ໃນວັນທີ 3 ກໍລະກົດ 2013 ນີ້, ທ່ານ
ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ
ຊີ້ນຳວຽກງານທົດລອງ 3 ສ້າງ ຢູ່ບ້ານໃຫຍ່ນາ ຈະເລີນ, ເມືອງສັງທອງ, ນະຄອນຫລວງວຽງຈັນ,
ໃຫ້ກຽດ ຕ້ອນຮັບໂດຍທ່ານ ບຸນທ່ຽງ ຂຸນສີ ເຈົ້າເມືອງໆສັງທອງ
ພ້ອມດ້ວຍ ອຳນາດການປົກຄອງເມືອງ ແລະ ປະຊາຊົນບ້ານດັ່ງກ່າວດ້ວຍ ຄວາມອົບອຸ່ນ.
ໃນໂອກາດອັນມີຄວາມສຳ ຄັນນີ້ ທ່ານ ບຸນທ່ຽງ
ຂຸນສີ ໄດ້ ລາຍງານສະພາບການຈັດຕັ້ງ ປະຕິບັດ ວຽກງານ 3 ສ້າງ ຢູ່ບ້ານໃຫຍ່ ນາຈະເລີນ
ໂດຍຫຍໍ້ໃຫ້ ທ່ານ ນາຍົກ ລັດຖະມົນຕີ ພ້ອມ ດ້ວຍຄະນະໄດ້ ຮັບຊາບເປັນຕົ້ນແມ່ນອຳນາດການປົກຄອງເມືອງ
ໄດ້ສຸມໃສ່ຫັນເອົາ 3 ບ້ານຄື ບ້ານນາລາດ, ນາໝ້ຽງ ແລະ ນາທຽມ
ໂຮມເຂົ້າເປັນບ້ານດຽວມີພົນລະເມືອງທັງໝົດ 1.132 ຄົນ, ຍິງ 564 ຄົນ, ມີ 232 ຄອບ ຄົວ,
ໂດຍ ແບ່ງເປັນ 3 ຄຸ້ມຄື: ຄຸ້ມນາລາດ, ນາໝ້ຽງ ແລະ ນາທຽມ, ມີເນື້ອ ທີ່ທັງໝົດຫລາຍກວ່າ
2.600 ເຮັກຕາ,ໃນນີ້ມີເນື້ອທີ່ສວນ
65,33ເຮັກ ຕາ, ເນື້ອທີ່ນາກວ່າ 390 ເຮັກຕາ,
ໜອງປາ 20 ເຮັກຕາ ແລະ ເນື້ອທີ່ ອື່ນໆ 1.338 ກວ່າເຮັກຕາ, ມີງົວ 1.161 ໂຕ, ໝູ
ໂຕ, ແບ້ ແລະ ສັດ ປີກ ຫລາຍ ກວ່າ 7.800






