Ad

Ad

25 March 2013

ກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນມີນາ 2013 ໄດ້ຫາລືຫລາຍບັນຫາສຳຄັນຂອງຊາດ



       ໃນນທີ 19-21 ມີນານີ້, ຢູ່ຫ້ອງວ່າການລັດຖະບານ ຄະນະລັດຖະບານ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງ ວຽກງານສໍາຄັນ ໂດຍຜ່ານສອງກອງປະຊຸມ ຄືກອງ ປະຊຸມສະໄໝສາມັນຂອງລັດຖະບານ ແລະ ກອງປະຊຸມ ນາຍົກ-ຮອງນາ ຍົກລັດຖະມົນຕີປະຈໍາເດືອນມີນາ 2013 ພາຍໃຕ້ການເປັນປະທານຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ.     
         ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາຫ້ອງວ່າການລັດຖະບານທັງເປັນໂຄສົກລັດຖະບານໄດ້ຖະແຫລງວ່າ: ກອງປະຊຸມໄດ້ພິຈາລະນາບົດລາຍງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບບັນຫາແຮງງານຕ່າງປະ ເທດທີ່ເຂົ້າມາທໍາຫາກິນ ແລະ ອອກແຮງງານທັງຖືກຕ້ອງ ແລະ ບໍ່ຖືກຕ້ອງຢູ່ລາວໂດຍກອງປະຊຸມມີຄໍາຫັນວ່າ: ການນໍາໃຊ້ ແຮງງານຕ່າງປະເທດໃນຂົງເຂດຕ່າງໆແມ່ນມີຄວາມຈໍາເປັນ ແລະ ຫຼີກລ້ຽງບໍ່ໄດ້ຕາມຄວາມຕ້ອງການຂອງແຕ່ລະປະເທດ.

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫລືອລາວ 4 ໂຄງການເພື່ອປັບປຸງຂະແຫນງສາທາລະນະສຸກ



      ​ໃນ​ວັນ​ທີ 22 ມີນາ 2013 ຢູ່​ກະຊວງ​ສາທາລະ ນະ​ສຸກ​ໄດ້​ມີ​ພິທີ​ເຊັນ​ສັນຍາ​ຊ່ວຍ​ເຫລືອ 4 ​ໂຄງການຄື ​:ໂຄງການ​ປັບປຸງ​ອຸປະ​ກອນ​ການ​ແພດ ​​ໃຫ້​ແກ່​ໂຮງໝໍ​ມະ​ໂຫສົດຂອງ​ພະ​ແນ​ກຫູ,ດັງ,ຄໍ,​ໂຄງ ການ​ກໍ່ສ້າງ​ລະບົບ​ນ້ຳ​ລິນທີ່​ບ້ານ​ໂພ​ສີ ​ແລະ ບ້ານ​ນາ​ໂຄ້ ​ເມືອງ​ຜາ​ໄຊ ​ແຂວງ​ຊຽງ​ຂວາງ, ​ໂຄງການ​ປັບປຸງ​ສຸກສາລາ ຢູ່​ ເມືອງ​ອຸທຸມ ພອນ ​ແຂວງສະ ຫວັນ​ນະ​ເຂດ ແລະ ​ໂຄງການ​ກໍ່ ສ້າງ​ລະບົບ​ນ້ຳ​ລິນ ບ້ານປາກ​ຊຸນ ​ແລະ ບ້ານຫາດ​ຊາຍ​ຄຳ ​ເມືອງ​ປາກ​ກະດິງ ​ແຂວງ ບໍລິ​ຄຳ​ໄຊ ລວມມູນ​ຄ່າກໍ່ສ້າງ​ປະມານ 2 ແສນ​ກວ່າໂດລາສະຫະລັດ ເຊິ່ງໄດ້ມີການ ເຊັນ​ສັນຍາ​ລະຫວ່າງ ທ່ານ ນາງ ຈຸນ​ໂກະ ​ໂຢ​ໂກ​ຕະ ​ເອກ​ອັກ​ຄະຣາ​ຊະ​ທູດຍີ່​ປຸ່ນ​ປະ​ຈຳລາວ ແລະ  ທ່ານ ດຣ ບຸນ​ທະ​ພານີ ບຸນ​ຊ່ວຍ ຜູ້​ອຳນວຍ​ການ ໂຮງໝໍ​ມະ​ໂຫສົດ, ທ່ານ ດຣວິນ​ຍານ  ​ເຈີ້​ຢ່າງ​ໄຊ​ຈູ ຫົວໜ້າ​ພະ​ແນ​ກສາ ທາລະນະ​ສຸກແຂວງ​ຊຽງ​ຂວາງ, ທ່ານ ດຣ ສົມ​ພອນ ຈັນ​ທະສຸກ ຫົວໜ້າ​ພະ​ແນ​ກສາທາລະນະ​ສຸກ​ແຂວງ​ບໍລິ​ຄຳ​ໄຊ, ທ່ານ ດຣ ບຸນ​ໂຮງ ​ແສງ​ອາ​ລຸນ ຫົວໜ​້າຫ້ອງ ການ​ສາທາລະນະ​ສຸກ ​ເມືອງອຸທຸມພອນ ​ແຂວງ​ສະຫວັນນະ​ເຂດ ໂດຍ​​ໃຫ້​ກຽດເຂົ້າຮ່ວມ​ເປັນ​ສັກ​ຂີ​ພະຍານ​ຂອງທ່ານ ສາສະດາ ຈານ ດຣ ​ເອກ​ສະຫວ່າງ ວົງ​ວິ ຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາທາ ລະນະ​ສຸກ.

ຄະນະ​ຈັດຕັ້ງສູນ​ກາງ​ພັກ ທົບ​ທວນຄືນ 58 ປີ ​ແຫ່ງ​ການ​ສ້າງຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ



      ຄະນະ​ຈັດຕັ້ງສູນ​ກາງ​ພັກ ​ຈັດ​ປາຖະກະຖາ​ວັນ​ສ້າງຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ (22/3/1955​-23/3/2013 ​ແລະ ວັນ​ສ້າງ​ຕັ້ງຄະນະ​ຈັດຕັ້ງສູນ​ກາງ​ພັກ (25/3/ 1955- 25/3/2013) ຄົບຮອບ 58 ປີ ​ພ້ອມ​ທັງຈັດ​ພິທີ​ມອບ ບັດ​ສະມາຊິກ​ພັກ​ສົມບູນ ຊຸດ​ທີ 1 ຈຳນວນ 87 ສະຫາຍ, ຍິງ 24 ສະຫາຍ ​ໂດຍ​ການ​ເປັນ​ກຽດ​ມອບ​ບັດສະມາຊິກ​ພັກ ​ແລະ ຂຶ້ນປາຖະກະຖາ ຂອງ ສະຫາຍ ຈັນ​ສີ ​ໂພ​ສີຄຳ, ​ເລຂາທິ ການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າ​ຄະນະ​ຈັດຕັ້ງສູນ​ກາງ​ພັກ, ມີ​ບັນດາ​ສະມາຊິກ​ພັກ, ພະນັກງານ​ພາຍ​ໃນ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.
ສະຫາຍ ຈັນ​ສີ ​ໂພ​ສີຄຳ, ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າ​ຄະນະ​ຈັດຕັ້ງສູນ​ກາງ​ພັກ ໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີຂອງພັກ​ແຕ່ລະ​ໄລຍະນັບແຕ່ວັນສ້າງຕັ້ງຈົນເຖິງ ປະຈຸບັນ ຊຶ່ງເປັນພັກທີ່ມີການນຳພາອັນສະຫຼາດສ່ອງໃສ ຊີ້ນຳໆພາປະຊາຊົນລາວບັນດາເຜົ່າ ໃນການຕໍ່ ສູ້ກູ້ຊາດ ຕ້ານຈັກກະ ພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍ ປະເທດຊາດຢ່າງສົມບູນໃນວັນທີ 2 ທັນວາ 1975 ແລະ

ປະກາດແຕ່ງຕັ້ງຫົວໜ້າອຳນວຍການສຳນັກຂ່າວສານປະເທດລາວ



       ພິທີປະກາດແຕ່ງຕັ້ງ ຫົວໜ້າ ອຳນວຍການຂ່າວສານປະເທດ ລາວ ໄດ້ມີຂຶ້ນ ໃນວັນທີ 21 ມີນາ 2013 ນີ້ ທີ່ສຳນັກງານ ດັ່ງກ່າວ ໂດຍແມ່ນທ່ານ ສູນທອນ ຄັນ ທະວົງ ໄດ້ຮັບການການແຕ່ງຕັ້ງ ເປັນຫົວໜ້າອຳນວຍການ ສຳນັກຂ່າວສານປະເທດ ລາວຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 43/ນຍ ລົງວັນທີ 20/2 /2013.
          ໃນພິທີດັ່ງກ່າວ ມີ ທ່ານ ສະຫວັນຄອນ ຣາຊະມົນຕີ ຄະນະປະຈຳພັກກະ ຊວງ, ລັດຖະມົນຕີ ຊ່ວຍ ວ່າການກະຊວງ ຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ໜູໄຜ່ ກຸນລະວົງ, ຄະ ນະພັກກະຊວງ, ຫົວໜ້າກົມຈັດຕັ້ງກະຊວງ ຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ມີບັນ ດາຄະນະອຳນວຍການ, ຫວົໜ້າ ພະແນກ, ຮອງພະແນກ ແລະ ພະ ນັກງານໃນທົ່ວສຳນັກຂ່າວສານປະເທດລາວເຂົ້າຮ່ວມ.

ທະນາຄານຮ່ວມທຶນລາວ-ຈີນ ຈະເລີ່ມເປີດໃຫ້ບໍລິການໃນກາງປີນີ້



        ສປປ ລາວ ​ແລະ ສປ ຈີນ ຈະສ້າງຕັ້ງ​ທະນາຄານຮ່ວມ​ທຶນເປັນ​ຄັ້ງ​ປະຫວັດສາດ​ໃນ​ຕະຫຼາດ​ການ​ເງິນ-​ເງິນຕາ​ ຂອງ​ສອງ​ປະ​ເທດ ລາວ​-ຈີນ ຊຶ່ງທະນາຄານ​ກາງຂອງລາວ ​ໄດ້​ໃຫ້ການ​ສະໜັບສະໜູນ​ການ​ສ້າງ​ຕັ້ງ​ທະນາຄານ​ຮ່ວມ​ທຶນ ລາວ-ຈີນ. ຄວາມເປັນ​ໄປ​ໄດ້​ດັ່ງກ່າວມີການ​ປຶກສາ​ຫາລື​ກັນ​ຄັ້ງ​ຫຼ້າ​ສຸດ​ໃນ​ວັນ​ທີ 21 ມີນາ 2013 ນີ້ ທີ່​​ທະ​ນາຄາ​ນ​ແຫ່ງ ສ ປປ ລາວ ​​ໃນ​ໂອກາດ​ທີ່ຄະນະ​ຜູ້​ບໍ​ລິ​ຫານ​ລະດັບ​ສູງທະນາຄານ​ຟູ້ຕ່ຽນ ​ແຫ່ງ ສປ ຈີນ ( Fudian Bank ) ນຳ​​ໂດຍ​ທ່ານ​ ລູ ຢິ້ງ ( Lu Yun ) ຮອງ​ປະທານ​ສະພາ​ຜູ້​ບໍລິຫານທະນາຄານ​ດັ່ງ ກ່າວ​ໄດ້​ເຂົ້າ​ພົບປະກັບ​ທ່ານ ສົມ​ພາວ ​ໄຟ​ສິດ ຜູ້​ວ່າການ​ທະນາ ຄານ ​ແຫ່ງ ສ ປປ ລາວ.
        ​ການ​ພົບ​ປະກັນ​ຄັ້ງ​ນີ້ ທ່ານ​ຮອງ​ປະ​ທານ​ສະພາ​ຜູ້​ບໍລິຫານ​ທະນາຄານ​ຟູ້ຕ່ຽນ ​ໄດ້​ລາຍ​ງານ​ສະພາບ​ຄວາມ​ພ້ອມ​ໃນ​ການ​ກະ ກຽມ​ສ້າງ​ຕັ້ງ​ທະນາຄານ​ຮ່ວມ​ທຶນ ລາວ-ຈີນ ​ໃນ​ແຕ່​ລະ​ດ້ານ​ແຕ່ ລະ​ໄລຍະ​ໃຫ້​ທ່ານ​ຜູ້​ວ່າການ​ທະ ນາຄານແຫ່ງ ສປປ ລາວ ຮັບ​ຊາບ. ທ່ານຜູ້​ວ່າການທະນາຄານ ແຫ່ງ ສ ປປ ລາວ ​ກໍ​ໄດ້​​ໃຫ້ການ​ສະໜັບສະໜູນ ​ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ທະນາຄານ​ຮ່ວມ​ທຶນ ລາວ-ຈີນ ​ໂດຍ​ປະຕິບັດ​ຕາມ​​ແຕ່ລະ​ຂັ້ນ​ຕອນ ​ແລະ ລະບຽບ​ກົດໝາຍຕ່າງໆ ​ໂດຍ​ສະ​ເພາະ​ກົດ ໝາຍ​ວ່າ​ດ້ວຍ​ທະນາຄານ​ທຸ ລະ​ກິດຂອງ ສ ປປ ລາວ, ພ້ອມ​ດຽວ​ກັນ​ນັ້ນ ທ່ານ​ຜູ້​ວ່າການ​ກໍ​ໄດ້​ສະ​ເໜີ​ໃຫ້​ຄະນະ​ນຳ​ທະນາຄານ ຟູ້ ຕ່ຽນ ​ແລະ ​ພະນັກງານ​ນຳ​ເອົາ​ຜະລິດ​ຕະພັນ​ທີ່​ຫຼາກ​ຫຼາຍ ​ແລະ ທັນ​ສະ​ໄໝ​ມາ​ໃຫ້​ບໍລິການ​ແກ່​ສັງຄົມ.

ເປີດສູນຄວາມງາມ slim concept ຢູ່ບ້ານສີຫອມ



         ພິທີເປີດໂຕ ສູນຄວາມງາມ slim concept ໄດ້ຈັດຂຶ້ນໃນວັນທີ 23 ມີນາ 2013 ຢູ່ ບ້ານ ສີຫອມ ເມືອງ ຈັນທະບູລີ ນະຄອນຫຼວງ ວຽງຈັນ ໂດຍ ນາງ ພລອຍ ເຊີມານ ນັກສະແດງຈາກປະເທດ ເພື່ອນບ້ານມາ ເປັນຜູ້ບັນ ຍາຍ ແລະ ໂຊຮູບຫ່າງ ຫຸ່ນດີ ໃນການ ເຂົ້າເປັນສະມາຊິກບໍລິການຂອງສູນ.
          ທ່ານ ນາງ ຈັນທະຈອນ ວົງໄຊ ປະທານຜູ້ບໍລິຫານ ສູນ ຄວາມງາມດັ່ງກ່າວ ໃຫ້ຮູ້ວ່າ: ການເປີດ ສູນຄວາມງາມແຫ່ງ ນີ້ ກໍເພື່ອເຮັດໃຫ້ປະຊາຊົນລາວ ສາມາດມາໃຊ້ບໍລິການ ແລະ ຮັກສາ ຫຸ່ນໃຫ້ດີ, ເພື່ອບໍ່ຕ້ອງໄດ້ເດີນທາງໄປໄກຍັງປະເທດ ເພື່ອນບ້ານ, ພ້ອມດຽວກັນສູນດັ່ງກ່າວ ແມ່ນສ້າງຂຶ້ນ ດ້ວຍການຮ່ວມທຶນກັບ ບໍລິສັດ ມິລາເຄີນ ບິວຕີ້ ສະປາຈຳກັດ ເຊິ່ງເປັນ ບໍລິສັດ ໄດ້ຮັບຄວາມນິຍົມຫຼາຍ ໃນປະ ເທດໄທ ທີ່ເຮັດທຸລະກິດ ຮັກສາ ຄວາມງາມ.
       ທ່ານ ນາງ ປຸນນະພາ ເຕຊະ ໂຣດນະກຸນ ປະທານກຳມະການ ບໍລິສັດ slim concept ລາວ ກ່າວ ວ່າ: ສູນຄວາມງາມພວກເຮົາ ມີຄວາມທັນສະໃໝ ແລະ ບໍລິການລູກຄ້າທີ່ດີ ໂດຍທີ່ມີຄວາມ ເຊື່ອໝັ້ນໃນການປັບຫຸ່ນ ງາມໄດ້ ດັ່ງໃຈເຫັນຜົນພາຍໃນ 10 ວັນ ດ້ວຍການໃຊ້ສານສະກັດເຂັ້ມຂຸ້ນ ຈາກດອກໄມ້ນາໆພັນໃນ ເອີຣົບ ແລະ ສານສະກັດຈາກໃຕ້ ທ້ອງທະເລ ເມດີເຕີເຣນຽນ ເລີ ຄ່າ ແລະ ພວກເຮົາໄດ້ປະສົມປະສານຮ່ວມກັບນະວະ ຕະກຳລ່າ ສຸດໃນການສະລາຍໄຂມັນຈະ ເຮັດໃຫ້ທ່ານ ສາມາດມີຫຸ່ນ ແລະ ຮູບຮ່າງສວຍງາມ.

ຈະມີການປະກວດຕົວແທນນັກສຶກສາສະຖາບັນພາສາຝຣັ່ງປະຈຳ 2013



       ສະຖາບັນການສຶກສາພ ສາຝຣັ່ງ (ສູນພາສາ ຝຣັ່ງ) ປະຈຳລາວ ຈະຈັດງານປະກວດ ເພື່ອຄັດເລືອກ ຕົວແທນນັກສຶກສາ ທີ່ມີຄວາມຮູ້, ຄວາມສາມາດ ແລະ ພອນສະຫວັນ ດ້ານພາສາຝຣັ່ງ, ການເດີນ ແບບ ເສື້ອຜ້າ ແລະ ການສະແດງສິລະປະ ຕ່າງໆປະຈຳປີ 2013 ການປະກວດຈະເລີມ ຂຶ້ນໃນຕອນ ແລງຂອງວັນສຸກ ທີ 29 ມີນາ 2013 ທີ່ສະຖາບັນ ພາສາຝຣັ່ງ ​ເຊິ່ງ ພິທີຖະແຫຼ່ງ ຂ່າວການຈັດງານດັ່ງ ກ່າວມີ ຂຶ້ນໃນວັນທີ 22 ມີນາ 2013 ທີ່ ສະຖາບັນ ການສຶກສາພາສາ ຝຣັ່ງປະຈຳລາວ ນະ ຄອນຫຼວງວຽງຈັນໂດຍ ການເປັນກຽດເຂົ້າຮ່ວມຂອງ ທ່ານ ລໍ​ເລນ ມອນ​ຕີ​ເລດ (Laurent Montillet ) ຮອງອຳນວຍ ການ ສະຖາບັນການສຶກສາພາສາຝຣັ່ງປະຈຳລາວ, ມີຕົວແທນນັກສຶກສາທີ່ເຄີຍໄດ້ຮັບລາງວັນຈາກງານດັ່ງກ່າວປະຈຳ ປີຜ່ານມາ ຕະຫຼອດຮອດສື່ມວນຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
         ທ່ານ ຮອງອຳນວຍການສະຖາບັນການສຶກສາພາສາ ຝຣັ່ງ ປະຈຳລາວກ່າວ ວ່າ: ງານປະກວດຕົວແທ່ນນັກສຶກສາສະ ຖາບັນພາສາຝຣັ່ງປະຈຳລາວໄດ້ຈັດຂຶ້ນເປັນຄັ້ງທຳອິດໃນປີ 2010 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຝຣັ່ງໂກ ໂຟນີ ເພື່ອຄັດເລືອກເອົາຕົວແທ່ນນັກສຶກສາພາສາຝຣັ່ງຍິງ ແລະ ຊາຍ ໃນການເຮັດ ໜ້າທີ່ໂຄສະນາສະຖາບັນພາສາຝຣັ່ງ, ເຄື່ອນ ໄຫວກິດຈະກຳຕ່າງໆຕະຫຼອດປີ ຈັດໂດຍສະຖາບັນພາສາຝຣັ່ງ.

ກຽມຈັດຄອນເສີດການກຸສົນເພື່ອຊ່ວຍເຫລືອຜູ້ພິການທາງສະຫມອງ



     ໃນ​ວັນ​ທີ 22 ມີນານີ້, ສະມາ​ຄົມ​ເພື່ອ​ຄົນ​ພິການທາງສະໝອງ (ໂອທິສຕິກ) ໄດ້ຖະ​ແຫລ​ງຂ່າວ​ກ່ຽວກັບ​ການ​ຈັດ​ຄອນ​ເສີດ​ການ​ກຸສົນ ​ເພື່ອ​ລະດົມ​ທຶນ​ຊ່ວຍ​ເຫລືອ​ຄົນ​ໂອ​ທິສຕິກ ເນື່ອງໃນໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ໂອ​ທິສ ຕິກ​ໂລກປະຈຳປີ 2013 ​ແລະ ສະ ຫລອງ​ຄົບຮອບ 1 ປີ ຂອງ​ສະມາຄົມ​ເພື່ອ​ຄົນໂອ​ທິສ ຕິກວຽງ​ຈັນ ຢູ່ສະມາຄົມນັກຂ່າວແຫ່ງ ສ ປປ ລາວ, ນະຄອນຫລວງວຽງຈັນ. ໂດຍການເຂົ້າຮ່ວມຂອງທ່ານ ນາງ ວຽງຊຳ ສໍອິນໄຊ ປະທານ​ສະມາຄົມ​ເພື່ອ​ຄົນ​ໂອ​ທິສຕິກ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ສື່ມວນຊົນຫລາຍພາກສ່ວນເຂົ້າ ຮ່ວມ.
     ທ່ານນາງ ວຽງ​ຊຳ ສໍ​ອິນ​ໄຊ, ປະທານ​ສະມາຄົມ​ເພື່ອ​ຄົນ​ ໂອ​ທິສຕິກ​ ໄດ້​ໃຫ້​ຖະ​ແຫລ​ງວ່າ: ​ໃນ​ປີນີ້ຈະ​ໄດ້​ມີ​ການ​ສະຫລອງ​ວັນ​ໂອ​ທິສຕິກ​ໂລກ ປີ 2013 ທີ່​ນະ ຄອນຫລວງ​ວຽງ​ຈັນ. ຊຶ່ງຈະໄດ້ ຈັດຄອນເສີດການ​ກຸສົນ ໃນວັນທີ 29 ມີນາ 2013  ຢູ່ຫໍ ວັດທະນະ ທຳແຫ່ງຊາດໂດຍແມ່ນສະມາ ຄົມ​ເພື່ອ​ຄົນໂອ​ທິສຕິກ ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ຮ່ວມ​ໂດຍ​ສາ​ມາ​ຄົມ​ນັກທຸລະກິດ​​