ນັບແຕ່ກາງເດືອນຕຸລາເປັນຕົ້ນມາ, ໄດ້ເກີດມີສະພາບປາຕາຍຢູ່ໜອງ ຫານ
ບ້ານນາທາມ ເມືອງປາກງື່ມ ນະຄອນ ຫລວງວຽງຈັນ ນັບເປັນຈຳນວນຫລາຍ ເຊິ່ງເຮັດໃຫ້ປະຊາຊົນບ້ານດັ່ງກ່າວມີຄວາມເປັນຫວ່ງຫລາຍ
ເນື່ອງຈາກວ່າໜອງຫານ ແມ່ນອູ່ເຂົ້າອູ່ປາທີ່ອຸດົມສົມບູນ ເປັນ ແຫລ່ງທຳມາຫາກິນຂອງປະຊາຊົນເຂດນີ້ມາ ແຕ່ເດິກດຳບັນ.
ທ່ານ ແຊວ ນາຍບ້ານນາ ທາມ ໃຫ້ຮູ້ວ່າ: ໜອງຫານ
ເປັນ ໜອງນ້ຳທຳມະຊາດແຕ່ດັ່ງເດີ່ມ ມີເນື້ອທີ່ປະມານ 200 ເຮັກຕາ, ເປັນ ບ່ອນຢູ່ອາໄສຂອງປານາໆ
ຊະນິດ,ເປັນແຫລ່ງທຳມາຫາຫິນ ຂອງປະຊາຊົນບ້ານນາທາມ ແລະ ບ້ານໃກ້ຄຽງ, ປະຊາຊົນເຂດນີ້ ນອກຈາກເຮັດນາແລ້ວ
ຍັງຖືອາຊີບຫາປາຢູ່ໜອງດັ່ງ ກ່າວມາບໍລິໂພກ ແລະ ຈຳໜ່າຍ ເປັນຈຳນວນຫລາຍ ຮ້ອຍກິໂລໃນແຕ່ລະມື້
ເພື່ອຊີວິດການເປັນຢູ່ ຂອງຄອບຄົວ.ແຕ່ຕົກມາປີ 2009, ໂຮງງານຜະລິດແປ້ງມັນຕົ້ນລາວ -ອິນໂດ
ຊາຍນາ ມາຕັ້ງຢູ່ຫລັກ 47 ເສັ້ນທາງເລກ 13 ໃຕ້ບ້ານນາ ຊອນ ເມືອງປາກງື່ມ ໄດ້ປ່ອຍນ້ຳ ເປື້ອນຈາກການຜະລິດຂອງໂຮງ
ງານລົງສູ່ຫ້ວຍກອຍໄຫລໄປອັ່ງ ຢູ່ໜອງຫານເຮັດໃຫ້ປາຕາຍເປັຈຳນວນຫລາຍ. ຈາກນັ້ນ, ໂຮງງານໄດ້ອອກມາສະແດງຄວາມ ຮັບຜິດຊອບເພື່ອບູລະນະປົວແປງ ແລະ ໄດ້ນຳເອົາລູກປາມາປ່ອຍຊົດເຊີຍ 3 ປີຊ້ອນຈຳນວນ 5 ແສນກວ່າໂຕ. ຈົນຕົກ ມາ ຮອດເດືອນຕຸລາ 2013 ນີ້, ປະຊາຊົນໄດ້ພົບເຫັນສະພາບປາຕາຍເປັນຈຳນວນຫລາຍຢູ່ໃນໜອງດັ່ງກ່າວໄດ້ປາກົດມາອີກ, ຂະ
ນະດຽວກັນ ນ້ຳໜອງກໍມີສີຜິດປົກກະຕິ ແລະ ມາໃນວັນທີ 29 ຕຸລາ2013ນີ້, ອຳນາດການປົກຄອງບ້ານຈຶ່ງໄດ້ສະເໜີຫາ
ພາກສ່ວນກ່ຽວຂ້ອງຄື ໜ່ວຍງານສິ່ງແວດລ້ອມເມືອງ ແລະ ນະຄອນຫລວງສົມທົບກັບໂຮງງານຜະລິດແປ້ງມັນຕົ້ນດັ່ງງານລົງສູ່ຫ້ວຍກອຍໄຫລໄປອັ່ງ ຢູ່ໜອງຫານເຮັດໃຫ້ປາຕາຍເປັຈຳນວນຫລາຍ. ຈາກນັ້ນ, ໂຮງງານໄດ້ອອກມາສະແດງຄວາມ ຮັບຜິດຊອບເພື່ອບູລະນະປົວແປງ ແລະ ໄດ້ນຳເອົາລູກປາມາປ່ອຍຊົດເຊີຍ 3 ປີຊ້ອນຈຳນວນ 5 ແສນກວ່າໂຕ. ຈົນຕົກ ມາ ຮອດເດືອນຕຸລາ 2013 ນີ້, ປະຊາຊົນໄດ້ພົບເຫັນສະພາບປາຕາຍເປັນຈຳນວນຫລາຍຢູ່ໃນໜອງດັ່ງກ່າວໄດ້ປາກົດມາອີກ, ຂະ
ກ່າວ ແລະ ອຳນາດການປົກຄອງບ້ານ
ລົງກວດກາ ໂດຍໄດ້ເອົານ້ຳໜອງມາວິໄຈຫາສາເຫດ ແຕ່ມາຮອດປັດຈຸບັນ, ຜົນການພິ ສູດ-ວິໄຈ ຍັງບໍ່ມີຄຳຕອບທີ່ແນ່ນອນ
ແລະ ບໍ່ຮູ້ວ່າດົນປານໃດຈະສາມາດລົງຫາປາຢູ່ໜອງດັ່ງກ່າວໄດ້ ຈຶ່ງເຮັດໃຫ້ປະຊາຊົນ ມີຄວາມເດືອດຮ້ອນບໍ່ໜ້ອຍຕໍ່ການດຳລົງຊີວິດ
ແລະ ທຳມາຫາກິນຢູ່ບໍລິເວນດັ່ງກ່າວຂອງເຂົາເຈົ້າ.
ກະຍ້ອນສະພາບແວດລ້ອມຖືກທຳລາຍ, ໂຮງງານຖິ້້ມສານເຄມີລົງ, ປະຊາຊົນຖີ້ມຂີ້ເຫຍື້ອລົງ, ນໍ້າເສຍຈາກບ້ານເຮືອນ....ນີ້ແລະຄຳຕອບ....ການປ້ອງກນກະມີ, ທົ່ວໂລກເຂົາປ່າວປະກາດເປັ້ງໆ ບໍ່ຮຽນເອົາບໍ່ຄຶດເຖຶງອະນາຄົດວ່າຕົ້ນປາຍສາຍເຫດມາຈາກໃສ ບາດນີ້ຈຶ່ງຊິມາແກ້ ສົ້ນເຫດປາຍເຫດບໍ່ຄຶດ....
ReplyDeleteການຈັດຕັ້ງລັດ ແມ່ນສ້າງຂຶ້ນເພື່ອພັດທະນາປະເທດຊາດບ້ານເມືອງ ເປົ້າຫມາຍແມ່ນເຮັດແນວໃດແກ້ໄຂຄວາມຫຍຸ້ງຍາກ ຄວາມທຸກຈົນຂອງປະຊາຊົນ ດັ່ງນັ້ນ ການແກ້ໄຂຄວາມເດືອດຮ້ອນຂອງປະຊາຊົນ ຈຶ່ງເປັນຫນ້າທີ່ຕົ້ນຕໍ ຫາກບໍ່ແມ່ນການປະຊຸມ ຫລືວຽກອື່ນ ຖ້າຈຳເປັນແທ້ ກໍຄວນຈັດຕັ້ງແບ່ງຫນ້າທີ່ກັນ ແຕ່ງຕັ້ງຫນ່ວຍງານສະເພາະ ບໍ່ແມ່ນຊິປ່ອຍປະລະເລີຍ ໃຫ້ປະຊາຊົນໃຫ້ເດືອດຮ້ອນໃຫ້ສັງຄົມເຂົ້າໃຈຜິດຕໍແນວທາງຂອງພັກ ແລະລັດ
ReplyDelete