊຽງເງິນ ແຂວງໄຊຍະບູລີ- ຫຼວງພະບາງ"...ເມືອງຊຽງເງີນ ຢູ່ທັດຈາກເມືອງນານກ່ອນ ຄືຂ້າມຂົວຈາກໄຊຍະບູລີ ມາ ແມ່ນ ບ້ານປາກຄອນ ເມືອງນານ ແລ້ວ ກໍ່ແມ່ນເມືອງຊຽງເງີນ ແລະເມືອງນີ້ຢູ່ໃນແຂວງຫລວງພຣະບາງ ບໍ່ແມ່ນຢູ່ແຂວງໄຊຍະບູລີ...ບອກເພື່ອຄັ້ງຫນ້າ ຈະບໍ່ໄດ້ຂຽນຜີດອີກ ຂອບໃຈທີ່ມີຂ່າວໃຫ້ອ່ານ

    ReplyDelete
  2. This comment has been removed by the author.

    ReplyDelete
  3. ໂດຍ ການຂຽນຂ່າວ ບໍ່ແມ່ນຈະຖືກຫມົດ ບາງຄັ້ງກໍ່ຜິດພາດ ກໍ່ມີ ມັນເປັນເລືງທຳມະດາ
    ຫວັງວ່າ ຫນັງສືພີມນີ້ ຄົງເປັນປະໂຫຍດຕໍ່ຄົນລາວ ບໍ່ຫລາຍກໍ່ນ້ອຍ
    ດີໃຈທີ່ໄດ້ອ່ານຫນັງສືພີມນີ້ ໃຫ້ເນື້ອຫາສາລະຫລາຍ ບໍ່ຄືກັບຫນັງສືພີມ ຂ່າວສານປະເທດລາວ ທັ້ງທີ່ເປັນຫນັງສືພີມທາງການ ແຕ່ການ ຂຽນຂ່າວໃຊ້ແຕ່ຄຳເກົ່າ ແລະການເອົາຂ່າວລົງໃຫ້ ຄົນອ່ານ ຜູ້ຂຽນຫມັ້ນໃຈ ຮ້ອຍເປອະເຊັນວ່າ ບໍ່ມີການກວດສອບ ກ່ອນລົງພີມ
    ເພາະສະນັ້ນຖ້າເປັນໄປໄດ້ ກໍ່ຢາກຈະໃຫ້ຫນັງສືພີມລາວພັດທະນານີ້ ໄປຊ່ວຍແນະນຳ ຫນັງສືພີມຂ່າວສານປະເທດລາວ ກໍ່ຫນ້າຈະເປັນການດີຫລາຍ ຂໍຂອບໃຈຫລາຍໆໆໆ

    ReplyDelete
  4. ຂອບໃຈສຳລັບການຕິດຕາມ ແລະ ການແນະນຳໃນຂໍ້ຜິດພາດຂອງຫນັງສືພິມ ຫວັງວ່າຈະໄດ້ຮັບຄວາມຄິດເຫັນດີໆຈາກທ່ານຜູ້ອ່ານ

    ReplyDelete