Ad

Ad

8 November 2013

ຄວນບໍທີ່ດິນສາທາລະນະຕ້ອງຖືກແກ່ງແຍ້ງທາງທຸລະກິດໃນງານບຸນປະເພນີ



           ບຸນ​ນະມັດສະການ​ພະທາດ​ຫລວງ​ເປັນ​ບຸນ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ​ທີ່​ຈັດ​ຂຶ້ນທຸກ​ປີ ​ເພື່ອ​ຮັກສາ​ໄວ້​ວັດ ທະນະທຳ ​ແລະ ຮີດ​ຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ, ​ແຕ່​ໃນ​ປັດຈຸ ບັນ​ຄົນ​ສ່ວນ​ຫລາຍ​ລືມ​ໄປ​ວ່າ​ພວກ​ເຮົາ​ເຮັດບຸນ​ປະ​ເພນີ​ເພື່ອ​ຫຍັງ ​ແລະ ​ເຫັນ​ບຸນ​ປະ​ເພນີ​ເປັນ​ໂອກາດ​ຫາ​ເງິນ​ເຂົ້າຖົງ​ຕົນ​ເອງ, ຍິ່ງ​ໄປ​ກວ່ານັ້ນ ງາ​ນຸບນ​ໃນ​ປັດຈຸບັນ​ແມ່ນ​ຖືກ​ເບິ່ງ​ໃນ​ທາງ​ທຸລະ​ກິດໂດຍ​ສະ​ເພາະ​ ທີ່​ດິນ​ບ່ອນ​ຕັ້ງຮ້ານ​ວາງສະ​ແດງ​ຂາຍ​ສິນຄ້າ ​ແລະ ອີກ​ບໍ່ພໍ​ເທົ່າ​ໃດ​ມື້ ຂ້າງ​ໜ້າ ບຸນ​ນະມັດສະການ​ພະ ທາດ​ຫລວງ​ກໍ​ໄດ້​ເລີ່​ມຂຶ້ນ, ປັດຈຸ ບັນ​ຜູ້​ສຳ​ປະທານ​ພວມ​ຈັດ​ສັນ​ສະຖານ​ທີ່​ໃຫ້​ຜູ້​ປະ ກອບ​ການ​ເຂົ້າຈັບ ຈອງ, ​ແຕ່​ໃນ​ຂະນະ​ດຽວ​ກັນສຳ​ພັດ​ມີ​ຫາງ​ສຽງ​ຈາກ​ຜູ້​ປະກອບ​ການ​ຄ້າຂາຍ​ບໍ່​ໜ້ອຍວ່າ​ຄ່າ​ເຊົ່າ​ທີ່​ດິນ​ປີນີ້ມີ​ລາຄາ​ແພງ​ກວ່າ​ປີ​ກ່ອນ, ​ເຖິງ​ວ່າ​ລາຄາ​ເຊົ່າ​ດິນ​ຈະ​ສູງ, ​ແຕ່​ກໍ​ມີ​ຄົນ​ຈຳນວນ​ຫລາຍ​ຍາດ​ແຍ່ງ​ກັນ​ຈັບຈອງ​ທີ່​ດິນ​ເພື່ອ​ຂາຍ​ສິນ ຄ້າ, ຊ້ຳບໍ່​ໜຳ ບາງ​ຄົນ​ຕ້ອງ​ໄດ້​ເຊົ່າ​ດິນ​ຕໍ່​ຈາກ​ຄົນ​ອື່ນ​ຍິ່ງ​ເຮັດ​ໃຫ້​ມີ​ລາຄາ​ແພງ​ຂຶ້ນອີກ ອັນ​ສົ່ງ​ຜົນ​ເຮັດ​ໃຫ້​ດິນ​ສາທາລະນະ​ເຂດ​ບໍລິ​ເວນ​ທາດຫລວງ​ກາຍ​ເປັນ​ການ​ແຍ່ງ​ຊິງ​ທາງ​ທຸລະ​ກິດ​ລະຫວ່າງ​ຜູ້​ສວຍ​ໂອກາດ​ກັບ​ຊາວ​ຄ້າ ຂາຍ, ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ຍັງ​ສົ່ງ​ຜົນ​ຕໍ່​ລາ ຄາ​ສິນຄ້າ ​ແລະ ຜູ້​ປະກອບ​ການ. ຕົວຢ່າງ​ເມື່ອ​ກ່ອນ​ສິນຄ້າ​ທີ່​ວາງ​ຂາຍ ​ແລະ ​ເປັນ​ເອກະລັກ​ຂອງ​ງານ​ບຸນ​ປະ​ເພນີ​ແມ່ນ​ເຂົ້າຫລາມ​ປີ້ງ​ໄກ່, ​ແຕ່​ເນື່ອງ​ຈາກ​ລາຄາ​ເຊົ່າ​ດິນ​ແພງ ຈຶ່ງ​ເຮັດ​ໃຫ້​ສິນຄ້າ​ເຫລົ່າ ນີ້ໜ້ອຍ​ລົງ​ທຸກ​ມື້ ​ແລະ ມີ​ສິນຄ້າ​ຈາກ​ຕ່າງປະ​ເທດ​ເຂົ້າມາ​ແທນ​ຫລາຍ​ຂຶ້ນ.

          ຈາກ​ບັນຫາ​ທີ່​ກ່າວ​ມາ​ນັ້ນ ​ເຫັນ​ວ່າ​ບໍ່​ເປັນ​ການ​ເໝາະ​ສົມ​ທີ່​ຈະ​ເອົາ​ບຸນ​ປະ​ເພນີ​ມາ​ເປັນ​ສາກ​ບັງ​ໜ້າ ​ເພື່ອ​ເຮັດ​ທຸລະ​ກິດ​ຫາ​ຜົນ​ປະ​ໂຫຍ​ດ​ເຂົ້າຖົງ​ຕົນ​ເອງ ​ໂດຍ​ບໍ່​ຄຳນຶງ​ເຖິງ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ ​ແລະ ຄຸນຄ່າ​ຂອງ​ພະທາດ​ຫລວງ ກໍ​ຄື​ບຸນ​ປະ​ເພນີ​ຕ່າງໆ​ທີ່​ຊາວ​ລາວ​ເຄີຍ​ນັບຖື​ກັນ​ມາ. ດັ່ງນັ້ນ ຕໍ່​ບັນຫານີ້ ພາກ ສ່ວນ​ກ່ຽວຂ້ອງ ​ໂດຍ​ສະ​ເພາະ​ຄະນະ​ກຳມະການ​ຈັດ​ງານ​ບຸນ​ຄວນ​ທົບ​ທວນ ​ແລະ ຫາ​ທາງ​ແກ້​ໄຂ ​ເພື່ອ​ເຮັດ​ແນວ​ໃດ​ບໍ່​ໃຫ້​ມູນ​ເຊື້ອວັດ ທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ​ສູນຫາຍ​ໄປ​ເທື່ອ​ລະ​ກ້າວ.

2 comments:

  1. ການຂາຍຄວນໃຫ້ບູລິມະສິດແກ່ຜູ້ປະກອບການພາຍໃນ ໂດຍສະເພາະສົ່ງເສີມຊາວກະສິກອນ... ເພື່ອໃຫ້ມີໂອກາດແຂ່ງຂັນ ກັບຕ່າງປະເທດ ອັນນີ້ພັດຄາດລາດໃຫ້ຕ່າງປະເທດ ແລະນາຍທຶນ ເຫນືອກວ່າທຸກດ້ານ ຄົງຊິຈະເລີນງ່າຍ ເພາະມັນສວນທາງກັບແນວທາງພັກ-ລັດ ຜູ້ໄດ້ເງິນພັດຍັງແມ່ນພວກຫົວໃສຫາກິນໃນຊ່ອງທາງ ລັດກັບປະຊາຊົນ ກະຍັງຍາກຄືເກົ່າ

    ReplyDelete